老挝副总理兼财政部长会见白俄罗斯高层,以加强合作
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ພົບປະການຳຂັ້ນສູງ ເບລາຣຸດຊີ ເພື່ອຮັດແໜ້ນການຮ່ວມມື
Deputy Prime Minister and Minister of Finance of Lao PDR Meets Belarusian Senior Leaders to Strengthen Cooperation
摘要
2026年8月31日至9月3日,老挝副总理兼财政部长、老挝-白俄罗斯双边合作委员会主席山提帕·蓬维汉率团访问白俄罗斯明斯克,进行正式工作访问。访问旨在巩固两国长期友好合作关系,推动经贸、投资、教育、文化旅游等领域合作取得实效。访问期间,老方与白俄罗斯副总理、白俄罗斯开发银行行长、白俄罗斯财政部长等高层举行双边会谈,回顾和推动两国高层协议落实,讨论合作项目进展、金融信贷机制等,并规划召开第五届老白双边合作委员会会议。
ສະຫຼຸບ
ໃນລະຫວ່າງວັນທີ 31 ສິງຫາ ຫາ 3 ກັນຍາ 2026, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ພ້ອມດ້ວຍຄະນະໄດ້ເດີນທາງມາເຄື່ອນໄຫວພົບປະທາງການ ທີ່ນະຄອນຫຼວງມິນ, ເບລາຣຸດຊີ. ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ເບລາຣຸດຊີ, ດຶງດູດການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ທ່ອງທ່ຽວ. ທັງໄດ້ພົບປະສອງຝ່າຍ ກັບຮອງນາຍົກລັດຖະມົນຕີ ເບລາຣຸດຊີ, ປະທານທະນາຄານພັດທະນາ ເບລາຣຸດຊີ ແລະ ລັດຖະມົນຕີກະຊວງການເງິນ ເບລາຣຸດຊີ, ເພື່ອທົບທວນການຈັດຕັ້ງປະຕິບັດຂໍ້ຕົກລົງ, ກົນໄກການເງິນ, ສິນເຊື່ອ ແລະ ວາງແຜນກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ຄັ້ງທີ V.
Summary
From 31 August to 3 September 2026, H.E. Santiphab Phomvihane, Deputy Prime Minister and Minister of Finance of the Lao PDR, Chairman of the Lao-Belarusian Intergovernmental Commission on Bilateral Cooperation, led an official delegation to Minsk, Belarus. The visit aimed to further strengthen the long-standing friendly and cooperative relations between the two countries and to promote practical cooperation in economy, trade, investment, education, culture and tourism. The delegation held bilateral meetings with senior Belarusian officials, including the Deputy Prime Minister, the Chairman of the Development Bank of Belarus, and the Minister of Finance, to review implementation of agreements, discuss financial and credit cooperation mechanisms, and prepare for the 5th Session of the Lao-Belarusian Intergovernmental Commission.
正文摘录
据报道,2026年8月31日至9月3日,老挝副总理兼财政部长、老挝-白俄罗斯双边合作委员会主席山提帕·蓬维汉率团对白俄罗斯明斯克进行正式工作访问。此次访问旨在继续弘扬两国间的传统友谊,推动双方共同感兴趣的经济、贸易投资、教育、文化旅游等优先领域合作取得实质成果。访问期间,山提帕·蓬维汉一行与白俄罗斯高层及相关经济社会部门举行了对口会谈,主要包括:(1)与白俄罗斯副总理举行双边会谈,回顾和推动落实两国高层领导人已达成的各项协议,并规划下一步合作方向;(2)与白俄罗斯开发银行行长(同时兼任白俄罗斯-老挝双边合作委员会主席)举行双边会谈,讨论各领域已签署合作项目的执行进展、金融与信贷合作机制,并规划筹备老挝-白俄罗斯双边合作委员会第五次会议;(3)与白俄罗斯财政部长举行双边会谈,交流财政管理、预算调整等方面的经验。
ພາສາລາວ (老挝语原文摘录)
ໃນລະຫວ່າງວັນທີ 31 ສິງຫາ ຫາ 3 ກັນຍາ 2026, ພະນະທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວພົບປະທາງການ ທີ່ ນະຄອນຫຼວງມິນ, ສາທາລະນະລັດ ເບລາຣຸດຊີ. ການເດີນທາງມາເຄື່ອນໄຫວວຽກງານໃນຄັ້ງນີ້ ແມ່ນເພື່ອສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ມູນເຊື້ອສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ເບລາຣຸດຊີ ທີ່ມີມາຢ່າງຍາວນານ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການຂົນຂວາຍ, ຍາດແຍ່ງ, ດຶງດູດການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ທ່ອງທ່ຽວ ແລະ ຂະແໜງການບູລິມະສິດອື່ນໆ. ໃນໄລຍະການເຄື່ອນໄຫວພົບປະເຮັດວຽກ, ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍຄະນະ ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການ ກັບ ບັນດາການນຳຂັ້ນສູງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ-ສັງຄົມທີ່ສຳຄັນຂອງ ເບລາຣຸດຊີ: (1) ພົບປະສອງຝ່າຍ ກັບ ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສ. ເບລາຣຸດຊີ ເພື່ອທົບທວນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ. (2) ພົບປະສອງຝ່າຍ ກັບ ທ່ານ ປະທານທະນາຄານພັດທະນາ ສ. ເບລາຣຸດຊີ ເພື່ອປຶກສາຫາລື ແລະ ທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການຮ່ວມມື ໃນແຕ່ລະຂະແໜງການ ທີ່ໄດ້ລົງນາມຮ່ວມກັນ ລວມທັງກົນໄກການຮ່ວມມືທາງດ້ານການເງິນ, ສິນເຊື່ອ ແລະ ວາງແຜນການຈັດກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ ຄັ້ງທີ V. (3) ພົບປະສອງຝ່າຍ ກັບ ທ່ານ ລັດຖະມົນຕີກະຊວງການເງິນ ແຫ່ງ ສ. ເບລາຣຸດຊີ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ການບໍລິຫານ-ປັບປຸງ.