ກົດໝາຍ ວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ

刑事司法国际合作法

Law on International Cooperation in Criminal Justice

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດກ່ຽວກັບການຮ່ວມມືສາກົນທາງດ້ານຍຸຕິທຳທາງອາຍາ, ເພື່ອແນໃສ່ຄຸ້ມຄອງກົນໄກການຮ່ວມມືຂອງ ສປປ ລາວ ໃນຄະດີອາຍາຂ້າມຊາດ. ຂອບເຂດການນຳໃຊ້ກວມເອົາຮູບແບບການຮ່ວມມືເຊັ່ນ: ການສົ່ງຜູ້ຮ້າຍຂ້າມແດນ, ການຊ່ວຍເຫຼືອທາງດ້ານຍຸຕິທຳ, ການໂອນຜູ້ຖືກຕັດສິນລົງໂທດ ແລະ ການຕິດຕາມເອົາຄືນຊັບສິນທີ່ໄດ້ມາຈາກການກະທຳຜິດ, ພ້ອມທັງກຳນົດພາລະບົດບາດຂອງອົງການທີ່ຮັບຜິດຊອບ ແລະ ຂັ້ນຕອນການຮ່ວມມື. ກົດໝາຍສະບັບນີ້ເນັ້ນໜັກເຖິງການປະຕິບັດຕາມຫຼັກການຄວາມສະເໝີພາບ, ຜົນປະໂຫຍດຮ່ວມກັນ ແລະ ກົດໝາຍສາກົນ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງທຸກຝ່າຍ, ເພື່ອສົ່ງເສີມປະສິດທິຜົນໃນການຕ້ານອາດຊະຍາກຳຂ້າມຊາດ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ
ກວດກາ ວຽກງານຮ່ວມມືລະຫວ່າງປະເທດທາງອາຍາໃຫ້ຖືກຕ້ອງ ເພື່ອເຮັດໃຫ້ການຮ່ວມມື. ການສະກັດກັນ ແລະ
ຕ້ານອາຊະຍາກຳ, ການສືບສວນ-ສອບສວນ ແລະ ການຮ້ອງຟ້ອງຄະດີອາຍາ ມີປະສິດທິພາບ, ມີປະສິດທິຜົນ
ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະເມືອງ ປະກອບສ່ວນເຂົາໃນການປົກປັກຮັກສາ ແລະ
ພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2 ການຮ່ວມມືລະຫວ່າງປະເທດທາງອາຍາ
ການຮ່ວມມືລະຫວ່າງປະເທດທາງອາຍາ ແມ່ນ ການໃຫ້ການຮ່ວມມືຊ່ວຍເຫຼືອຊິງກັນ ແລະ ກັນທາງອາຍາ
ລະຫວ່າງລັດ ແຫ່ງ ສປປ ລາວ ກັບ ລັດຕ່າງປະເທດ.

ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນກົດໝາຍສະບັບນີ ມີຄວາມໝາຍ ດັງນິ:
1. ລັດທີຮ້ອງຂໍ ໝາຍເຖິງ ລັດໃດຫຼຶງ ທີ່ຮ້ອງຂໍການຮ່ວມມືຈາກລັດອື່ນທາງອາຍາ;
2. ລັດທີຖືກຮ້ອງຂໍ ໝາຍເຖິງ ລັດໃດຫຶງ ຊຶ່ງໄດ້ຮັບການຮ້ອງຂໍການຮ່ວມມືຈາກລັດອືນທາງອາຍາ:;
3. ເຄືອງມືທີໃຊ້ ໃນການກໍອາຊະຍາກຳ ໝາຍເຖິງ ເຄືອງມື ຫຼື ວັດຖຸສິງຂອງ ຫຼື ຊັບສິນ ທີນຳໃຊ້ເຂົາໃນ
ການກໍອາຊະຍາກຳໃດຫຼຶງ;
4. ອົງການດຳເນີນຄະດີອາຍາ ໝາຍເຖິງ ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ
ແລະ ສານປະຊາຊົນ:
5. ອາຊະຍາກຳ ໝາຍເຖິງ ການປະພຶດ ຫຼື ການກະທຳ ທີພາໃຫ້ມີການລົງໂທດທາງອາຍາ ຕາມກົດໝາຍ
ຂອງ ສປປ ລາວ ແລະ ຕາມກົດໝາຍຂອງລັດທີ່ຮ້ອງຂໍ້;
6. ທາງອາຍາ ໝາຍເຖິງ ເລື່ອງທີ່ກ່ຽວຂ້ອງກັບປະມວນກົດໝາຍອາຍາ ແລະ ການດຳເນີນຄະດີອາຍາ;
7. ເອກະລັກຂອງບຸກຄົນ ໝາຍເຖິງ ຕຳນິຮູບປະພັນ, ບຸກຄະລິກກະພາບ ແລະ ອື່ນໆ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 54 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ