ດຳລັດ ວ່າດ້ວຍການສ້າງ ຄອບຄົວ ແລະ ບ້ານ ວັດທະນະທຳ

关于建设文化家庭和文化村的法令

Decree on Building Cultural Families and Cultural Villages

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ ແລະ ລະບຽບການຄຸ້ມຄອງ ແລະ ກວດກາວຽກງານຄອບຄົວວັດທະນະທຳ ແລະ ບ້ານວັດທະນະທຳ, ກຳນົດມາດຕະຖານ, ຂັ້ນຕອນການສ້າງ, ການປະເມີນ ແລະ ຮັບຮອງ, ການຍ້ອງຍໍ ແລະ ຖອນການຮັບຮອງ, ການກະທຳທີ່ຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາໃນແຕ່ລະຂັ້ນ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດ ຫຼັກການ ແລະ ລະບຽບການ ໃນການຄຸ້ມຄອງ ແລະ ກວດກາ ວຽກງານ ສ້າງຄອບຄົວ ແລະ ບ້ານ ວັດທະນະທຳ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມ ເປັນເອກະພາບ, ມີປະສິດທິພາບ ແລະ ມີປະສິດທິຜົນ ແນໃສ່ກໍ່ສ້າງຮາກຖານການເມືອງໃຫ້ໝັ້ນແຫນ້ນ ເຂັ້ມແຂງ, ຊຸກຍູ້ການພັດທະນາດ້ານ ວັດຖຸ ແລະ ຈິດໃຈ ຂອງຄອບຄົວ ແລະ ບ້ານ ໃຫ້ດີຂຶ້ນ, ເສີມ ຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວ ບັນດາເຜົ່າ, ສ້າງສະຕິ ເຄົາລົບ ແລະ ປະຕິບັດກົດໝາຍ, ອະນຸລັກຮັກສາ, ສົ່ງເສີມຄຸນຄ່າ ມູນເຊື້ອວັດທະນະທຳ ອັນດີງາມ ຂອງຊາດ, ຂອງເຜົ່າ, ເລືອກເຟັ້ນ ແລະ ຮັບເອົາສິ່ງຍອດຍິ່ງ ທີ່ສອດຄ່ອງທາງດ້ານວັດທະນະທຳຂອງຍຸກສະໄໝ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2

ການສ້າງ ຄອບຄົວ ແລະ ບ້ານ ວັດທະນະທຳ. ຄອບຄົວວັດທະນະທຳ ແມ່ນ ຄອບຄົວ ທີ່ໄດ້ຮັບການຢັ້ງຢືນເປັນຄອບຄົວວັດທະນະທຳ ບົນພື້ນ ຖານການກວດກາ ແລະ ປະເມີນຜົນ ຕາມມາດຕະຖານ ທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້. ບ້ານວັດທະນະທຳ ແມ່ນ ບ້ານ ທີ່ໄດ້ຮັບການຢັ້ງຢືນເປັນບ້ານວັດທະນະທຳ ບົນພື້ນຖານການ ກວດກາ ແລະ ປະເມີນຜົນ ຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້. ການສ້າງ ຄອບຄົວ ແລະ ບ້ານ ວັດທະນະທຳ ແມ່ນຂະບວນການເຄື່ອນໄຫວໂຄສະນາສຶກສາ ອົບຮົມ, ແຕ່ງຕັ້ງຄະນະກຳມະການຮັບຜິດຊອບ, ກຳນົດເປົ້າໝາຍ, ເກັບກຳຂໍ້ມູນ, ກວດກາ ຕີລາຄາ ແລະ ປະເມີນຜົນ ແລະ ຢັ້ງຢືນເປັນ ຄອບຄົວ ແລະ ບ້ານ ວັດທະນະທຳ ຕາມມາດຕະຖານ ທີ່ໄດ້ກຳນົດໄວ້ໃນ ດຳລັດສະບັບນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ