ຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງການບໍລິການ ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ
沙湾拿吉省省长关于管理餐馆、饮品店及娱乐场所服务的协议
Agreement of the Governor of Savannakhet Province on Managing Services of Restaurants, Beverage Shops, and Entertainment Venues
ບົດສະຫຼຸບ
ສັນຍາສະບັບນີ້ແມ່ນຄຳສັ່ງຂອງເຈົ້າແຂວງສະຫວັນນະເຂດ ກຳນົດການຄຸ້ມຄອງ, ການອະນຸຍາດ, ມາດຕະຖານ, ສິດ ແລະ ພັນທະຂອງຄູ່ສັນຍາ, ການກະທຳທີ່ຫ້າມ, ຄະນະຄຸ້ມຄອງ, ການຕິດຕາມກວດກາ, ການແກ້ໄຂຂໍ້ຂັດແຍ່ງ ແລະ ການໃຫ້ລາງວັນ ແລະ ໂທດ ໃນການດຳເນີນທຸລະກິດຮ້ານອາຫານ, ຮ້ານຂາຍເຄື່ອງດື່ມ ແລະ ສະຖານບັນເທີງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວທຸລະກິດບໍລິການຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ເພື່ອຮັບປະກັນໃຫ້ການ ບໍລິການມີຄຸນນະພາບ, ໄດ້ມາດຕະຖານ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສະກັດກັ້ນປະກົດການ ຫຍໍ້ທໍ້ໃນສັງຄົມ ແນໃສ່ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຜູ້ໃຊ້ບໍລິການ ປະກອບສ່ວນໃນການປົກປັກ ຮັກສາວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນ ນະເຂດໃຫ້ນັບມື້ນັບດີຂຶ້ນ.
ມາດຕາ 2
ການຄຸ້ມຄອງການບໍລິການຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ແມ່ນການສ້າງເງື່ອນໄຂ ອຳນວຍຄວາມສະດວກ, ຕິດຕາມກວດກາ ແລະ ຊີ້ນຳແນະນຳໃຫ້ຜູ້ປະກອບການພ້ອມດ້ວຍຜູ້ໃຊ້ບໍລິການ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ລັດວາງອອກ, ເພື່ອຮັບປະກັນໃຫ້ການດຳເນີນທຸລະກິດມີປະສິດທິຜົນ ແລະ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 37 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ