ຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫຼວງວຽງຈັນສະຫວ່າງ

关于建设光明万象市的协议

Agreement on Building a Bright Vientiane City

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນຜູ້ອອກ, ກຳນົດຫຼັກການ, ເປົ້າໝາຍ, ຕົວຊີ້ວັດການປະເມີນຜົນ, ແຜນການຈັດຕັ້ງປະຕິບັດ 2020-2030, ອົງການຄຸ້ມຄອງ ແລະ ຕິດຕາມກວດກາ, ແຫຼ່ງລາຍຮັບ ແລະ ລາຍຈ່າຍ ແລະ ມາດຕະການຕໍ່ຜູ້ລະເມີດ ໃນການກໍ່ສ້າງ 'ນະຄອນຫຼວງວຽງຈັນສະຫວ່າງ', ເພື່ອແນໃສ່ຮັບປະກັນແສງສະຫວ່າງໃນຍາມກາງຄືນ ແລະ ຄວາມງາມຂອງຕົວເມືອງ, ຍົກລະດັບການຢູ່ອາໄສ, ຄວາມສະຫຼາດ ແລະ ການພັດທະນາແບບຍືນຍົງຂອງນະຄອນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງນະຄອນຫຼວງວຽງຈັນ ສະຫວ່າງ ເພື່ອຮັບປະກັນຄວາມສະດວກສະບາຍ, ຄວາມປອດໄພໃນການສັນຈອນ; ເພີ່ມເວລາໃຫ້ແກ່ການດຳເນີນ ທຸລະກິດ, ການບໍລິການໃນພາກຄ້າຂອງຊາວນະຄອນ ແລະ ປະກອບສ່ວນພັດທະນານະຄອນຫຼວງວຽງຈັນໃຫ້ເປັນ ເມືອງໜ້າຢູ່, ອັດສະລິຍະ ແລະ ຍືນຍົງ

ມາດຕາ 2

ນິຍາມ ມີ; ການສ້າງນະຄອນຫຼວງວຽງຈັນສະຫວາງແມນການເພີ່ມຕືມ ຫຼື ຮັກສາລະດັບຄວາມຮຸງແຈ້ງໃນຍາມກາງຄືນ ແລະ ການສ້າງທັດສະນີຍະພາບອ້ອມຂ້າງສອງຝາກທາງຕາມຜັງເມືອງຂອງເທດສະບານນະຄອນຫຼວງວຽງຈັນ, ເທດສະບານຂອງບັນດາເມືອງຕາມຕົວຊື່ວັດຕາງໆທີກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ