ວ່າດ້ວຍການຄຸ້ມຄອງ ໄຟຟ້າແສງຕາເວັນ

《关于太阳能发电管理的协议》

Agreement on the Management of Solar Power Generation

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ສຳລັບກິດຈະການຜະລິດໄຟຟ້າຈາກພະລັງງານແສງຕາເວັນ (ໂຟໂຕໂວລຕາອິກ) ທີ່ບໍ່ໄດ້ດຳເນີນການຜ່ານການປະມູນ ພາຍໃນ ສປປ ລາວ, ລວມທັງການສຳຫຼວດ, ອອກແບບ, ກໍ່ສ້າງ, ຕິດຕັ້ງ, ດຳເນີນການ, ບຳລຸງຮັກສາ, ຜະລິດໄຟຟ້າ, ເຊື່ອມຕໍ່ລະບົບ ແລະ ນອກລະບົບ, ຊື້-ຂາຍໄຟຟ້າ, ການຢັ້ງຢືນຄວາມເໝາະສົມດ້ານເຕັກນິກ ແລະ ການເງິນ, ສິດ ແລະ ໜ້າທີ່ຂອງຜູ້ກ່ຽວຂ້ອງ, ການຄຸ້ມຄອງ ແລະ ກວດກາ, ຂໍ້ຫ້າມ ແລະ ການຈັດການກັບການລະເມີດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ກ່ຽວກັບ ການຈັດຕັ້ງປະຕິບັດ, ການດຳເນີນງານ, ການຄຸ້ມຄອງ ແລະ ການກວດກາ ກ່ຽວກັບ ໄຟຟ້າແສງຕາເວັນທີ່ຕິດຕັ້ງເທິງຫ້າດິນ ຫຼື ຫໍ້ານ້ຳ, ກິດຈະການ ຜະລິດໄຟຟ້າແສງຕາເວັນເທິງຫຼັງຄາ ທັງໃນລະບົບ ແລະ ນອກລະບົບສາຍສົ່ງໄຟຟ້າ ເພື່ອຮັບປະກັນການຄຸ້ມ ຄອງວຽກງານໄຟຟ້າແສງຕາເວັນໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນ.

ມາດຕາ 2

ການຄຸ້ມຄອງ ໄຟຟ້າແສງຕາເວັນ ແມ່ນ ການຈັດຕັ້ງປະຕິບັດ ກິດຈະການ , ການດຳເນີນທຸລະກິດ ແລະ ການນຳໃຊ້ ໄຟຟ້າແສງຕາເວັນ ໃຫ້ເປັນໄປຕາມກົດໝາຍ, ລະບຽບການ, ມາດຕະຖານເຕັກນິກໄຟຟ້າ ຂອງ ລາວ ແລະ ຂັ້ນຕອນຂອງການພັດທະນາໄຟຟ້າແສງຕາເວັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 61 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ