ດຳລັດ ວ່າດ້ວຍການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ
关于政府与私营部门合营投资的法令
Decree on Joint Investment between the Government and the Private Sector
ບົດສະຫຼຸບ
ບົດບັນຍັດນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການລົງທຶນຮ່ວມລະຫວ່າງລັດຖະບານລາວ ແລະ ພາກເອກະຊົນ (PPP), ກວມເອົາຮູບແບບ ແລະ ລັກສະນະການລົງທຶນ, ການກະກຽມ ແລະ ພິຈາລະນາໂຄງການ ແລະ ການປະມູນ, ສັນຍາຮ່ວມທຶນ, ການຈັດຕັ້ງປະຕິບັດ ແລະ ມອບໂອນໂຄງການ, ການສະໜັບສະໜູນ ແລະ ຄ້ຳປະກັນຂອງລັດ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ ພ້ອມທັງໜ້າທີ່ຂອງເຂົາເຈົ້າ, ແລະ ນະໂຍບາຍ ແລະ ມາດຕະການຕໍ່ຜູ້ມີຜົນງານດີ ແລະ ຜູ້ລະເມີດ, ລວມທັງໝົດເຈັດສິບຫ້າມາດຕາ.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອຮັບປະກັນໃຫ້ ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ, ຍຸຕິທຳ, ໂປ່ງໃສ, ກວດສອບໄດ້ ແລະ ສອດຄ່ອງກັບແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ, ແນໃສ່ສ້າງຄວາມເຊື່ອຖື ແລະ ດຶງດູດການ ລົງທຶນຂອງພາກເອກະຊົນເຂົ້າໃນໂຄງການຂອງລັດ, ປົກປ້ອງຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງເອກະຊົນ ແລະ ປະຊາຊົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 75 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ