ຄຳແນະນຳ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ
关于执行《婴幼儿食品产品及相关喂养器具法令》的指导意见
Guidelines on the Implementation of the Decree on Infant Food Products and Related Feeding Utensils
ບົດສະຫຼຸບ
ກະຊວງສາທາລະນະສຸກ ອອກຄຳແນະນຳສະບັບນີ້ ເພື່ອລາຍລະອຽດການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 472/ນຍ ວ່າດ້ວຍຜະລິດຕະພັນອາຫານເດັກອ່ອນ ແລະ ເຄື່ອງໃຊ້ທີ່ກ່ຽວຂ້ອງ, ໂດຍກຳນົດຄຳນິຍາມ, ຂອບເຂດການນຳໃຊ້, ການຄຸ້ມຄອງຂໍ້ມູນ ແລະ ໂຄສະນາ, ການຫ້າມສົ່ງເສີມການຂາຍ ແລະ ບໍລິຈາກ, ມາດຕະຖານການຕິດສະຫຼາກ (ລວມທັງນົມຜົງ, ຫົວນົມ, ຫົວນົມປອມ ແລະ ອື່ນໆ), ພ້ອມທັງໜ້າທີ່ຂອງກົມຕ່າງໆ ແລະ ວິທີການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງສາທາລະນະສຸກ, ເລກທີ 1540/ສສ. ນະຄອນຫຼວງວຽງຈັນ, ວັນທີ ...... ເດືອນ ...... ປີ ...... . ຄຳແນະນຳ: ວ່າດ້ວຍການປະຕິບັດຕາມດຳລັດວ່າດ້ວຍຜະລິດຕະພັນອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ ແລະ ເຄື່ອງໃຊ້ປະກອບການໃຫ້ນົມທີ່ກ່ຽວຂ້ອງ. ອີງຕາມ: ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ສະບັບເລກທີ 96/ນຍ ລົງວັນທີ 9 ມີນາ 2017; ດຳລັດວ່າດ້ວຍຜະລິດຕະພັນອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ ແລະ ເຄື່ອງໃຊ້ປະກອບການໃຫ້ນົມທີ່ກ່ຽວຂ້ອງ ສະບັບເລກທີ 472/ນຍ ລົງວັນທີ 30 ທັນວາ 2019; ໜັງສືສະເໜີຂໍຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ສະບັບເລກທີ 784/ອສ ລົງວັນທີ 23 ທັນວາ 2020. ເພື່ອລາຍລະອຽດການປະຕິບັດຕາມດຳລັດວ່າດ້ວຍຜະລິດຕະພັນອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ ແລະ ເຄື່ອງໃຊ້ປະກອບການໃຫ້ນົມທີ່ກ່ຽວຂ້ອງ ສະບັບເລກທີ 472/ນຍ ລົງວັນທີ 30 ທັນວາ 2019, ໃຫ້ມີເນື້ອໃນລະອຽດ ແລະ ເໝາະສົມກັບສະພາບການຕົວຈິງໃນແຕ່ລະໄລຍະ, ພ້ອມທັງຮັບປະກັນຄວາມເປັນເອກະພາບ, ປະສິດທິພາບ ແລະ ປະສິດທິຜົນສູງໃນການຈັດຕັ້ງປະຕິບັດ, ລັດຖະມົນຕີ ໄດ້ອອກຄຳແນະນຳດັ່ງນີ້:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ