ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດລະບົບຜ່ານແດນພາສີອາຊຽນ
关于实施东盟海关过境系统(ACTS)的指南
Guidelines on the Implementation of the ASEAN Customs Transit System (ACTS)
ບົດສະຫຼຸບ
ຄູ່ມືສະບັບນີ້ຖືກອອກໂດຍກະຊວງການເງິນ, ກຳນົດຫຼັກການ, ລະບຽບການ ແລະ ວິທີການໃນການແຈ້ງ, ກວດກາ ແລະ ຕິດຕາມລະບົບການຂົນສົ່ງຜ່ານແດນຂອງອາຊຽນ, ກວມເອົາເງື່ອນໄຂ ແລະ ສິດ ແລະ ໜ້າທີ່ຂອງຜູ້ປະກອບການຂົນສົ່ງຜ່ານແດນ ແລະ ຜູ້ຄ້ຳປະກັນ, ການຕັ້ງຄ່າ ແລະ ການນຳໃຊ້ລະບົບ ACTS, ການຄ້ຳປະກັນສິນຄ້າຂົນສົ່ງຜ່ານແດນ, ການຄວບຄຸມສິນຄ້າຕ້ອງຫ້າມ, ການຕິດຕາມການຂົນສົ່ງຜ່ານແດນ, ລະບົບຜູ້ປະກອບການມາດຕະຖານ ATT ແລະ ການຈັດການການລະເມີດ.
ມາດຕາ
ມາດຕາ 1
ຈຸດປະສົງ ຄຳແນະນຳສະບັບນີ້ໄດ້ ກຳນົດບັນດາຫຼັກການ, ລະບຽບການ, ວິທີການແຈ້ງພາສີ, ການກວດກາ ແລະ ຄວບຄຸມ ລະບົບສິນຄ້າຜ່ານແດນພາສີອາຊຽນ ເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງການອຳນວຍ ຄວາມສະດວກສິນຄ້າຜ່ານແດນອາຊຽນ , ກົດໝາຍ ແລະ ລະບຽບການທີກ່ຽວຂ້ອງ.
ມາດຕາ 2
ຫຼັກການ ລັດຖະການພາສິ ນຳໃຊ້ລະບົບຜ່ານແດນພາສີອາຊຽນ ເຂົ້າໃນການຄຸ້ມຄອງ ແລະ ອຳນວຍຄວາມສະດວກສິນຄ້າຜ່ານແດນພາຍໃນປະເທດສະມາຊິກອາຊຽນ ເພື່ອຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍໃນການດຳເນີນຂັ້ນຕອນການແຈ້ງພາສີ, ການນຳໃຊ້ເຈ້ຍ, ແລກປ່ຽນລະບົບຂໍ້ມູນສິນຄ້າຜ່ານແດນອາຊຽນ ທາງອີເລັກໂຕຣນິກ, ເພີມທະວີຄວາມຖືກຕ້ອງ, ຮັບປະກັນດຄວາມໂປງໄສ, ວ່ອງໄວຍົກສູງ ປະສິດທິພາບ ແລະ ປະສິດທິຜົນ. ລັດຖະການພາສີ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງທັງ ພາຍໃນ ແລະ ສາກົນ ໃນການຈັດຕັ້ງ ປະຕິບັດລະບົບຜ່ານແດນພາສີອາຊຽນ ຕາມຫຼັກການ ຂອງ ບັນດາອະນຸສັນຍາ ໃນ ຂໍ້ຕົກລົງການອຳນວຍຄວາມສະດວກສິນຄ້າຜ່ານແດນອາຊຽນ ເປັນຕົ້ນ: ອະນຸສັນຍາ 1 ວ່າດ້ວຍ ການກຳນົດເສັ້ນທາງ ຂົນສົ່ງ ແລະ ໂຄງລ່າງພື້ນຖານ, ອະນຸສັນຍາ 2 ວ່າດ້ວຍ ການກຳນົດດ່ານ, ອະນຸສັນຍາ 3 ວ່າດ້ວຍ ການກຳນົດປະເພດ ແລະ ຈຳນວນພາຫະນະ, ອະນຸສັນຍາ 4 ວ່າດ້ວຍ ການກຳນົດມາດຕະຖານ ເຕັກນິກພາຫະນະຂົນສົ່ງ, ອະນຸສັນຍາ 5 ວ່າດ້ວຍ ການກຳນົດລະບອບປະກັນໄພພາຫະນະຂົນສົ່ງ ອາຊຽນ, ອະນຸສັນຍາ 6 ວ່າດ້ວຍ ການຄ່ຽນຖ່າຍສິນຄ້າ ຢູ່ດ່ານຊາຍແດນຕາມສະຖານີລົດໄຟ, ອະນຸສັນຍາ 7 ວ່າດ້ວຍ ລະບົບຜ່ານແດນພາສີອາຊຽນ ພ້ອມເອກະສານຊ້ອນທ້າຍດ້ານເຕັກນິກ, ອະນຸສັນຍາ 8 ວ່າດ້ວຍ ມາດຕະການສຸຂະອະນາໄມ, ກັກກັນພືດ, ສັດ ແລະ ອະນຸສັນຍາ 9 ວ່າດ້ວຍ ມາດຕະການສິນຄ້າອັນຕະລາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 39 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ