ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ

关于万象市至万荣高速公路特许经营管理的协议

Agreement on the Concession Management of the Vientiane-Vang Vieng Expressway

ບົດສະຫຼຸບ

ສັນຍາສະບັບນີ້ຖືກກຳນົດໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມ, ການປົກປ້ອງໂຄງສ້າງ ແລະ ສິ່ງອຳນວຍຄວາມສະດວກ, ກົດຈະລາຈອນ, ການຈັດການອຸບັດຕິເຫດ, ການເກັບຄ່າຜ່ານທາງ ແລະ ສິດ ແລະ ໜ້າທີ່ຂອງຜູ້ໄດ້ຮັບສຳປະທານ, ການກະທຳທີ່ຖືກຫ້າມ, ລະບົບການຄຸ້ມຄອງ ແລະ ກວດກາ, ການໃຫ້ລາງວັນ ແລະ ການລົງໂທດ ສຳລັບທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ, ເພື່ອຮັບປະກັນຄວາມປອດໄພ, ຄວາມສະດວກ ແລະ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ ເພື່ອຮັບປະກັນໃຫ້ການນຳໃຊ້ ແລະ ການຈະລາຈອນຕາມທາງດ່ວນ ໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ ຫຼຸດຜ່ອນອຸບປະຕິເຫດ, ປົກປ້ອງຊີວິດ, ຊັບສິນຂອງ ບຸກຄົນ, ນິຕິບຸກຄົນ, ຜູ້ສຳປະທານ ແລະ ສາທາລະນະ, ສາມາດ ເຊື່ອມຈອດ ກັບຕາຫ່າງທາງຫຼວງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2

ການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ ການຄຸ້ມຄອງທາງດ່ວນສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ ແມ່ນການອຳນວຍຄວາມສະດວກ , ຄວບຄຸມ, ຕິດຕາມ ກວດກາ, ການ ກໍ່ສ້າງ, ບູລະນະຮັກສາ ແລະ ສ້ອມແປງ, ການຕິດຕັ້ງ ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ, ການ ນຳໃຊ້ , ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ຕາມທາງດ່ວນ ສຳປະທານ ນະຄອນຫຼວງວຽງຈັນ-ວັງວຽງ ໃນແຕ່ລະໄລຍະ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 59 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ