ຄຳແນະນຳ ວ່າດ້ວຍ ສະພາບໍລິຫານ ລັດວິສາຫະກິດ
关于国有企业董事会的指导意见
Guidelines on the Board of Directors of State-owned Enterprises
ບົດສະຫຼຸບ
ຄຳແນະນຳຂອງກະຊວງການເງິນ ແຫ່ງ ສປປ ລາວ ອອກໂດຍອີງໃສ່ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແລະ ນິຕິກຳອື່ນໆ ເພື່ອລະບຸລາຍລະອຽດ ແລະ ຊີ້ນຳ ກ່ຽວກັບໜ້າທີ່, ສິດ, ມາດຕະຖານ, ການຄັດເລືອກ ແລະ ການດຳເນີນງານ ຂອງຄະນະກຳມະການບໍລິຫານວິສາຫະກິດຂອງລັດ ແລະ ຜູ້ຕາງໜ້າຖືຫຸ້ນຂອງລັດ, ນຳໃຊ້ກັບວິສາຫະກິດທີ່ລັດຖືຫຸ້ນ 100% ແລະ ຫຼາຍກວ່າ 50%.
ມາດຕາ
ມາດຕາ 1
ຈຸດປະສົງ ຄຳແນະນຳສະບັບນີ້ຜັນຂະຫຍາຍ ແລະ ແນະນຳການຈັດຕັ້ງປະຕິບັດ ພາກທີ II ຂອງກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013 ແລະ ດຳລັດວ່າດ້ວຍວິສາຫະກິດລັດລົງທຶນ ເພື່ອ ເຮັດໃຫ້ເນື້ອໃນຂອງກົດໝາຍ ແລະ ດຳລັດດັ່ງກ່າວ ມີຄວາມລະອຽດ ຈະແຈ້ງຂຶ້ນຕື່ມ, ສ້າງຄວາມເຂົ້າໃຈ ຕໍ່ພາລະ ບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະພາບໍລິຫານ ແລະ ຜູ້ຕາງໜ້າຂອງລັດ ທີ່ຖືຮຸ້ນໃນວິສາຫະກິດ; ຄຳແນະນຳສະບັບນີ້ ຍັງໄດ້ກຳນົດຫຼັກການແນະນຳ ກ່ຽວກັບ ວິທີການຄັດເລືອກ, ການແຕ່ງຕັ້ງ ແລະ ແບບແຜນວິທີເຮັດວຽກຂອງສະພາບໍລິຫານລັດວິສາຫະກິດ ແລະ ຜູ້ຕາງໜ້າຂອງລັດທີ່ຖືຮຸ້ນໃນວິສາຫະກິດຮ່ວມທຶນກັບພາກສ່ວນອື່ນ ຊຶ່ງລັດຖືຮຸ້ນຫຼາຍກວ່າຫ້າສິບສ່ວນຮ້ອຍຂຶ້ນໄປ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຕົວຈິງ ແລະ ເປັນເອກະພາບ ໃນການນຳພາ-ຊີ້ນຳ, ຄຸ້ມຄອງວິສາຫະກິດຂອງລັດ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້ກັບ ພາກພື້ນ ແລະ ສາກົນ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ