ຂໍ້ຕົກລົງ ວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ຂົງເຂດມາດຕະຖານ ແລະ ການວັດແທກ
关于标准与计量领域消费者保护的协议
Agreement on Consumer Protection in the Field of Standards and Metrology
ບົດສະຫຼຸບ
ສັນຍາສະບັບນີ້ຖືກກຳນົດໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການປົກປ້ອງຜູ້ບໍລິໂພກສິນຄ້າ ແລະ ການບໍລິການໃນຂົງເຂດມາດຕະຖານ ແລະ ວັດແທກ, ກວມເອົາການຮ້ອງທຸກ, ການຈັດການຂໍ້ຂັດແຍ່ງ (ການປະນີປະນອມ, ການໄກ່ເກ່ຍ, ອົງການຈັດການຂໍ້ຂັດແຍ່ງທາງບໍລິຫານ, ເສດຖະກິດ, ສານ) ແລະ ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງສາມຂັ້ນ (ສູນກາງ, ແຂວງ, ເມືອງ).
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານປົກປ້ອງຜູ້ຊົມໃຊ້ຜະລິດຕະພັນສິນຄ້າ ແລະ ການບໍລິການ ຂົງເຂດມາດຕະຖານ ແລະ ການວັດແທກ ເພື່ອ ເຮັດໃຫ້ ຜູ້ຊົມໃຊ້ໄດ້ນຳໃຊ້ຜະລິດຕະພັນສິນຄ້າ ແລະ ການບໍລິການ ທີ່ມີຄຸນນະພາບ, ຖືກຕ້ອງຕາມລະບຽບການ ເຕັກນິກ ແລະ ມາດຕະຖານແຫ່ງຊາດ ໂດຍສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ການ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ຜະລິດຕະພັນສິນຄ້າ ແລະ ການບໍລິການຢູ່ ສປປ ລາວ.
ມາດຕາ 2
ການປົກປ້ອງຜູ້ຊົມໃຊ້ຂົງເຂດມາດຕະຖານ ແລະ ການວັດແທກ ການປົກປ້ອງຜູ້ຊົມໃຊ້ຂົງເຂດມາດຕະຖານ ແລະ ການວັດແທກ ແມ່ນການນຳໃຊ້ມາດຕະການ ເພື່ອຮັກສາ ຊີວິດ, ສຸຂະພາບ, ສິ່ງແວດລ້ອມ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທີ່ເນື່ອງມາຈາກ ຜົນກະທົບຂອງການນຳໃຊ້ຜະລິດຕະພັນສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ມາດຕະຖານຂາດຄຸນນະພາບ ແລະ ບໍ່ສອດຄ່ອງຕາມມາດຕະຖານ ແລະ ການວັດແທກ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ