ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ

关于电气及电子设备安全管理的协议

Agreement on Safety Management of Electrical and Electronic Equipment

ບົດສະຫຼຸບ

ສັນຍາສະບັບນີ້ ກຳນົດຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ, ການກວດກາ ແລະ ການຮັບຮອງ ຂອງອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ໃນ ສປປ ລາວ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ. ນຳໃຊ້ສະເພາະກັບອຸປະກອນທີ່ມີແຮງດັນ 50-1000 ໂວນ ກະແສສະຫຼັບ ຫຼື 75-1500 ໂວນ ກະແສກົງ. ຍົກເລີກສັນຍາສະບັບເລກທີ 0058/ວທສ ປີ 2018.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບ ຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ, ມາດຕະຖານແຫ່ງຊາດ, ຫຼັກການ ແລະ ລະບຽບການເຕັກນິກ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ຕອບສະໜອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ມີຄຸນນະພາບ ຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາ ຊີວິດ, ຊັບສິນ ແລະ ຊັບສົມບັດລວມຂອງຊາດ.

ມາດຕາ 2

ການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ການຄຸ້ມຄອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ແມ່ນການຕິດຕາມ, ກວດກາເອກະສານ ທາງດ້ານເຕັກນິກ, ວິຊາການ, ໃນການກວດສອບ ແລະ ທົດສອບ ເພື່ອໃຫ້ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ມີປະສິດທິພາບ, ຄຸນນະພາບ, ປອດໄພໃນການນຳໃຊ້ ແລະ ສອດຄ່ອງກັບມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ໂດຍໄດ້ກຳນົດເອົາສະເພາະ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ນຳໃຊ້ ໄຟຟ້າກະແສສະຫຼັບ ແຮງດັນແຕ່ 50 ໂວນ (V) ຫາ 1000 ໂວນ (V) ຫຼື ນຳໃຊ້ ໄຟຟ້າກະແສກົງ ແຮງດັນ ແຕ່ 75 ໂວນ (V) ຫາ 1500 ໂວນ (V).

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ