ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ

关于特种设备质量与安全管理的协议

Agreement on Quality and Safety Management of Special Equipment

ບົດສະຫຼຸບ

ສັນຍາສະບັບນີ້ ກຳນົດຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ຂອງອຸປະກອນພິເສດ (ເຊັ່ນ: ໝໍ້ນ້ຳ, ຖັງຄວາມດັນ, ລົດຍົກ, ລິຟ, ລົດເຄເບິນ, ຖັງເກັບສານເຄມີອັນຕະລາຍ ແລະ ອື່ນໆ) ໃນການຜະລິດ, ນຳເຂົ້າ, ນຳໃຊ້, ຕິດຕັ້ງ, ດັດແປງ ແລະ ສ້ອມແປງ ເພື່ອຄວາມປອດໄພຂອງຜູ້ໃຊ້.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ຂອງອຸປະກອນພິເສດ ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຂໍອະນຸຍາດໃນ ການຜະລິດ, ນຳເຂົ້າ, ນຳໃຊ້ ແລະ ດຳເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຢູ່ ສປປ ລາວ ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ, ກົດໝາຍ ແລະ ມາດຕະຖານແຫ່ງຊາດ ໂດຍສອດຄ້ອງ ກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ໃນການຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ອຸປະກອນພິເສດມີ ຄຸນນະພາບ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາຊີວິດ, ຊັບສິນ, ສິ່ງແວດລ້ອມ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ອ້າງອີງ ມາດຕາ 2 ການຄຸ້ມຄອງ ຄຸນນະພາບ ແລະ ຄວາມປອດໄພຂອງອຸປະກອນພິເສດ ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ແມ່ນ ການຈັດຕັ້ງປະຕິບັດໃນການ ຕິດຕາມ, ກວດກາ, ກວດສອບການຜະລິດ, ນຳເຂົ້າ, ນຳໃຊ້ ແລະ ການອອກໃບຢັ້ງຢືນຄຸນນະພາບ, ໃບອະນຸ ຍາດດຳເນີນການຕິດຕັ້ງ, ປັບແກ້, ສ້ອມແປງອຸປະກອນພິເສດ ໃຫ້ປະຕິບັດຕາມຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອໃຫ້ມີຄວາມປອດໄພໃນການນຳໃຊ້.

ມາດຕາ 2

ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງອຸປະກອນພິເສດ. ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງອຸປະກອນພິເສດ ແມ່ນການຈັດຕັ້ງປະຕິບັດຕາມຫຼັກການ, ລະບຽບການ ແລະ ມາດຕະການ ໃນການຕິດຕາມ, ກວດກາ, ກວດສອບການຜະລິດ, ການນຳເຂົ້າ, ການນຳໃຊ້ ແລະ ການອອກໃບຢັ້ງຢືນຄຸນນະພາບ, ໃບອະນຸຍາດຕິດຕັ້ງດັດແປງສ້ອມແປງ ເພື່ອຮັບປະກັນຄວາມປອດໄພໃນການນຳໃຊ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ