ຄຳແນະນຳ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນສົມທົບຂອງລັດຖະບານ ປະກອບເຂົ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ
指导意见 关于管理和使用政府配套资金以投入官方发展援助(ODA)项目的实施
Guidelines on the Management and Use of Government Matching Funds for Official Development Assistance (ODA) Project Implementation
ບົດສະຫຼຸບ
ກະຊວງແຜນການ ແລະ ການລົງທຶນ ອອກຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນສົມທົບຂອງລັດຖະບານ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບເລກທີ 72/ສພຊ) ແລະ ດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ສະບັບເລກທີ 357/ລບ) ໂດຍກຳນົດປະເພດທຶນສົມທົບ, ໜ້າທີ່ຂອງແຕ່ລະພາກສ່ວນ, ຂັ້ນຕອນການລາຍງານ ແລະ ອະນຸມັດ, ການຕິດຕາມລາຍງານ, ຂໍ້ຈຳກັດ ແລະ ມາດຕະການລົງໂທດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການ ODA.
ມາດຕາ
ມາດຕາ 1
ຂໍ້ອ້າງອີງເບື້ອງຕົ້ນ. ຄຳແນະນຳສະບັບນີ້ອີງໃສ່: ກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງ) ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015; ດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫຼືອພັດທະນາຢ່າງເປັນທາງການ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019; ດຳລັດວ່າດ້ວຍການຈັດຕັ້ງ ແລະ ການດຳເນີນງານຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 201/ນຍ, ລົງວັນທີ 30 ມິຖຸນາ 2017. ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ອອກຄຳແນະນຳດັ່ງນີ້.
ມາດຕາ 2
I. ຈຸດປະສົງ. ຄຳແນະນຳສະບັບນີ້ມີຈຸດປະສົງເພື່ອຈັດຕັ້ງປະຕິບັດ ແລະ ຊີ້ນຳການຈັດຕັ້ງປະຕິບັດບາງມາດຕາຂອງ ກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015, ຄຳສັ່ງຂອງລັດຖະບານ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ທຶນຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA) ແລະ ກົດໝາຍຍ່ອຍອື່ນໆທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ນຳໃຊ້ທຶນສົມທົບຂອງລັດຖະບານ, ເພື່ອໃຫ້ທຶນສົມທົບຂອງລັດຖະບານຖືກນຳໄປໃຊ້ໃນການຈັດຕັ້ງປະຕິບັດໂຄງການ ODA. ມີຈຸດປະສົງເພື່ອໃຫ້ບັນດາກະຊວງ, ອົງການລັດຖະບານທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ຫົວໜ່ວຍທີ່ກ່ຽວຂ້ອງທີ່ຮັບຜິດຊອບການຄຸ້ມຄອງຈັດຕັ້ງປະຕິບັດໂຄງການ ODA ໃນທຸກຂັ້ນ ນຳໄປໃຊ້ໃນການກຳນົດແຜນງານ ຫຼື ໂຄງການ ODA, ໂດຍສະເພາະໂຄງການທີ່ຈັດຕັ້ງປະຕິບັດດ້ວຍທຶນຊ່ວຍເຫຼືອແບບບໍ່ມີເງື່ອນໄຂ, ເງິນກູ້ດອກເບ້ຍຕໍ່າ, ທຶນຊ່ວຍເຫຼືອດ້ານວິຊາການແບບບໍ່ມີເງື່ອນໄຂ (ຈາກຄູ່ຮ່ວມພັດທະນາຕ່າງໆ, ຍົກເວັ້ນການຊ່ວຍເຫຼືອຈາກລັດຖະບານສາທາລະນະລັດປະຊາຊົນຈີນ ແລະ ລັດຖະບານແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ).
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ