ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານ ແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງ ຂອງຂະແໜງພາຍໃນ
决定 关于内务部门「省为战略单位、县为坚强单位」的标准
Decision on Standards for Interior Departments: "Province as Strategic Unit, District as Strong Unit"
ບົດສະຫຼຸບ
ລັດຖະມົນຕີວ່າການກະຊວງພາຍໃນໄດ້ກຳນົດມາດຕະຖານ, ການປະເມີນຜົນ, ການຢັ້ງຢືນ ແລະ ການຮັບຮອງ ກ່ຽວກັບການກໍ່ສ້າງອົງການພາຍໃນຕາມຫຼັກການ “ແຂວງເປັນໜ່ວຍຍຸດທະສາດ, ເມືອງເປັນໜ່ວຍເຂັ້ມແຂງ” ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນທົ່ວປະເທດ. ມີທັງໝົດສິບຂໍ້.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດທິດນຳ ແລະ ມາດຕະຖານ ເພືອເປັນປອນອີງໃນການປະເມີນ ແຂວງເປັນຫົວຫປວຍຍຸດ ທະສາດ, ເມືອງເປັນຫົວຫຟ່ວຍເຂັ້ມແຂງ ຂອງຂະແໜງພາຍໃນ ແນໃສຮັບປະກັນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ໃນທົ່ວປະເທດ.
ມາດຕາ 2
ແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງ ຂອງຂະແໜງພາຍໃນ ແມ່ນການສ້າງ ອົງການປົກຄອງຂັ້ນແຂວງ, ຂັ້ນເມືອງ ໃຫ້ມີຄວາມສາມາດໃນການຄຸ້ມຄອງວຽກງານ ບໍລິຫານລັດ ທາງດ້ານກົງຈັກ ການຈັດຕັ້ງ, ລະບຽບການບໍລິຫານລັດ, ການປົກຄອງ, ແຜນທີ່, ເຂດແດນເຊື່ອມຕໍ່, ລັດຖະກອນ, ເອກະສານທາງການ, ຊົນເຜົ່າ ແລະ ສາສະໜາ, ແຂ່ງຂັນ-ຍ້ອງຍໍ ແລະ ວຽກງານຄຸ້ມຄອງພົນລະເມືອງ ການຈັດຕັ້ງທາງສັງຄົມຕາມການແບ່ງ ຂັ້ນຄຸ້ມຄອງ.
ມາດຕາ 3
ທິດນຳ ການກຳນົດມາດຕະຖານ ແຂວງເປັນຫົວໜ່ວຍຍຸດທະສາດ , ເມືອງເປັນຫົວໜ່ວຍເຂັ້ມແຂງ ຂອງຂະແໜງພາຍ ໃນ ໃຫ້ປະຕິບັດຕາມທິດນຳ ດັ່ງນີ້: 1. ຮັບປະກັນຄວາມເປັນເອກະພາບ , ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; 2. ປະຕິບັດຫຼັກການລວມສູນເອກະພາບ ທີ່ມີການປ່ຽນແປງຂັ້ນຄຸ້ມຄອງ; 3. ມອບສິດ ແລະ ຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ; 4. ຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 10 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ