ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ, ບູລະນະ, ນຳໃຊ້ປ່າຊາ ແລະ ທີ່ດິນປ່າຊາທຳມະຊາດ ຢູ່ ແຂວງອຸດົມໄຊ

省长决定 关于乌多姆赛省天然茶林及天然茶林地的管理、修复与使用

Provincial Governor's Decision on the Management, Restoration, and Use of Natural Tea Forests and Natural Tea Forest Land in Oudomxay Province

ບົດສະຫຼຸບ

ທ່ານເຈົ້າແຂວງອຸດົມໄຊໄດ້ອອກຂໍ້ກຳນົດກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ, ການຟື້ນຟູ ແລະ ການນຳໃຊ້ປ່າຊາທຳມະຊາດ ແລະ ດິນປ່າຊາທຳມະຊາດຂອງແຂວງ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ເພື່ອໃຫ້ບັນລຸການນຳໃຊ້ແບບຍືນຍົງ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ມີທັງໝົດຊາວຫົກມາດຕາ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຕິດຕາມ, ກວດກາ, ຄຸ້ມຄອງ, ບູລະນະ, ນຳໃຊ້ປ່າຊາ ແລະ ທີ່ດິນປ່າຊາທຳມະຊາດ ຢູ່ພາຍໃນ ແຂວງອຸດົມໄຊ ໃຫ້ເປັນ ເສດຖະກິດແບບຍືນຍົງ ຕິດພັນກັບການຟື້ນຟູ ແລະ ເສີມຂະຫຍາຍ ປ່າຊາທຳມະຊາດ ໃຫ້ມີຄວາມອຸດົມ ສົມບູນ ແລະ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍໃນ ແຂວງອຸດົມໄຊ.

ມາດຕາ 2

ການຄຸ້ມຄອງ, ບູລະນະ, ນຳໃຊ້ປ່າຊາ ແລະ ທີ່ດິນປ່າຊາທຳມະຊາດ ການຄຸ້ມຄອງ, ບູລະນະ, ນຳໃຊ້ປ່າຊາ ແລະ ທີ່ດິນປ່າຊາທຳມະຊາດ ແມ່ນການເຮັດໃຫ້ປ່າຊາ ແລະ ທີ່ ດິນປ່າຊາທຳມະຊາດ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຢ່າງມີແບບແຜນ, ເປັນ ລະບົບ ແລະ ຍືນຍົງ, ຮັບປະກັນບໍ່ໃຫ້ປ່າຊາທຳມະຊາດ ຖືກບຸກລຸກທຳລາຍ, ຊຸດໂຊມ ຫຼື ສູນພັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ