ຂໍ້ຕົກລົງ ວ່າດ້ວຍການກຳນົດຫົວໜ່ວຍລາຄາທົດແທນຄ່າເສຍຫາຍ (ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມ ເທດສະບານເມືອງໄຊ ແຂວງອຸດົມໄຊ)
关于损失补偿单价核定的协议(乌多姆赛省赛县城镇洪灾风险管理项目)
Agreement on Determination of Unit Prices for Loss Compensation (Flood Risk Management Project in Xay District Town, Oudomxay Province)
ບົດສະຫຼຸບ
ເຈົ້າແຂວງອຸດົມໄຊອອກຂໍ້ຕົກລົງ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການກຳນົດລາຄາຊົດເຊີຍຄວາມເສຍຫາຍຊັບສິນຂອງຜູ້ໄດ້ຮັບຜົນກະທົບຈາກໂຄງການຄຸ້ມຄອງຄວາມສ່ຽງໄພນ້ຳຖ້ວມຕົວເມືອງເມືອງໄຊ, ກວມເອົາການຈຳແນກປະເພດຊັບສິນ, ການຄິດໄລ່ລາຄາຕໍ່ໜ່ວຍ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ຕິດຕາມກວດກາ, ຂໍ້ຫ້າມ ແລະ ມາດຕະການແກ້ໄຂ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການກຳນົດຫົວໜ່ວຍລາຄາທົດ ແທນຄ່າເສຍຫາຍຊັບສິນໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການຄຸ້ມຄອງຄວາມສ່ຽງໄພພິບັດ ນ້ຳຖ້ວມ ເທດສະບານເມືອງໄຊ ແຂວງອຸດົມໄຊ ເພື່ອແນໃສ່ທົດແທນຄ່າເສຍຫາຍໃຫ້ສົມເຫດສົມຜົນສອດຄ່ອງກັບດຳລັດເລກທີ 84/ ລບ, ລົງວັນທີ 5 ເມສາ 2016 ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ.
ມາດຕາ 2
ການທົດແທນຄ່າເສຍຫາຍ ການທົດແທນຄ່າເສຍຫາຍ ແມ່ນການທົດແທນ ສຳລັບທີ່ດິນ, ສິ່ງປຸກສ້າງ, ຜົນລະປູກ ແລະ ລາຍຮັບ ທີ່ໄດ້ ຮັບຜົນກະທົບຈາກໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມ ເທດສະບານເມືອງໄຊ ດ້ວຍມູນຄ່າປ່ຽນແປງ ເປັນທີ່ ດິນ, ວັດຖຸ ຫຼື ເປັນເງິນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ