ຄຳແນະນຳ ກ່ຽວກັບຂັ້ນຕອນມາດຕະຖານໃນການປະຕິບັດໜ້າວຽກໂຄງການໄຟຟ້າພະລັງງານນໍ້າ

指导意见关于水电项目工作执行标准程序

Guidance on Standard Procedures for Hydropower Project Work

ບົດສະຫຼຸບ

ລະບຽບການນີ້ກຳນົດ 26 ຂັ້ນຕອນມາດຕະຖານ ສຳລັບໂຄງການໄຟຟ້ານ້ຳຕົກທີ່ອະນຸມັດໂດຍສູນກາງ, ຕັ້ງແຕ່ການຄັດເລືອກນັກພັດທະນາ ຈົນເຖິງການມອບຊັບສິນໃຫ້ລັດຖະບານ, ພ້ອມທັງລະບຸຮູບແບບການດຳເນີນງານ ແລະ ກົນໄກການປະສານງານໃນແຕ່ລະຂັ້ນຕອນ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງພະລັງງານແລະ ບໍ່ແຮ່

ຄຳແນະນຳ
ກ່ຽວກັບຂັ້ນຕອນມາດຕະຖານໃນການປະຕິບັດວຽກ
ໂຄງການໄຟຟ້າພະລັງງານນໍ້າ

- ອີງຕາມ ກົດໝາຍວ່າດ້ວຍໄຟຟ້າ ສະບັບເລກທີ 09/ສພຊ, ລົງວັນທີ 9 ພຶດສະພາ 2017;
- ອີງຕາມ ກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012;
- ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 296/ນຍ, ລົງວັນທີ 4 ກັນຍາ 2017;
- ອີງຕາມ ໜັງສືສະເໜີຂອງ ກົມນິຕິກຳ ສະບັບເລກທີ 509/ພບ.ກນກ, ລົງວັນທີ 5 ຕຸລາ 2020.

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ອອກຄຳແນະນຳ:

ໝວດທີ 1
ບົດບັນຍັດທົ່ວໄປ
1. ຈຸດປະສົງ

ຄຳແນະນຳສະບັບນີ້ ກຳນົດບັນດາຂັ້ນຕອນ, ຫ້າວຽກຕົ້ນຕໍ ແລະ ໄລຍະເວລາ ພ້ອມດ້ວຍວິທີການເຮັດວຽກ ແລະ ກົນໄກປະສານງານໃນການພັດທະນາໂຄງການໄຟຟ້າພະລັງງານນ້ຳທີ່ຂັ້ນສູນກາງເປັນຜູ້ອະນຸຍາດ ທີ່ບັນຍັດໄວ້ໃນ ລະບຽບການ ແລະ ກົດໝາຍ ຂອງ ຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ລວມສູນ, ສະດວກໃນການຈັດຕັ້ງປະຕິບັດ, ເຂົ້າໃຈຈະແຈ້ງ ແລະ ເປັນເອກະພາບ ລະຫວ່າງ ຫ່ວງງານຕ່າງໆພາຍໃນກະຊວງພະລັງງານ ແລະ ບໍ່ແຮ່, ຂະແໜງການ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການພັດທະນາໂຄງການປະເພດດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ, ວ່ອງໄວ ແລະ ສອດຄ່ອງກັບລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.

2. ຂອບເຂດການນຳໃຊ້

ຄຳແນະນຳສະບັບນີ້ ນຳໃຊ້ສະເພາະ ກະຊວງພະລັງງານ ແລະ ບໍ່ແຮ່, ຂະແໜງການ, ບຸກຄົນ, ນິຕິບຸກຄົນ
ແລະ ການຈັດຕັ້ງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຂັ້ນຕອນ ແລະ ວຽກງານໃນການພັດທະນາໂຄງການໄຟຟ້າ

ພະລັງງານນ້ຳທີ່ຂັ້ນສູນກາງເປັນຜູ້ອະນຸຍາດ.
ໝວດທີ II
ຂັ້ນຕອນມາດຕະຖານໃນການປະຕິບັດວຽກງານໂຄງການໄຟຟ້າພະລັງງານນ້ຳ

1. ບັນດາຂັ້ນຕອນມາດຕະຖານ
ຈຳນວນຂັ້ນຕອນມາດຕະຖານ
ຂັ້ນຕອນມາດຕະຖານໃນການປະຕິບັດວຽກງານໂຄງການໄຟຟ້າພະລັງງານນ້ຳ ປະກອບດ້ວຍ 26 ຂັ້ນຕອນ

ຂັ້ນຕອນການຄົ້ນຄວ້າເອົາຜູ້ພັດທະນາ ແລະ ໂຄງການ;
ຂັ້ນຕອນການເຈລະຈາ ແລະ ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ;

ຂັ້ນຕອນການຮັບຮອງບົດລາຍງານການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ;
ຂັ້ນຕອນການຮັບຮອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດເບື້ອງຕົ້ນ;

- ຂັ້ນຕອນການຮັບຮອງບົດລາຍງານການກຳນົດຂອບເຂດການສຶກສາ ແລະ ຂອບເຂດວຽກງານການປະເມີນ
ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດລະອຽດ;

- ຂັ້ນຕອນການຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈ;
- ຂັ້ນຕອນການຍົກເລີກບົດບັນທຶກຄວາມເຂົ້າໃຈ;
- ຂັ້ນຕອນການເຈລະຈາ ແລະ ອະນຸມັດເຊັນສັນຍາພັດທະນາໂຄງການ;
- ຂັ້ນຕອນການຮັບຮອງບົດລາຍງານການສຶກສາຄວາມເປັນໄປໄດ້ດ້ານເຕັກນິກ ແລະ ການເງິນ;
- ຂັ້ນຕອນການຮັບຮອງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
- ຂັ້ນຕອນການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບລາຄາໄຟຟ້າໂຄງການພາຍໃນ;
- ຂັ້ນຕອນການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບລາຄາໄຟຟ້າໂຄງການສົ່ງອອກ;
- ຂັ້ນຕອນການຮັບຮອງການອອກແບບເບື້ອງຕົ້ນ;
- ຂັ້ນຕອນການຮັບຮອງເອກະສານຊ້ອນທ້າຍວ່າດ້ວຍພັນທະດ້ານສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
- ຂັ້ນຕອນການຕໍ່ອາຍຸສັນຍາພັດທະນາໂຄງການ;
- ຂັ້ນຕອນການອະນຸມັດເຊັນສັນຍາສ້າງຕັ່ງບໍລິສັດ;
- ຂັ້ນຕອນການເຈລະຈາ ແລະ ອະນຸມັດເຊັນສັນຍາສຳປະທານ;
- ຂັ້ນຕອນການອະນຸມັດເຊັນສັນຍາຊື້ຂາຍໄຟຟ້າໂຄງການພາຍໃນ;
- ຂັ້ນຕອນການອະນຸມັດເຊັນສັນຍາຊື້ຂາຍໄຟຟ້າໂຄງການສົ່ງອອກ;
- ຂັ້ນຕອນການທົບທວນບັນຊີເຄື່ອງນຳເຂົ້າ;
- ຂັ້ນຕອນການອະນຸມັດໂຄຕາແຮງງານຕ່າງປະເທດປະຈຳປີ;
- ຂັ້ນຕອນການອະນຸມັດການກັກເກັບນໍ້າ;
- ຂັ້ນຕອນການຕິດຕາມກວດກາການກໍ່ສ້າງໂຄງການ;
- ຂັ້ນຕອນການຕິດຕາມກວດກາການດຳເນີນງານ ແລະ ການບຳລຸງຮັກສາໂຄງການ;
- ຂັ້ນຕອນການດັດແກ້ສັນຍາສຳປະທານ;
- ຂັ້ນຕອນການໂອນຊັບສິນໂຄງການໃຫ້ລັດຖະບານ.

2. ຮູບແບບຂອງບັນດາຫ້າວຽກໃນຂັ້ນຕອນມາດຕະຖານ
ບັນດາຂັ້ນຕອນມາດຕະຖານ ຈະປະກອບມີບັນດາຫ້າວຽກລະອຽດ ຊຶ່ງຖືກກຳນົດໄວ້ໃນຕາຕະລາງ
ມາດຕະຖານ ທີ່ມີອົງປະກອບ ຕາມລຳດັບແຕ່ເທິງລົງລຸ່ມ ດັ່ງນີ້:

- ຊື່ຫ້າວຽກ ໝາຍເຖິງ ຊື່ຂອງຫ້າວຽກໃນຂັ້ນຕອນມາດຕະຖານທີ່ຕ້ອງການປະຕິບັດ;
- ຜູ້ຮັບຜິດຊອບ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຮັບຜິດຊອບຕົ້ນຕໍໃນການຈັດຕັ້ງປະຕິບັດຫ້າວຽກ;
- ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້ ໝາຍເຖິງ ເອກະສານ ແລະ ຂໍ້ມູນຕ່າງໆທີ່ເປັນບ່ອນອີງ ແລະ ເປັນຂໍ້ມູນທີ່ຕ້ອງການໃຊ້ເຂົ້າໃນການປະຕິບັດຫ້າວຽກ;
- ຜູ້ຮັບຜິດຊອບສະໜອງເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ສ້າງ, ສະເໜີ ຫຼື ສົ່ງເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້;
- ຂັ້ນຕອນການຈັດຕັ້ງປະຕິບັດຫ້າວຽກ ໝາຍເຖິງ ຂໍ້ແນະນຳໃນການປະຕິບັດຫ້າວຽກທີ່ກ່ຽວຂ້ອງ;
- ຜົນໄດ້ຮັບ ໝາຍເຖິງ ບັນດາຜົນຕອນຕໍ່ທີ່ຈະໄດ້ຈາກການຈັດຕັ້ງປະຕິບັດຫ້າວຽກທີ່ກ່ຽວຂ້ອງ;
ໄລຍະເວລາຂອງວຽກ ໝາຍເຖິງ ໄລຍະເວລາທີ່ກຳນົດໃຊ້ໃນການຈັດຕັ້ງປະຕິບັດວຽກທີ່ກ່ຽວຂ້ອງ ຊຶ່ງບາງວຽກກໍບໍ່ສາມາດກຳນົດໄດ້;

ໝາຍເຫດ ໝາຍເຖິງ ບັນຫາ, ປະເດັນ ຫຼື ຈຸດທີ່ຕ້ອງເອົາໃຈໃສ່, ຄຳນຶງ ໃນເວລາຈັດຕັ້ງປະຕິບັດວຽກ.

ເນື້ອໃນລະອຽດຂອງແຕ່ລະຂັ້ນຕອນ
1. ຂັ້ນຕອນການຄົ້ນຄວ້າເອົາຜູ້ພັດທະນາ ແລະ ໂຄງການ
1.1. ພາກສະເຫຼີ

ຄວາມໝາຍຂອງຂັ້ນຕອນ
ຂັ້ນຕອນມາດຕະຖານນີ້ ກຳນົດບັນດາຂະບວນການ ແລະ ວຽກສຳລັບການຄົ້ນຄວ້າເອົາຜູ້ພັດທະນາ ແລະ ໂຄງການໄຟຟ້າພະລັງງານນ້ຳທີ່ບໍ່ຜ່ານການປະມູນ ທີ່ຂັ້ນສູນກາງອະນຸຍາດ. ໂຄງການໄຟຟ້າພະລັງງານນ້ຳທີ່ບໍ່ຜ່ານການປະມູນ ແມ່ນນິຕິບຸກຄົນທີ່ສົນໃຈເປັນຜູ້ກຳນົດຂຶ້ນມາ ແລ້ວສະເໜີຕໍ່ລັດຖະບານເພື່ອພິຈາລະນາ ອະນຸມັດໃຫ້ພັດທະນາໂຄງການດັ່ງກ່າວ ເປັນ ທຸລະກິດການຜະລິດໄຟຟ້າສະເພາະ. ສ່ວນການຄົ້ນເອົາຜູ້
ພັດທະນາໂຄງການຜ່ານການປະມູນ ໄດ້ຖືກກຳນົດໄວ້ໃນລະບຽບການຕ່າງຫາກ ເພາະເປັນໂຄງການທີ່ຢູ່ໃນແຜນພັດທະນາພະລັງງານໄຟຟ້າແຫ່ງຊາດ ທີ່ລັດຖະບານເປັນຜູ້ກຳນົດຂຶ້ນມາ ແລ້ວເປີດການທາບທາມ ຊອກຫາຜູ້ພັດທະນາໂຄງການດັ່ງກ່າວ.

ການພັດທະນາໂຄງການໄຟຟ້າພະລັງງານນໍຳທີ່ບໍ່ຜ່ານການປະມູນ ເລີ່ມດ້ວຍການຄົ້ນຄວ້າ, ວິເຄາະເບື້ອງຕົນຂອງນິຕິບຸກຄົນທີສົນໃຈໂຄງການ ແລ້ວສົ່ງຄຳຮ້ອງພ້ອມດ້ວຍເອກະສານປະກອບໃນການພັດທະນາໂຄງການ ໄປຍັງ ກະຊວງແຜນການ ແລະ ການລົງທຶນ. ອີງຕາມ ກົດໝາຍວ່າດ້ວຍໄຟຟ້າ, ໂຄງການດັ່ງກ່າວ ຈະອະນຸຍາດໃຫ້ນິຕິບຸກຄົນ ໂດຍຜ່ານຂັ້ນຕອນຂອງໂຄງການທີ່ບໍ່ຜ່ານການປະມູນ ແຕ່ຕ້ອງປະຕິບັດໃຫ້ຄົບເງື່ອນໄຂທີ່ກຳນົດໄວ້ໃນ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ.
ຫຼັງຈາກສຳເລັດການກັນກອງເບື້ອງຕົ້ນແລ້ວ, ກະຊວງແຜນການ ແລະ ການລົງທຶນ ສົ່ງເອກະສານຄຳຮ້ອງ
ທັງຫົດໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອກວດກາລະອຽດ. ກະຊວງພະລັງງານ ແລະ ບໍ່ແຮ່ ເປັນໜ່ວຍງານໃຈກາງໃນການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ ຊຶ່ງຜ່ານສາມໄລຍະ ດັ່ງນີ້:
- ໄລຍະທີ 1: ດຳເນີນການຄົ້ນຄວ້າກ່ອນເຊັນບົດບັນທຶກຄວາມເຂົ້າໃຈ;
- ໄລຍະທີ 2: ພາຍຫຼັງສຳເລັດການປະຕິບັດພັນທະໃນບົດບັນທຶກຄວາມເຂົ້າໃຈ ແລ້ວດຳເນີນການຄົ້ນຄວ້າກ່ອນເຊັນສັນຍາພັດທະນາໂຄງການ;
- ໄລຍະທີ 3: ພາຍຫຼັງສຳເລັດການປະຕິບັດພັນທະໃນສັນຍາພັດທະນາໂຄງການ ແລ້ວດຳເນີນການຄົ້ນຄວ້າກ່ອນເຊັນສັນຍາສຳປະທານ.
ນິຕິບຸກຄົນທີ່ສົນໃຈສາມາດເອົາ “ແບບຄຳຮ້ອງຂໍລົງທຶນໃນຂະແໜງພະລັງງານໄຟຟ້າ ຢູ່ ສປປ ລາວ” ໄດ້ຈາກ ເວັບໄຊ ຂອງ ກະຊວງແຜນການ ແລະ ການລົງທຶນ ຫຼື ເອົາຈາກ ກະຊວງແຜນການ ແລະ ການລົງທຶນ.
ນະຄອນຫຼວງວຽງຈັນ. ພາຍຫຼັງປະກອບຂໍ້ມູນໃສ່ແບບຄຳຮ້ອງສຳເລັດ ນິຕິບຸກຄົນດັ່ງກ່າວຕ້ອງຍື່ນເອກະສານດັ່ງກ່າວຕໍ່ ກະຊວງແຜນການ ແລະ ການລົງທຶນ. ກົມສົ່ງເສີມການລົງທຶນ ຫຼື ຫ້ອງການບໍລິການການລົງທຶນປະຕູດຽວ, ກະຊວງແຜນການ ແລະ ການລົງທຶນ ຈະກວດກາເບື້ອງຕົ້ນກ່ຽວກັບຄວາມຄົບຖ້ວນ ແລະ ຄວາມຖືກຕ້ອງຂອງເອກະສານຄຳຮ້ອງ ແລ້ວສົ່ງຕໍ່ໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່. ພາຍຫຼັງໄດ້ຮັບເອກະສານຄຳຮ້ອງຈາກກະຊວງແຜນການ ແລະ ການລົງທຶນ, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ສົ່ງເອກະສານຄຳຮ້ອງດັ່ງກ່າວໃຫ້ ກົມທຸລະກິດພະລັງງານ ຊຶ່ງຈະສົ່ງຕໍ່ຫາກົມກອງກ່ຽວຂ້ອງລວມທັງພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ ເພື່ອຂໍຄຳເຫັນດ້ານເຕັກນິກ. ກົມທຸລະກິດພະລັງງານ ສັງລວມຄຳເຫັນຈາກກົມກອງກ່ຽວຂ້ອງ. ຫຼັງຈາກສຳເລັດການປະຊຸມຫາລືກັບກົມກອງກ່ຽວຂ້ອງແລ້ວ, ກົມທຸລະກິດພະລັງງານ
ສິ່ງຄຳຮ້ອງພ້ອມດ້ວຍຄຳເຫັນທັງພົດໃຫ້ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາສົ່ງຕໍ່ໄປຍັງ ກະຊວງແຜນການ ແລະ ການລົງທຶນ. ພາຍຫຼັງທີ່ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ສຳເລັດການພິຈາລະນາແລ້ວ, ຫ້ອງການບໍລິການການລົງທຶນປະຕູດຽວ ອອກຫັງສີ ອະນຸມັດ ຫຼື ປະຕິເສດ ຄຳຮ້ອງ ເພື່ອແຈ້ງຕອບນິຕິບຸກຄົນທີ່ກ່ຽວຂ້ອງຢ່າງເປັນທາງການ.
ການເລີມເງຶນຂັ້ນເຕອນ
ນິຕິບຸກຄົນ ສົ່ງ ແບບຄຳຮ້ອງຂໍລົງທຶນໃນຂະແບນງພະລັງງານໄຟຟ້າ ຢູ່ ສປປ ລາວ ທີ່ໄດ້ປະກອບຂໍ້ມູນ ແລ້ວ ເປັນສະບັບພາສາລາວ ຫຼື ພາສາອັງກິດ ຈຳນວນ 6 ຊຸດ ໃຫ້ ກະຊວງແຜນການ ແລະ ການລົງທຶນ.
ເອກະສານປະກອບທີ່ນິຕິບຸກຄົນຕ້ອງຄັດຕິດໄປພ້ອມສຳລັບໂຄງການທີ່ບໍ່ຜ່ານການປະມູນ ໄດ້ລະບຸໄວ້ໃນຂໍ້ທີ 1.8 ເຖິງ 1.5 ຂອງ ຂັ້ນຕອນມາດຕະຖານນີ້.
ມິເຈິງຳສຳຍັນທີກຳນົດກ່ຽວກັບຂັ້ນຕອນ
ນິຕິກຳສຳຄັນທີ່ກຳນົດກ່ຽວກັບຂັ້ນຕອນ ມີດັ່ງນີ້:
- ກົດໝາຍວ່າດ້ວຍໄຟຟ້າ;
- ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ;
- ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ;
- ນະໂຍບາຍການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ ຂອງ ສປປ ລາວ;
- ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ ຂອງ ສປປ ລາວ;
- ແບບຟອມການປະເມີນການຈັດຕັ້ງປະຕິບັດນະໂຍບາຍການພັດທະນາໄຟຟ້ານ້ຳຕົກແບບຍືນຍົງ ຂອງ ສປປ ລາວ.

1.2. ບັນດາຫ້າວຽກໃນຂັ້ນຕອນ
ປ້ຳງວຽກທີ 1: ການຮັບເອົາ ແລະ ທົບທວນຄຳຮ້ອງ ແລະ ເອກະສານປະກອບ

ຂໍ້ກຳນົດໃນຫ້າວຽກນີ້ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ ແລະ ການປຶກສາຫາລືກັບຂະແໜງການກ່ຽວຂ້ອງ ເພື່ອສັງລວມເປັນຫ້າວຽກສຳຄັນເຂົ້າໃນຂັ້ນຕອນ
ມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງຂະແຫງງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ.

ໜ້າວຽກທີ 1: ການຮັບເອົາ ແລະ ທົບທວນຄຳຮ້ອງ ແລະ ເອກະສານປະກອບ

ຜູ້ຮັບຜິດຊອບ ຫ້ອງການບໍລິການການລົງທຶນປະຕູດຽວ.
ເອກະສານ ແລະ ຂໍ ແບບຄຳຮ້ອງຂໍລົງທຶນໃນຂະແບນງພະລັງງານໄຟຟ້າ ຢູ່ ສປປ ລາວ ທີຕື່ມຂໍມູນມູນທີຕ້ອງການໃຊ້ ຄົບຖ້ວນແລ້ວ ແລະ ເອກະສານປະກອບ (6 ຊຸດ ອາດເປັນພາສາລາວ ຫຼື ອັງກິດ ກໍໄດ້). ແບບຄຳຮ້ອງຂໍລົງທຶນໃນຂະແໝງພະລັງງານໄຟຟ້າ ຢູ່ ສປປ ລາວ ສາມາດຫາໄດ້ໃນອິນເຕີເນັດຢູ່ເວັບໄຊຂອງ ກະຊວງແຜນການ ແລະ ການລົງທຶນ [ເວັບໄຊ] ຫຼື ສາມາດໄປຂໍນຳ ຫ້ອງການບໍລິການການລົງທຶນປະຕູດຽວ ຂອງກະຊວງດັ່ງກ່າວ ໂດຍກົງ.

ເອກະສານປະກອບ ມີດັ່ງຕໍ່ໄປນີ້:
- ຄວາມເປັນມາ ແລະ ປະສົບການຂອງນິຕິບຸກຄົນ ຊຶ່ງປະກອບດ້ວຍ
ເອກະສານຢັ້ງຢືນຜົນສຳເລັດຢ່າງຫ້ອຍ 20 ຢ່າງ ແລະ ປະສົບການໃນພາກ
ພື້ນ ທີ່ສະແດງໃຫ້ເຫັນຜົນສຳເລັດ ຫຼື ໂຄງການທີ່ກຳລັງດຳເນີນໃນ ສປປ
ລາວ ແລະ ປະເທດໃນພາກພື້ນ;

- ເອກະສານສະແດງຖານະດ້ານການເງິນ 5 ປີການເງິນ ຫຼ້າສຸດ;

- ໃບທະບຽນວິສາຫະກິດຈາກປະເທດທີ່ນິຕິບຸກຄົນໄດ້ສ້າງຕັ້ງຂຶ້ນ ຫຼື ກຳ
ລັງດຳເນີນທຸລະກິດຢູ່;
- ໃບມອບສິດຈາກບຸກຄົນທີ່ສົ່ງຄຳຮ້ອງສຳລັບກໍລະນີທີ່ບຸກຄົນທີ່ມາຍື່ນບໍ່
ແມ່ນຕຳແຫ່ງສູງສຸດຂອງນິຕິບຸກຄົນ;

- ແຜນທີ່ສະແດງທີ່ຕັ້ງ/ເຂດຂອງໂຄງການ;

- ຂໍ້ມູນດ້ານເຕັກນິກຂອງໂຄງການ;

- ຂໍ້ມູນພາກສະໜາມເບື້ອງຕົ້ນຂອງໂຄງການ (ຖ້າມີ);

- ເອກະສານປະກອບຕາມເງື່ອນໄຂຂອງໂຄງການທີ່ບໍ່ຜ່ານການປະມູນ ແຕ່ກໍ
ຂຶ້ນກັບຂະໜາດຂອງໂຄງການ;

- ຂໍ້ມູນອື່ນໆທີ່ເໝາະສົມກັບການປະກອບຄຳຮ້ອງ.
ຜູ້ຮັບຜິດຊອບສະໜອງເອກະສານ ແລະ ຂໍ້ມູນ

ນິຕິບຸກຄົນສົ່ງທີ່ຄຳຮ້ອງພ້ອມດ້ວຍເອກະສານປະກອບ.

ທີ່ຕ້ອງການໃຊ້
ວິທີຈັດຕັ້ງປະຕິບັດ ຫ້ອງການບໍລິການການລົງທຶນປະຕູດຽວ ກວດກາເອກະສານເພື່ອໃຫ້ໄດ້ຄົບ
ຫ້າວຽກ ຕາມເງື່ອນໄຂຂອງໂຄງການທີ່ບໍ່ຜ່ານການປະມູນ. ຊຶ່ງນອກຈາກຂໍ້ມູນທົ່ວໄປ
ຂອງໂຄງການແລ້ວ ຕ້ອງປະກອບຕື່ມອີກດັ່ງນີ້:

ເອກະສານເພື່ອໃຫ້ໄດ້ຕາມເງື່ອນໄຂຂອງໂຄງການທີ່ບໍ່ຜ່ານການປະເມີນ

- ບົດລາຍງານກ່ຽວກັບຜົນປະໂຫຍດຂອງໂຄງການ (ຕາມລາຍລະອຽດທີ່ກຳ
ນົດໄວ້ໃນ ຂໍ້ 1.3 ຂອງຂັ້ນຕອນມາດຕະຖານນີ້) ຊຶ່ງສະແດງໃຫ້ເຫັນຜົນ
ປະໂຫຍດທີ່ເປັນຮູບປະທຳທີ່ຈະເກີດຈາກໂຄງການ. ຜົນປະໂຫຍດທີ່ເປັນ
ນາມມະທຳຍັງບໍ່ທັນມີຄວາມຈຳເປັນຕ້ອງລະບຸໃນໄລຍະນີ້ຂອງໂຄງການ;

- ເອກະສານສະແດງກ່ຽວກັບຮູບແບບ ຫຼື ເຕັກໂນໂລຊີໃໝ່ຂອງໂຄງການ (ຖ້າ
ມີ) ຕາມລາຍລະອຽດທີ່ກຳນົດໄວ້ໃນ ຂໍ້ 1.3 ຂອງຂັ້ນຕອນມາດຕະຖານນີ້;

- ເອກະສານອະທິບາຍໃຫ້ເຫັນວ່າ ໂຄງການສອດຄ່ອງກັບຍຸດທະສາດຂອງ
ລັດຖະບານ (ຖ້າມີ) ຕາມລາຍລະອຽດທີ່ກຳນົດໄວ້ໃນ ຂໍ້ 13 ຂອງຂັ້ນຕອນ
ມາດຕະຖານນີ້;

ເອກະສານຢັ້ງຢືນເຕັກນິກ ແລະ ຖານະດ້ານການເງິນ

- ເອກະສານຮັບປະກັນວ່າ ນິຕິບຸກຄົນທີ່ຍືນຄຳຮ້ອງ ບໍ່ໄດ້ຖືກຂຶ້ນບັນຊີດຳຈາກ
ລັດຖະບານອື່ນ ຫຼື ສະຖາບັນການເງິນໃດໆ;

- ສັດສ່ວນການຖືຮຸ້ນໃນນິຕິບຸກຄົນ ໄດ້ຮັບການຢັ້ງຢືນຈາກຫົວໜ່ວຍງານທີ່ໄດ້
ຮັບອະນຸຍາດຖືກຕາມກົດໝາຍ ຖ້າຫາກຕົກໃນກໍລະນີການຮ່ວມ
ພັດທະນາ;

- ປະສົບການໃນການປະຕິບັດໂຄງການທີ່ຄ້າຍຄຽງກັນໃນ 5 ປີ ຫຼັງສຸດ ນັບ
ແຕ່ວັນທີທີ່ສົ່ງຄຳຮ້ອງຂໍໂຄງການທີ່ບໍ່ຜ່ານການປະມູນ ຕາມລາຍລະອຽດທີ່
ກຳນົດໄວ້ໃນ ຂໍ້ 15 ຂອງຂັ້ນຕອນມາດຕະຖານນີ້;

- ບັນຊີວິສາຫະກິດທີ່ໄດ້ຜ່ານການກວດສອບ 5 ປີການເງິນ ຫຼັງສຸດ ຕາມລາຍ
ລະອຽດທີ່ກຳນົດໄວ້ໃນ ຂໍ້ 1.4 ຂອງຂັ້ນຕອນມາດຕະຖານນີ້;

ຂ -
- ເອກະສານຢັ້ງຢືນດ້ານການເງິນຂອງນິຕິບຸກຄົນຈາກທະນາຄານ;
- ເອກະສານຮັບປະກັນວ່າ ນິຕິບຸກຄົນບໍ່ຢູ່ໃນພາວະຖືກຄວບຄຸມກິດຈະການ ໂດຍເຈົ້າໜີ້.

ຫ້າວຽກຍ່ອຍທີ 1.1 | - ຫ້ອງການບໍລິການການລົງທຶນປະຕູດຽວ ກວດກາເອກະສານທັງໝົດທີ່ ການທົບທວນຄຳຮ້ອງ ນິຕິບຸກຄົນສົ່ງໃຫ້ ເພື່ອໃຫ້ຄົບຕາມຈຳນວນເອກະສານທີ່ຕ້ອງປະກອບ ແລະ ເອກະສານ ເປັນຄຳຮ້ອງ;
ປະກອບ |! - ຫ້ອງການບໍລິການການລົງທຶນປະຕູດຽວ ແນະນຳນິຕິບຸກຄົນ ຖ້າຫາກຂໍ້ມູນ ຫຼື ເອກະສານບໍ່ພຽງພໍທີ່ຕ້ອງການເພີ່ມອີກ;

- ຫ້ອງການບໍລິການການລົງທຶນປະຕູດຽວ ສົ່ງເອກະສານດັ່ງກ່າວທັງໝົດຕໍ່ໄປ ໃຫ້ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່.

ຜົນໄດ້ຮັບ - ແຈ້ງໃຫ້ ນິຕິບຸກຄົນທີ່ຍື່ນຄຳຮ້ອງ ຊາບ ໃນກໍລະນີພົບເຫັນຄວາມບໍ່
ຖືກຕ້ອງ/ຄວາມບໍ່ຄົບຖ້ວນໃນຄຳຮ້ອງ ຫຼື ເອກະສານປະກອບ ຫຼື ຖ້າຕ້ອງການເອກະສານເພີ່ມ;

- ຫ້ອງການບໍລິການການລົງທຶນປະຕູດຽວ ດຳເນີນການກວດກາຄວາມຄົບຖ້ວນຂອງເອກະສານທີ່ສິ່ງເຂົ້າມາ. ຖ້າຫາກພົບວ່າເອກະສານດັ່ງກ່າວບໍ່ຄົບຖ້ວນໃນຮູບການໃດກໍຕາມ, ຫ້ອງການບໍລິການການລົງທຶນປະຕູດຽວ ຕ້ອງແຈ້ງນິຕິບຸກຄົນໃຫ້ສົ່ງເອກະສານທີ່ຕ້ອງການນັ້ນຕື່ມອີກ.

ໄລຍະເວລາຂອງການແຈ້ງໃຫ້ຊາບພາຍໃນ ຫ້າ (5) ວັນລັດຖະການ ນັບແຕ່ມື້ໄດ້ຮັບຄຳຮ້ອງຈາກນິຕິບຸກຄົນທີ່ຍື່ນຄຳຮ້ອງ.

ວຽກຍ່ອຍທີ 1.2 | - ເມື່ອ ຫ້ອງການບໍລິການການລົງທຶນປະຕູດຽວ ເຫັນວ່າ ເອກະສານທີ່ໄດ້ຮັບສົ່ງເອກະສານຄຳຮ້ອງ ຈາກ ນິຕິບຸກຄົນ ໄດ້ຄົບຕາມເງື່ອນໄຂ, ພ້ອມດ້ວຍເອກະສານ ຫ້ອງການບໍລິການການລົງທຶນປະຕູດຽວ ຕ້ອງອອກໃບກິດສຳພັນພາຍໃນ ເພື່ອສົ່ງເອກະສານດັ່ງກ່າວຕໍ່ໄປຍັງພະແນກຄົ້ນຄວ້າວິໄຈໂຄງການ, ກົມ
ປະກອບຕໍ່ໄປຍັງ ພະແນກຄົ້ນຄວ້າວິໄຈ ສິ່ງເສີມການລົງທຶນ ເພື່ອປະເມີນເອກະສານຄຳຮ້ອງດັງກ່າວຕໍ່ໄປ;
ໂຄງການ, ກົມສົ່ງເສີມ / - ສຳເນົາເອກະສານຄຳຮ້ອງ ພ້ອມດ້ວຍເອກະສານປະກອບຕ້ອງຄັດຕິດໃສ່ໃບ
ການລົງທຶນ ກິດສຳພັນພາຍໃນດັ່ງກ່າວ.

ຜົນໄດ້ຮັບ ໃບກິດສຳພັນພາຍໃນສົ່ງເຖິງ ພະແນກຄົ້ນຄວ້າວິໄຈໂຄງການ, ກົມສົ່ງເສີມການ
ລົງທຶນ ພ້ອມດ້ວຍສຳເນົາເອກະສານຄຳຮ້ອງ ພ້ອມດ້ວຍເອກະສານປະກອບທີ່
ໄດ້ຮັບຈາກນິຕິບຸກຄົນ.

ໄລຍະເວລາຂອງຫ້າ ພາຍໃນ ສາມ (3) ວັນລັດຖະການ ນັບແຕ່ວັນທີໄດ້ຮັບເອກະສານຄຳຮ້ອງຈາກ
ວຽກ ນິຕິບຸກຄົນເປົາໜາຍ ພ້ອມດ້ວຍເອກະສານປະກອບທີ່ ຫ້ອງການບໍລິການການ
ລົງທຶນປະຕູດຽວ ເຫັນວ່າໄດ້ຄົບຕາມເງື່ອນແລ້ວ.

ບນາຍເຫດ ເອກະສານທີກຳນົດໃຊ້ໃນການສືສານສຳລັບຫ້າວຽກນີ ມີຄື:
- ຫັງສືຈາກ ຫ້ອງການບໍລິການການລົງທຶນປະຕູດຽວ ເຖິງ ນິຕິບຸກຄົນ ເພືອຂໍ
ມູນເພມສາລບຄາຮອງລງທນ.

ໜ້າວຽກທີ 2: ການທົບທວນເອກະສານດຳຮ້ອງ ພ້ອມດ້ວຍເອກະສານປະກອບ ແລະ ສົ່ງໄປຍັງ ກະຊວງ
ພະລັງງານ ແລະ ບໍ່ແຮ່
ຂໍ້ກຳນົດໃນໜ້າວຽກນີ້ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ
ແລະ ການປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັງລວມເປັນໜ້າວຽກສຳຄັນເຂົ້າໃນຂັ້ນຕອນ
ມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງ
ຂະແໜງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ.

ພະລັງງານ ແລະ ບໍ່ແຮ່

ໜ້າວຽກທີ 2: ການທົບທວນເອກະສານດຳຮ້ອງ ພ້ອມດ້ວຍເອກະສານປະກອບ ແລະ ສົ່ງດີໄປຍັງ ກະຊວງ

ຜູ້ຮັບຜິດຊອບ
ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າວິໄຈໂຄງການ).

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້

ເອກະສານປະກອບ ມີດັ່ງຕໍ່ໄປນີ້:
- ຄວາມເປັນມາ ແລະ ປະສົບການຂອງນິຕິບຸກຄົນ ຊຶ່ງປະກອບດ້ວຍ
ເອກະສານຢັ້ງຢືນຜົນສຳເລັດຢ່າງຫ້ອຍ 20 ຢ່າງ ແລະ ປະສົບການໃນພາກ
ພື້ນ ທີ່ສະແດງໃຫ້ເຫັນຜົນສຳເລັດ ຫຼື ໂຄງການທີ່ກຳລັງດຳເນີນໃນ ສປປ
ລາວ ແລະ ປະເທດໃນພາກພື້ນ;

- ເອກະສານສະແດງຖານະດ້ານການເງິນ 5 ປີການເງິນ ຫຼ້າສຸດ;

- ໃບທະບຽນວິສາຫະກິດຈາກປະເທດທີ່ນິຕິບຸກຄົນໄດ້ສ້າງຕັ້ງຂຶ້ນ ຫຼື ກຳ
ລັງດຳເນີນທຸລະກິດຢູ່;

- ໃບມອບສິດຈາກບຸກຄົນທີ່ສິ່ງຄຳຮ້ອງສຳລັບກໍລະນີທີ່ບຸກຄົນທີ່ມາຍືນບໍ່
ແມ່ນຕຳແຫ່ງສູງສຸດຂອງນິຕິບຸກຄົນ;

- ແຜນທີ່ສະແດງທີ່ຕັ່ງ/ເຂດຂອງໂຄງການ;

- ຂໍ້ມູນດ້ານເຕັກນິກຂອງໂຄງການ;

- ຂໍ້ມູນພາກສະໜາມເບື້ອງຕົ້ນຂອງໂຄງການ (ຖ້າມີ);

- ເອກະສານປະກອບຕາມເງື່ອນໄຂຂອງໂຄງການທີ່ບໍ່ຜ່ນການປະມູນ ແຕ່ກໍ
ຂຶ້ນກັບຂະໜາດຂອງໂຄງການ;

- ຂໍ້ມູນອື່ນໆທີ່ເໝາະສົມກັບການປະກອບຄຳຮ້ອງ;
ໃບກິດສຳພັນພາຍໃນ ຈາກ ຫ້ອງການບໍລິການການລົງທຶນປະຕູດຽວ ເຖິງ ພະແນກຄົ້ນຄວ້າວິໄຈໂຄງການ.

ຜູ້ຮັບຜິດຊອບສະໜອງ ເອກະສານ ແລະ ຂໍ້ມູນ

ຫ້ອງການບໍລິການການລົງທຶນປະຕູດຽວ.

ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າວິໄຈໂຄງການ) ທົບທວນຄວາມເປັນມາຂອງນັກລົງທຶນ, ໂຄງສ້າງການຖືຮຸ້ນ ແລະ ການເງິນ ພ້ອມດ້ວຍເອກະສານຢັ້ງຢືນ ແລະ ປະສົບການກ່ຽວກັບໄຟຟ້າພະລັງນໍ້າ. ຕົວຊີ້ວັດຕົ້ນທີ່ຕ້ອງທົບທວນມີຄື:

- ບົດສະເໜີພັດທະນາໂຄງການທີ່ເຊັນຢັ້ງຢືນຈາກ ປະທານ ຫຼື ຜູ້ອຳນວຍການໃຫຍ່ຂອງນິຕິບຸກຄົນ;
- ຄວາມເປັນມາ ແລະ ເອກະສານຢັ້ງຢືນຜົນສຳເລັດຂອງນິຕິບຸກຄົນ, ໃບທະບຽນວິສາຫະກິດຂອງນິຕິບຸກຄົນ;
- ໜັງສືສະເໜີຮ່ວມ (ໃນກໍລະນີຫຼາຍນິຕິບຸກຄົນສະເໜີພັດທະນາຮ່ວມກັນ);
- ໃບມອບສິດ (ຖ້າມີ);
- ແຜນທີ່ ແລະ ທີ່ຕັ້ງຂອງໂຄງການ;
- ຂໍ້ມູນດ້ານເຕັກນິກຂອງໂຄງການ:

ກຳລັງຕິດຕັ້ງຂອງໂຄງການ,
ລວງສູງຂອງນຳຕົກ,
ປະເພດ ແລະ ລັກສະນະຂອງໂຄງການ: ຝາຍນຳລົນ, ອ່າງເກັບນຳ ແລະ ອືນໆ,
ຂໍມູນດ້ານສິງແວດລ້ອມ (ບົດລາຍງານໃນອະດີດ ຖ້າມີ);

- ຂໍມູນພາກສະໝາມເບືອງຕົນຂອງໂຄງການ (ຖ້າມີ);
- ຕະຫຼາດເປົາໜາຍຂອງການຜະລິດໄຟຟ້າ (ສົງອອກ ຫຼື ສະໜພອງພາຍໃນ);
- ທົບທວນຖານະດ້ານການເງິນຂອງນິຕິບຸກຄົນໃນໄລຍະ ຣ ປີ ຫຼ້າສຸດ;
- ເອກະສານຢັ້ງປືນຈາກສະຖາບັນການເງິນ ຫຼື ທະນາຄານຂອງນິຕິບຸກຄົນ;
- ຂໍມູນອືນໆທີ່ໃຫ້ລາຍລະອຽດກ່ຽວກັບໂຄງການ ຖ້າມີ.

ພະແນກຄົ້ນຄວ້າວິໄຈໂຄງການ ອອກຫັງສືເພືອສົ່ງເອກະສານຄຳຮ້ອງດັ່ງກ່າວ ໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປະເມີນລະອຽດກ່ຽວກັບຄຳຮ້ອງ ພ້ອມທັງມີຄຳເຫັນ. ສຳເນົາເອກະສານຄຳຮ້ອງ ພ້ອມດ້ວຍເອກະສານປະກອບ ຕ້ອງຄັດຕິດໃສ່ຫັງສືດັ່ງກ່າວ.

ຜົນໄດ້ຮັບ ຫັງສືເຖິງ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍສຳເນົາ
ເອກະສານຄຳຮ້ອງທີ່ຕື່ມຂໍ້ມູນແລ້ວ ແລະ ເອກະສານປະກອບທີ່ໄດ້ຮັບຈາກນິຕິບຸກຄົນ.

ໄລຍະເວລາຂອງຫ້ອງການ ພາຍໃນ ສອງ (2) ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຄຳຮ້ອງຈາກນິຕິບຸກຄົນເປົ້າໝາຍ ພ້ອມດ້ວຍເອກະສານກ່ຽວຂ້ອງ ທີ່ ຫ້ອງການບໍລິການການລົງທຶນປະຕູດຽວ ເຫັນວ່າຄົບຕາມເງື່ອນໄຂແລ້ວ.

ໝາຍເຫດ ເອກະສານທີ່ກຳນົດໃຊ້ໃນການສື່ສານສຳລັບວຽກນີ້ ມີຄື:
- ໜັງສືຈາກ ກົມສົ່ງເສີມການລົງທຶນ ເຖິງ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນຳສົ່ງເອກະສານຄຳຮ້ອງ ພ້ອມດ້ວຍເອກະສານປະກອບ.

ໜ້າວຽກທີ 3: ການສົ່ງຄຳຮ້ອງຂອງນິຕິບຸກຄົນ ແລະ ຂໍຄຳເຫັນຈາກບັນດາໜ່ວຍງານກ່ຽວຂ້ອງ

ໜ້າວຽກທີ 5: ສົ່ງຄຳຮ້ອງຂອງນິຕິບຸກຄົນ ແລະ ຂໍຄຳເຫັນຈາກບັນດາໜ່ວຍງານກ່ຽວຂ້ອງ

ຜູ້ຮັບຜິດຊອບ
- ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່;
- ກົມທຸລະກິດພະລັງງານ (ພະແນກສັນຍາ).
ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້
ໜັງສື ຈາກ ກົມສົ່ງເສີມການລົງທຶນ ເພື່ອສົ່ງເອກະສານຄຳຮ້ອງ ແລະ ເອກະສານປະກອບໃຫ້ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່.

ຜູ້ຮັບຜິດຊອບສະໜອງ
ເອກະສານ ແລະ ຂໍ້ມູນ
ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ.

ທີ່ຕ້ອງການໃຊ້
ວິທີຈັດຕັ້ງປະຕິບັດ ທີ່ຫ້າວຽກຍ່ອຍທີ 3.1: ສົ່ງຄຳຮ້ອງລົງທຶນໄປຍັງໜ່ວຍງານທີ່ກ່ຽວຂ້ອງເພື່ອ
ຫ້າວຽກ ປະກອບຄຳເຫັນ

ພາຍຫຼັງ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບເອກະສານຄຳຮ້ອງ
ພ້ອມດ້ວຍເອກະສານປະກອບແລ້ວ ຕ້ອງສົ່ງໃຫ້ ກົມທຸລະກິດພະລັງງານ (ພະ
ແນກສັນຍາ) ພາຍໃນ ສອງ (2) ວັນລັດຖະການ ພ້ອມທັງສຳເນົາໃຫ້ ພະແນກ
ຄົ້ນຄວ້າສັງລວມປະຕູດຽວ ຂອງຫ້ອງການກະຊວງ ເພື່ອຕິດຕາມ. ກົມທຸລະກິດ
ພະລັງງານ (ພະແນກສັນຍາ) ສົ່ງຕໍ່ໄປຫາ ກົມນະໂຍບາຍ ແລະ ແຜນພະລັງງານ
(ພະແນກວາງແຜນແຫຼ່ງຜະລິດໄຟຟ້າ ແລະ ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ), ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ), ກົມນິຕິກຳ (ພະແນກນິຕິກຳພະລັງງານ) ແລະ ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ ເພື່ອປະກອບຄຳເຫັນ.

ທີມງານຍ່ອຍທີ 3.2 ກົມທຸລະກິດພະລັງງານ (ພະແນກສັນຍາ) ກວດກາ ແລະ ປະເມີນຄຳຮ້ອງ

ພະແນກສັນຍາ ທົບທວນເອກະສານຄຳຮ້ອງລົງທຶນທີ່ຕື່ມຂໍ້ມູນຄົບຖ້ວນຂອງ ເອກະສານ ແລ້ວກວດກາຄວາມສອດຄ່ອງກັບເງື່ອນໄຂຂອງກົດໝາຍວ່າດ້ວຍ ໄຟຟ້າ ທີ່ກຳນົດວ່າ ຄຳຮ້ອງລົງທຶນໂຄງການທີ່ບໍ່ຜ່ານການປະມູນແຂ່ງຂັນ ຕ້ອງ ໃຫ້ຜົນປະໂຫຍດສູງແກ່ລັດຖະບານ ແລະ ຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້:

- ຕ້ອງເປັນໂຄງການທີ່ມີຮູບແບບ ຫຼື ເຕັກໂນໂລຊີທີ່ທັນສະໄໝ ຫຼື ໃໝ່ຢູ່ ສປປ ລາວ;
- ເປັນໂຄງການທີ່ມີລັກສະນະຍຸດທະສາດຂອງລັດ;
ນິຕິບຸກຄົນທີ່ສະເໜີໂຄງການຕ້ອງມີເງື່ອນໄຂດ້ານເຕັກນິກ ແລະ ການເງິນສົມຄູ່ກັບໂຄງການ.

ລັດຖະບານສາມາດອະນຸຍາດໃຫ້ລັດວິສາຫະກິດຂອງຕົນພັດທະນາໂຄງການໄຟຟ້າໂດຍບໍ່ຜ່ານການປະມູນໄດ້. ແຕ່ຕ້ອງປະຕິບັດຕາມຂັ້ນຕອນສຳລັບການພັດທະນາໂຄງການໄຟຟ້າ ແລະ ລະບຽບການ.

ກົມທຸລະກິດພະລັງງານ (ພະແນກສັນຍາ) ວິເຄາະ, ປະເມີນວ່າຄຳຮ້ອງດັ່ງກ່າວຄົບຕາມເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 52 ຂອງ ກົດໝາຍວ່າດ້ວຍໄຟຟ້າແລ້ວບໍ່. ພະແນກສັນຍາ ທົບທວນຄວາມຄົບຖ້ວນຂອງ ແບບຟອມຄຳຮ້ອງຂໍລົງທຶນໃນຂະແໜງພະລັງງານໄຟຟ້າ ຢູ່ ສປປ ລາວ ແລ້ວກວດກາລະອຽດຂໍ້ມູນຕໍ່ໄປນີ້:

- ບົດສະເໜີພັດທະນາໂຄງການ;
- ປະສົບການຂອງນິຕິບຸກຄົນ ໃນ ສປປ ລາວ ແລະ ພາກພື້ນ;
- ຕະຫຼາດເປົ້າໝາຍຂອງການຜະລິດໄຟຟ້າ (ສະໜອງພາຍໃນ ຫຼື ສົ່ງອອກ);
- ຄວາມເປັນມາ ແລະ ເອກະສານຢັ້ງຢືນຜົນສຳເລັດຂອງນິຕິບຸກຄົນ, ໃບ
ທະບຽນວິສາຫະກິດຂອງນິຕິບຸກຄົນ;

- ການທັບຊ້ອນກັບໂຄງການທີ່ມີແລ້ວ ຫຼື ໂຄງການທີ່ຜູ້ອື່ນສະເໜີເຂົ້າມາ;
- ບັນຫາຜົນກະທົບທີ່ອາດເກີດຢູ່ເຂດເທິງ ແລະ ລຸ່ມເຂື່ອນ ໃນກໍລະນີທີ່ຈະເຮັດໃຫ້ລະດັບນ້ຳເພີ່ມຂຶ້ນ ແລະ ອື່ນໆ;
- ຜົນປະໂຫຍດທີ່ທັບຊ້ອນກັບໂຄງການປະເພດອື່ນໃນເຂດດຽວກັນ;
- ຜົນປະໂຫຍດສຳຄັນທີ່ຈະໃຫ້ລັດຖະບານ;
- ເນື້ອໃນດ້ານການເງິນທີ່ສອດຄ່ອງກັບກົດໝາຍ ແລະ ຜົນປະໂຫຍດທີ່ຈະໃຫ້ລັດຖະບານ;
- ຫັງສືລົງນາມຮ່ວມພັດທະນາ ແລະ ລາຍລະອຽດກ່ຽວກັບນິຕິບຸກຄົນທີ່ເຂົ້າຮ່ວມພັດທະນາ (ໃນກໍລະນີມີຫຼາຍນິຕິບຸກຄົນຮ່ວມກັນພັດທະນາ);
- ແຫຼ່ງທຶນສຳຄັນໃນການພັດທະນາ (ຖ້າມີ);
- ທົບທວນຂໍ້ມູນດ້ານການເງິນຂອງນິຕິບຸກຄົນ ສຳລັບ 5 ປີ ຫຼ້າສຸດ;
- ເອກະສານຢັ້ງຢືນຈາກສະຖາບັນການເງິນ ຫຼື ທະນາຄານຂອງນິຕິບຸກຄົນ;
- ຂໍ້ມູນອື່ນໆກ່ຽວກັບໂຄງການ ຖ້າມີ.
ໄລຍະເວລາຂອງຫ້າ - ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ສົ່ງ ເອກະສານຄຳຮ້ອງ ໃຫ້ ກົມ
ວຽກ ທຸລະກິດພະລັງງານ (ພະແນກສັນຍາ) ພາຍໃນ ສອງ (ຂ) ວັນລັດຖະການ;
- ກົມທຸລະກິດພະລັງງານ (ພະແນກສັນຍາ) ສົ່ງໃຫ້ໜ່ວຍງານກ່ຽວຂ້ອງ ພາຍ
ໃນ ສາມ (89) ວັນລັດຖະການ ນັບແຕ່ວັນທີໄດ້ຮັບເອກະສານຄຳຮ້ອງຈາກ
ຫ້ອງການກະຊວງ.
ບນາຍເຫດ ເອກະສານທີກຳນົດໃຊ້ໃນການສືສານສຳລັບຫ້າວຽກນີ ມີຄື:

- ຫັງສືຈາກ ກົມທຸລະກິດພະລັງງານ ເຖິງ ຫ່ວຍງານກ່ຽວຂ້ອງເພືອຂໍຄຳເຫັນ
ກ່ຽວກັບຄຳຮ້ອງລົງທຶນ.

ມ; ຂ

0ນ້ງວຽກທີ 4: ການໃຫ້ດຳເຫັນກ່ຽວກັບດຳຮ້ອງລົງທຶນຂອງນິຕິບກຄົນ

ມ -

ໜ້າວຽກທີ 4: ການໃຫ້ຄຳເຫັນ71ຽວກັບຄຳຮັອງລົງທຶນຂອງນິຕິບກາົນ



ຜູ້ຮັບຜິດຊອບ

- ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດໄຟຟ້າ,
ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ);
- ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ);
- ກົມນິຕິກຳ (ພະແນກນິຕິກຳພະລັງງານ);
- ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ.

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້

ຫັງສືຈາກ ກົມທຸລະກິດພະລັງງານ ເພື່ອສົ່ງເອກະສານຄຳຮ້ອງລົງທຶນ ແລະ ເອກະສານປະກອບເຖິງຫ້ອງງານກ່ຽວຂ້ອງ.

11

ຜູ້ຮັບຜິດຊອບສະໜອງ ເອກະສານ ແລະ ຂໍ້ມູນ

ກົມທຸລະກິດພະລັງງານ (ພະແນກສັນຍາ).

ທີ່ຕ້ອງການໃຊ້ ວິທີຈັດຕັ້ງປະຕິບັດ ບົນ້າວຽກຍ່ອຍທີ 4.1: ການທົບທວນຂອງ ກົມນະໂຍບາຍ ແລະ ແຜນພະລັງງານ
ຫ້າວຽກ (ພະແນກວາງແຜນແຫຼ່ງຜະລິດໄຟ/ຢັງ)

ພະແນກວາງແຜນແຫຼ່ງຜະລິດ ໄຟຟ້າ ທົບທວນເນື້ອໃນດ້ານເຕັກນິກຂອງ
ໂຄງການ ພ້ອມທັງທີ່ຕັ້ງຂອງໂຄງການ ແລະ ປະກອບຄຳເຫັນ. ເນື້ອໃນສຳຄັນທີ່
ຕ້ອງທົບທວນແມ່ນທີ່ຕັ້ງຂອງໂຄງການ - ວ່າຈະຢູ່ສາຍນ້ຳ ຫຼື ນອກສາຍນ້ຳ ແລະ
ຄວາມເປັນໄປໄດ້ທີ່ຈະກະທົບກັບໂຄງການທີ່ມີແລ້ວ ຫຼື ສະເຫີມາໃນນ່ (ຖ້າມີ).

ນອກນັ້ນ ຍັງມີຕົວຊື້ວັດດ້ານເຕັກນິກທີ່ຕ້ອງທົບທວນຕື່ມອີກ ດັ່ງນີ້:

- ກຳລັງຕິດຕັ້ງຂອງໂຄງການ;
- ພະລັງງານໄຟຟ້າທີ່ຈະຜະລິດຕໍ່ປີ;
- ຮູບແບບ ແລະ ປະເພດຂອງໂຄງການ (ຝາຍນ້ຳລົ້ນ, ອ່າງເກັບນ້ຳ ແລະ ອື່ນໆ);
- ມູນຄ່າໂຄງການ;
- ເນື້ອໃນດ້ານສິ່ງແວດລ້ອມ (ອາດມີບົດລາຍງານຜ່ານມາ);
- ຄວາມກົມກຽມກັບແຜນພັດທະນາພະລັງງານໄຟຟ້າ ແລະ ເອກະສານອື່ນໆ;
- ລະບົບສາຍສົ່ງໄຟຟ້າ;
- ມາດຕະຖານທີ່ໃຊ້ໃນການສຶກສາ ແລະ ອອກແບບເພືອສະເຫຼີໂຄງການ.

#ຫ້າວຽກຍຢ່ອຍທີ 4.2: ການທົບທວນຂອງ ພະເເນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ

ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ ທົບທວນຄຳຮ້ອງລົງທຶນ ແລະ ປະກອບຄຳເຫັນກ່ຽວກັບຄຳຮ້ອງດັ່ງກ່າວ ໂດຍສະເພາະເນື້ອໃນກ່ຽວກັບ:

- ດ້ານສັງຄົມໂດຍລວມ;
- ການຈັດສັນຍົກຍ້າຍ ແລະ ການຟື້ນຟູ;
- ດ້ານສິ່ງແວດລ້ອມ;
- ບັນຫາຄົງຄ້າງທີ່ເກີດໃນເຂດໂຄງການ;
- ບັນຫາຄວາມເປັນໄປໄດ້ທີ່ຈະທັບຊ້ອນກັບໂຄງການອື່ນ.

ບົນ້າວຽກຢ່ອຍທີ 4.3: ການທົບທວນຂອງ ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ)

ພະແນກລົງທຶນ ທົບທວນຄຳຮ້ອງ ແລະ ປະກອບຄຳເຫັນກ່ຽວກັບການລົງທຶນ ໂດຍສະເພາະດ້ານການເງິນ (ພາຍໃນ ຫຼື ຕ່າງປະເທດ) ພ້ອມທັງຂໍ້ສັງເກດອື່ນໆ ກ່ຽວກັບຄຳຮ້ອງ.

ບົນ້າວຽກຢ່ອຍທີ 4.4: ການທົບທວນຂອງ ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ)

ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ ກວດກາລາຍລະອຽດກ່ຽວກັບ ທີ່ຕັ້ງໂຄງການ, ກຳລັງຕິດຕັ້ງຂອງໂຄງການ, ພະລັງງານໄຟຟ້າທີ່ຈະຜະລິດຕໍ່ປີ ເພື່ອໃຫ້ຖືກຕ້ອງ ແລະ ຊີ້ໃຫ້ເຫັນບັນຫາສຳຄັນອື່ນໆ ກ່ຽວກັບຜົນກະທົບດ້ານ
ສິ່ງແວດລ້ອມທີ່ຈະໄດ້ຮັບຈາກໂຄງການອື່ນໃນຂອບເຂດ 150 ກິໂລແມັດ ບໍ່ວ່າຈະຢູ່ເຂດລຸ່ມ ຫຼື ເທິງເຂື່ອນຂອງໂຄງການທີ່ສະເໜີພັດທະນານີ້.

ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ ສັງລວມຂໍ້ສັງເກດອີງຕາມຂໍ້ມູນຂອງໂຄງການໃນເຂດໃກ້ຄຽງ ແລະ ຜົນກະທົບທີ່ຈະເກີດກັບໂຄງການອື່ນ ແລະ ເຂດອ້ອມແອ້ມ ຖ້າຫາກໂຄງການທີ່ສະເໜີພັດທະນານີ້ ເລີ່ມຜະລິດໄຟຟ້າ. ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ ທົບທວນລາຍລະອຽດກ່ຽວກັບທີ່ຕັ້ງ ແລະ ຍົກໃຫ້ເຫັນຜົນກະທົບດ້ານສິ່ງແວດລ້ອມຂອງໂຄງການ. ຂໍສັງເກດ ແລະ ການວິເຄາະເບື້ອງຕົ້ນຂອງພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ ແມ່ນອີງໃສ່ຂໍ້ມູນພື້ນຖານທີ່ມີແລ້ວ ເພື່ອຍົກໃຫ້ເຫັນວ່າໂຄງການໃໝ່ຈະທັບຊ້ອນກັບໂຄງການທີ່ມີແລ້ວຢູ່ເທິງ ຫຼື ລຸ່ມເຂື່ອນຂອງໂຄງການໃໝ່ຫຼື



ບ.

ບັນງວຽກຢ່ອຍທີ 4.5: ການທົບທວນຂອງ ກົມນິເວດວິທະຍາ (ພະແນກນິເວດວິທະຍາ ແລະ ພະລັງງານ)
ພະແນກນິຕິກຳພະລັງງານ ໃຫ້ຄຳເຫັນດ້ານກົດໝາຍ ແລະ ປະເດັນທີ່ເຫັນວ່າບໍ່ທັນຈະແຈ້ງກ່ຽວກັບໂຄງການ.

ຜົນໄດ້ຮັບ ຄຳເຫັນຕ້ອງສົ່ງໃຫ້ ກົມທຸລະກິດພະລັງງານ (ພະແນກສັນຍາ) ພາຍໃນ ສິບສາມ (13) ວັນລັດຖະການ ນັບແຕ່ວັນທີໄດ້ຮັບເອກະສານຈາກ ກົມທຸລະກິດພະລັງງານ. ຖ້າຫ່ວຍງານກ່ຽວຂ້ອງບໍ່ມີການສື່ສານພາຍໃນໄລຍະເວລາດັ່ງກ່າວ ແມ່ນໃຫ້ຖືວ່າ ເຫັນດີເປັນເອກະພາບ ຫຼື ບໍ່ມີບັນຫາຫຍັງຈາກໜ່ວຍງານດັ່ງກ່າວ ກ່ຽວກັບການຄົ້ນຄວ້າເອົາຜູ້ພັດທະນາ ແລະ ໂຄງການທີ່ສະເໜີພັດທະນານັ້ນ.

ໄລຍະເວລາຂອງຫ້າ ຄຳເຫັນຕ້ອງສົ່ງໃຫ້ ກົມທຸລະກິດພະລັງງານ ພາຍໃນ ສິບສາມ (13) ວັນລັດຖະການ ນັບແຕ່ວັນທີໄດ້ຮັບເອກະສານຈາກ ກົມທຸລະກິດພະລັງງານ.

ບັນຫາ ບໍ່ມີ.

ໜ້າວຽກທີ 1: ການສັງລວມຄຳເຫັນຈາກໜ່ວຍງານກ່ຽວຂ້ອງ

ຜູ້ຮັບຜິດຊອບ
ກົມທຸລະກິດພະລັງງານ (ພະແນກສັນຍາ).

ເອກະສານ ແລະ ຂໍ້ມູນ
ທີ່ຕ້ອງການໃຊ້

ຄຳເຫັນໄດ້ຮັບຈາກໜ່ວຍງານກ່ຽວຂ້ອງ.

13

ຜູ້ຮັບຜິດຊອບສະໜອງ
ເອກະສານ ແລະ ຂໍ້ມູນ
ທີ່ຕ້ອງການໃຊ້

ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດໄຟຟ້າ
ແລະ ພະແນກວິສະວະກຳສິ່ງແວດລ້ອມ ແລະ ສັງຄົມ);

ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ;

ກົມນິຕິກຳ (ພະແນກນິຕິກຳພະລັງງານ);

ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ).

ວິທີຈັດຕັ້ງປະຕິບັດຫ້າ
ວຽກ

<

ກົມທຸລະກິດພະລັງງານ (ພະແນກສັນຍາ) ສັງລວມຄຳເຫັນທີ່ໄດ້ຮັບຈາກໜ່ວຍ
ງານກ່ຽວຂ້ອງ ແລະ ຮ່າງບົດລາຍງານສະຫຼຸບຄຳເຫັນ.

ຜົນໄດ້ຮັບ ບົດສັງລວມຄຳເຫັນກ່ຽວກັບຄຳຮ້ອງລົງທຶນ ເພື່ອເປັນສ່ວນໜຶ່ງຂອງຂະບວນ
ການຄົ້ນຄວ້າ.

ໄລຍະເວລາຂອງຫ້າ ສາມ (5) ວັນລັດຖະການ ນັບຈາກວັນທີ່ກຳນົດໄດ້ຮັບຄຳເຫັນຈາກໜ່ວຍງານ
ວຽກ ກ່ຽວຂ້ອງ.

ບັນຍາເຫດ ບໍ່ມີ.
ໜ້າວຽກທີ 6: ການກະກຽມ ແລະ ສົ່ງບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ເຖິງ ຫ້ອງການກະຊວງ

ຜູ້ຮັບຜິດຊອບ: ກົມທຸລະກິດພະລັງງານ (ພະແນກສັນຍາ).

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້: ບົດສັງລວມຄຳເຫັນຈາກໜ່ວຍງານກ່ຽວຂ້ອງ ທີ່ກຳນົດໃນໜ້າວຽກທີ 5 ຂອງຂັ້ນຕອນມາຕະຖານນີ້.

ວິທີຈັດຕັ້ງປະຕິບັດ: ກົມທຸລະກິດພະລັງງານ (ພະແນກສັນຍາ) ຮ່າງບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ອີງໃສ່ຜົນການວິເຄາະຂອງພະແນກເອງ ແລະ ບົດສັງລວມຄຳເຫັນທີ່ກຳນົດໃນໜ້າວຽກທີ 5 ຂອງຂັ້ນຕອນມາຕະຖານນີ້.
ແນກສັນຍາ ປະຕິບັດຕາມ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການ
ບໍ່ຜ່ານການປະມູນ ທີ່ຖືກກຳນົດອອກມາເພື່ອໃຊ້ເຂົ້າໃນການຄັດເລືອກ
ບຸກຄົນທີ່ຈະພັດທະນາໂຄງການໄຟຟ້າພະລັງງານນ້ຳ, ໂຄງການໄຟຟ້າ
ພະລັງຄວາມຮ້ອນ ແລະ ໂຄງການສຳປະທານສາຍສົ່ງ ທີ່ເປັນ ທຸລະກິດ
ຜະລິດໄຟຟ້າສະເພາະ ແລະ ທຸລະກິດສຳປະທານສາຍສົ່ງ ຊຶ່ງຈະບໍ່ປະຕິບັດ

ຕາມຂັ້ນຕອນຂອງໂຄງການຜ່ານການປະມູນ ທີ່ກຳນົດໄວ້ໃນ ກົດໝາຍວ່າ
ດ້ວຍໄຟຟ້າ;

- ການປະເມີນທັງໝົດແມ່ນຈັດຕັ້ງປະຕິບັດໂດຍ ກະຊວງພະລັງງານ ແລະ ບໍ່
ແຮ່ ຕາມເງື່ອນໄຂທີ່ກຳນົດໄວ້ສຳລັບ ການຄົ້ນຄວ້າໄລຍະທີ 1 ຂອງ ລະບຽບ
ການກ່ຽວກັບການຄົ້ນຄວ້າໂຄງການໂດຍບໍ່ຜ່ານການປະມູນ;

- ພະແນກສັນຍາ ກວດກາເບິ່ງວ່າ ນິຕິບຸກຄົນໄດ້ມີເງື່ອນໄຂດັ່ງຕໍ່ໄປນີ້ແລ້ວບໍ່:
ຮູບແບບ ຫຼື ເຕັກໂນໂລຊີ ໃໝ່ ຫຼື ທັນສະໄໝ
ນິຕິບຸກຄົນທີ່ສະເໜີພັດທະນາໂຄງການທີ່ເປັນຮູບແບບ ຫຼື ເຕັກໂນໂລຊີໃໝ່ ຕ້ອງສົ່ງບົດລາຍງານທີ່ມີຂໍ້ມູນພຽງພໍກ່ຽວກັບ ຮູບແບບ ຫຼື ເຕັກໂນໂລຊີໃໝ່ ດັ່ງກ່າວ. ເພື່ອເຂົ້າກັບເປົ້າໝາຍໃນການປະເມີນ, ຮູບແບບ ຫຼື ເຕັກໂນໂລຊີໃໝ່ດັ່ງກ່າວ ທີ່ຖືວ່າເປັນສະເພາະ ຫຼື ໃໝ່ນັ້ນ ຕ້ອງສອດຄ່ອງກັບຂໍ້ກຳນົດຂອງ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການໂດຍບໍ່ຜ່ານການປະມູນ;
ພະແນກສັນຍາ ກວດກາ ແລະ ປະເມີນຄວາມເປັນສະເພາະ ຊຶ່ງຂຶ້ນກັບລັກສະນະຂອງບົດສະເໜີ ແລະ ຄຸນລັກສະນະຕ່າງໆທີ່ສະເໜີມາ. ບົດສະເໜີອາດມີເງື່ອນໄຂບໍ່ຄົບຕາມຄຸນລັກສະນະຂອງຄວາມເປັນອັນສະເພາະ ແຕ່ອາດຖືກປະເມີນວ່າມີຄວາມເປັນອັນສະເພາະ ເມື່ອຖືກພິຈາລະນາຢ່າງຮອບດ້ານ. ສິ່ງດັ່ງກ່າວຈະຖືກວິເຄາະອີງໃສ່ຂໍ້ມູນທີ່ນິຕິບຸກຄົນສະໜອງໃຫ້ ຕາມ ບັນຊີຂໍ້ມູນທີ່ກຳນົດໄວ້ໃນ ຂໍ້ 1.3 ຂອງຄຳແນະນຳສະບັບນີ້;
ມີລັກສະນະຍຸດທະສາດຂອງລັດຖະບານ:
ການປະເມີນຈະອີງໃສ່ຂໍ້ມູນທີ່ນິຕິບຸກຄົນສະໜອງໃຫ້ ຕາມ ບັນຊີຂໍ້ມູນທີ່ກຳນົດໄວ້ໃນ ຂໍ້ 1.3 ຂອງ ຄຳແນະນຳສະບັບນີ້. ພະແນກສັນຍາ ກວດກາຄວາມສອດຄ່ອງ ຂອງ ການຢັ້ງຢືນດ້ານເຕັກນິກ ແລະ ການເງິນ ກັບ ເງື່ອນໄຂທີ່ກຳນົດໄວ້ໃນ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການໂດຍ ບໍ່ຜ່ານການປະມຸນ. ການປະເມີນຈະອີງໃສ່ຂໍ້ມູນທີ່ນິຕິບຸກຄົນສະໜອງໃຫ້ ຕາມ ບັນຊີຂໍ້ມູນທີ່ກຳນົດໄວ້ໃນ ຂໍ້ 1.3 ເຖິງ 1.5 ຂອງຄຳແນະນຳສະບັບນີ້;
- ພະແນກສັນຍາ ກະກຽມບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ທີ່ຕ້ອງມີເນື້ອໃນກ່ຽວກັບເຫດຜົນທີ່ສະເຫຼີອະນຸມັດ ຫຼື ປະຕິເສດການສະເຫີ ໂຄງການທີ່ບໍ່ຜ່ານການປະມູນດັ່ງກ່າວນີ້ ອີງໃສ່ການປະເມີນທີ່ດຳເນີນທັງຫົດ. ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ພ້ອມດ້ວຍເອກະສານ
ປະກອບທີ່ໄດ້ຮັບຈາກນິຕິບຸກຄົນ ຕ້ອງສົ່ງໃຫ້ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອດຳເນີນຂັ້ນຕອນການສົ່ງຕໍ່ໄປຍັງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ເພື່ອພິຈາລະນາຂັ້ນຕໍ່ໄປ.

ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ສົ່ງໃຫ້ ຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່.

ໄລຍະເວລາຂອງຫ້າ (5) ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານຕາມທີ່ລະບຸໄວ້ໃນ ວຽກທີ 5.
ໝາຍເຫດ ບໍ່ມີ.

ວຽກທີ 7. ການສົ່ງຜົນການຄົ້ນຄວ້າເອົາຜູ້ພັດທະນາ ໃຫ້ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນຂັ້ນສູນກາງ
ຜູ້ຮັບຜິດຊອບ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ (ພະແນກຄົ້ນຄວ້າສັງລວມປະຕູດຽວ).
ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້
ຜູ້ຮັບຜິດຊອບສະໜອງ | ກົມທຸລະກິດພະລັງງານ (ພະແນກສັນຍາ).
ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້
ວິທີຈັດຕັ້ງປະຕິບັດ ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ (ພະແນກຄົ້ນຄວ້າສັງລວມປະຕູດຽວ)
ຫາວຽກ ລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ຕໍ່ ການນຳກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອມີທິດຊີ້ນຳ ແລ້ວອອກຫັງສື ເຖິງ ຫ້ອງການບໍລິການການລົງທຶນປະຕູດຽວ ເພື່ອສົ່ງເອກະສານດັ່ງຕໍ່ໄປນີ້:
- ເອກະສານຄຳຮ້ອງລົງທຶນຈາກນັກລົງທຶນ;
- ເອກະສານປະກອບຈາກນັກລົງທຶນ;
- ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ.
ຜົນໄດ້ຮັບ ຫັງສືແຈ້ງຕອບ ຫ້ອງການບໍລິການການລົງທຶນປະຕູດຽວ ກ່ຽວກັບຜົນການຄົ້ນຄວ້າເອົາຜູ້ພັດທະນາ ພ້ອມດ້ວຍເອກະສານທີ່ກຳນົດໄວ້ໃນຂ້າງເທິງ.
ໄລຍະເວລາຂອງຫໍ້າ ສີ (4) ວັນລັດຖະການ.
ວຽກ
ໝາຍເຫດ ເອກະສານທີ່ກຳນົດໃຊ້ໃນການສື່ສານສຳລັບວຽກນີ້ ມີຄື:
- ໜັງສື ເຖິງ ຫ້ອງການບໍລິການການລົງທຶນປະຕູດຽວ ເພື່ອແຈ້ງຕອບຜົນການຄົ້ນຄວ້າເອົາຜູ້ພັດທະນາ ແລະ ສົ່ງເອກະສານຄຳຮ້ອງລົງທຶນ, ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ແລະ ເອກະສານປະກອບ.

ວຽກທີ 8: ການພິຈາລະນາຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ກ່ຽວກັບຄຳຮ້ອງລົງທຶນ

ຂໍ້ກຳນົດໃນວຽກນີ້ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ ແລະ ການປຶກສາຫາລືກັບຂະແໜງການກ່ຽວຂ້ອງ ເພື່ອສັງລວມເປັນວຽກສຳຄັນເຂົ້າໃນຂັ້ນຕອນມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງຂະແໜງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ.
ໜ້າວຽກທີ 8: ການພິຈາລະນາຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ກ່ຽວກັບຄຳຮ້ອງລົງທຶນ

ຜູ້ຮັບຜິດຊອບ: ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.
ເອກະສານ ແລະ ຂໍ້ມູນທີ່ໄດ້ຮັບຈາກກົມທຸລະກິດພະລັງງານ ປະກອບມີ:
- ເອກະສານຄຳຮ້ອງລົງທຶນ;
- ເອກະສານປະກອບຈາກນັກລົງທຶນ;
- ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ.

ຜູ້ຮັບຜິດຊອບສະໜອງ: ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່.
ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້

ວິທີຈັດຕັ້ງປະຕິບັດ: ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ກຳນົດວັນທີເພື່ອປະຊຸມຫາລືກ່ຽວກັບຄຳຮ້ອງລົງທຶນ ແລະ ເຊີນໃຫ້ສະມາຊິກຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ເຂົ້າຮ່ວມຫາລື.
ອະນຸມັດຄຳຮ້ອງລົງທຶນ. ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ
ຂັ້ນສູນກາງ ພິຈາລະນາ ຄຳຮ້ອງລົງທຶນ ແລະ ອອກອະນຸມັດ ຫຼື ປະຕິເສດ ໃນ
ດ້ານຫຼັກການ ຫຼື ຊີ້ນຳໃຫ້ນິຕິບຸກຄົນສະໜອງຂໍ້ມູນເພີ່ມ ອີງໃສ່ຜົນການຫາລືທີ່
ກ່ຽວຂ້ອງ ເຊັ່ນ:
- ຄຳເຫັນດີ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່;
- ບັນຫາທີ່ເກີດຂຶ້ນໃນເຂດໃກ້ຄຽງໂຄງການ;
- ບັນຫາ ແລະ ຄວາມເປັນຫ່ວງກ່ຽວກັບການຈັດສັນຍົກຍ້າຍ ແລະ ການຟື້ນຟູ;
- ຜົນກະທົບຂອງໂຄງການຕໍ່ໂຄງການທີ່ມີແລ້ວຢູ່ເທິງ ຫຼື ລຸ່ມເຂື່ອນຂອງໂຄງການ;
- ຄວາມເປັນມາ ແລະ ການຢັ້ງຢືນຜົນສຳເລັດຂອງນິຕິບຸກຄົນໃນຜ່ານມາ ຢູ່ ສປປ ລາວ ຫຼື ປະເທດອື່ນ;
- ຫາລືຄຳເຫັນກ່ຽວກັບຄວາມສາມາດດ້ານການເງິນ;
- ຂໍ້ຂັດແຍ່ງດ້ານກົດໝາຍຂອງ ນິຕິບຸກຄົນ ທີ່ກຳລັງ ຫຼື ເຄີຍແກ້ໄຂໃນໂຄງການຂອງຕົນຜ່ານມາ ຢູ່ ສປປ ລາວ ຫຼື ຕ່າງປະເທດ.
ທັດສະນະຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະຊຸມ ກ່ຽວກັບການອະນຸມັດ ຫຼື ປະຕິເສດຄຳຮ້ອງ ຈະໄດ້ຮັບການພິຈາລະນາ ແລະ ຜູ້ເຂົ້າຮ່ວມຕ້ອງເຫັນດີເອກະພາບ ກ່ຽວກັບ ການອະນຸມັດ ຫຼື ຊີ້ນຳໃຫ້ນິຕິບຸກຄົນສະໜອງຂໍ້ມູນເພີ່ມ. ໃນກໍລະນີບໍ່ສາມາດເຫັນດີເປັນເອກະພາບ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຕ້ອງຕັດສິນວ່າ ຈະອະນຸມັດ ຫຼື ປະຕິເສດຄຳຮ້ອງລົງທຶນ ອີງໃສ່ທັດສະນະສຽງສ່ວນໃຫຍ່ຂອງຜູ້ເຂົ້າຮ່ວມ.

ຜົນໄດ້ຮັບ

ການພິຈາລະນາຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ອາດມີຜົນເປັນໄປໄດ້ ດັ່ງນີ້:
- ການຂໍຂໍ້ມູນເພີ່ມຈາກນິຕິບຸກຄົນ: ຫ້ອງການບໍລິການການລົງທຶນປະຕູດຽວ ແຈ້ງຕໍ່ນິຕິບຸກຄົນກ່ຽວຂ້ອງ ກ່ຽວກັບຂໍ້ມູນທີ່ຕ້ອງການເພີ່ມ ຕາມຂັ້ນຕອນທີ່ກຳນົດໄວ້ໃນ ຫ້າວຽກທີ 9 ຂອງຂັ້ນຕອນມາດຕະຖານນີ້;
- ການອະນຸມັດຄຳຮ້ອງລົງທຶນ: ສຳລັບກໍລະນີນີ້ ແມ່ນ ຫັງສືອະນຸມັດຄຳຮ້ອງລົງທຶນ ຈະຖືກສົ່ງໃຫ້ ຫ້ອງການບໍລິການການລົງທຶນປະຕູດຽວ ຕາມທີ່ກຳນົດໄວ້ໃນ ຫ້າວຽກທີ 10 ຂອງຂັ້ນຕອນມາດຕະຖານນີ້;
- ການປະຕິເສດຄຳຮ້ອງລົງທຶນ: ຫ້ອງການບໍລິການການລົງທຶນປະຕູດຽວ ຈະໄດ້ຮັບການແຈ້ງກ່ຽວກັບການປະຕິເສດຄຳຮ້ອງການລົງທຶນ ພ້ອມດ້ວຍເຫດທີ່ກ່ຽວຂ້ອງ. ຫ້ອງການບໍລິການການລົງທຶນປະຕູດຽວ ຮ່າງຫັງສືປະຕິເສດ ຕາມທີ່ກຳນົດໄວ້ໃນ ຫ້າວຽກທີ 10 ຂອງຂັ້ນຕອນມາດຕະຖານນີ້.

ເອກະສານກ່ຽວກັບການຜົນໄດ້ຮັບແຕ່ລະຢ່າງ ພ້ອມດ້ວຍເອກະສານການສືສານຕ່າງໆກ່ຽວກັບການອະນຸມັດ, ການປະຕິເສດ ຫຼື ການຂໍຂໍມູນເພີມ ຈະແຈກຢາຍໃຫ້ໜ່ວຍງານກ່ຽວຂ້ອງ.

ໄລຍະເວລາຂອງຫ້າວຽກ
ຊາວສອງ (22) ວັນລັດຖະການ ນັບແຕ່ວັນທີໄດ້ ບົດລາຍງານຜົນການຄົ້ນຄວ້າ ເອົານິຕິບຸກຄົນ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່.

18
ໜາຍເຫດ ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແມ່ນ ຮອງນາຍົກລັດຖະມົນຕີ ແລະ ຄະນະກຳມະການ ແມ່ນຜູ້ຕາງຫ້າຈາກ ກະຊວງກ່ຽວຂ້ອງ ປະກອບດ້ວຍ ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງປ້ອງກັນຄວາມສະຫງົບ. ໃນກໍລະນີ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຕ້ອງການ ການອະທິບາຍ ຫຼື ຂໍ້ມູນເພີ່ມ ແມ່ນຈະຊີ້ນຳ ພາຍໃນ ຫ້າ (5) ວັນນັບແຕ່ວັນທີໄດ້ຮັບ ບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ແລະ ເອກະສານອື່ນໆ.
ວຽກທີ 9: ແຈ້ງນິຕິບຸກຄົນກ່ຽວກັບຂໍ້ມູນທີ່ຕ້ອງການເພີ່ມ

ຂໍ້ກຳນົດໃນວຽກນີ້ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ ແລະ ການປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສັງລວມເປັນວຽກສຳຄັນເຂົ້າໃນຂັ້ນຕອນມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງຂະແໜງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ.

ວຽກທີ 9: ແຈ້ງນິຕິບຸກຄົນກ່ຽວກັບຂໍ້ມູນທີ່ຕ້ອງການເພີ່ມ

ຜູ້ຮັບຜິດຊອບ: ຫ້ອງການບໍລິການການລົງທຶນປະຕູດຽວ.

ເອກະສານ ແລະ ຂໍ້ມູນ ການຊີ້ນຳຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ທີ່ຕ້ອງການໃຊ້ ກ່ຽວກັບຂໍ້ມູນທີ່ຕ້ອງການເພີ່ມຈາກນິຕິບຸກຄົນ ເພື່ອໃຊ້ໃນການພິຈາລະນາອະນຸມັດໂຄງການທີ່ສະເໜີ.
ຜູ້ຮັບຜິດຊອບສະໜອງ | ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.
ເອກະສານ ແລະ ຂໍ້ມູນ
ທີ່ຕ້ອງການໃຊ້
ວິທີຈັດຕັ້ງປະຕິບັດຫ້ອງການບໍລິການການລົງທຶນປະຕູດຽວ ອອກຫຼັກສືເຖິງນັກລົງທຶນ ກ່ຽວກັບຂໍ້
ວຽກ ມູນ ແລະ ເອກະສານທີ່ຕ້ອງການເພີ່ມ.
ຜົນໄດ້ຮັບ ຫັງສືເຖິງນິຕິບຸກຄົນທີ່ສະເໜີພັດທະນາໂຄງການ.
ໄລຍະເວລາຂອງຫ້າ ສາມ (5) ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບການຊີ້ນຳຈາກ ຄະນະກຳມະການ
ວຽກ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.
ໝາຍເຫດ ເອກະສານທີ່ກຳນົດໃຊ້ໃນການສື່ສານສຳລັບວຽກນີ້ ມີຄື:
- ຫັງສືແຈ້ງນິຕິບຸກຄົນກ່ຽວກັບຂໍ້ມູນທີ່ຕ້ອງການເພີ່ມ.

19

#ວຽກທີ 70: ການອອກທັງສືອະນຸມັດ ຫຼື ປະຕິເສດຄຳຮ້ອງລົງທຶນ ເຖິງ ນິຕິບຸກຄົນທີ່ສະເໜີພັດທະນາ
ໂຄງການ
ຂໍ້ກຳນົດໃນຫ້າວຽກນີ້ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ ການປຶກສາຫາລືກັບຂະແໜງການກ່ຽວຂ້ອງ ມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງ ແລະ ເພື່ອສັງລວມເປັນຫ້າວຽກສຳຄັນເຂົ້າໃນຂັ້ນຕອນ ຂະແໜງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ. ໜ້າທີ່ທີ 70: ການອອກໜັງສືອະນຸມັດ ຫຼື ປະຕິເສດຄຳຮ້ອງລົງທຶນ ເຖິງ ມິຕິ, ກຄົນທີ່ສະເໜີພັດທະນາ ໂຄງການ ຜູ້ຮັບຜິດຊອບ ຫ້ອງການບໍລິການການລົງທຶນປະຕູດຽວ. ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້ - ບົດບັນທຶກການຕັດສິນໃຈຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ຂັ້ນສູນກາງ ກ່ຽວກັບການອະນຸມັດ ຫຼື ການປະຕິເສດຄຳຮ້ອງລົງທຶນ; - ໜັງສືຊີ້ນຳເຖິງ ຫ້ອງການບໍລິການການລົງທຶນປະຕູດຽວ ກ່ຽວກັບການ
ຕັດສິນໃຈດັ່ງກ່າວ.

ຜູ້ຮັບຜິດຊອບສະໜອງ | ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.

ເອກະສານ ແລະ ຂໍ້ມູນ
ທີ່ຕ້ອງການໃຊ້

ວິທີຈັດຕັ້ງປະຕິບັດ - ໂດຍອີງໃສ່ ການຊີນຳ ຫຼື ບົດບັນທຶກການຕັດສິນໃຈຂອງ ຄະນະກຳມະການ
ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ກ່ຽວກັບການອະນຸມັດ ຫຼື
ການປະຕິເສດຄຳຮ້ອງລົງທຶນ, ຫ້ອງການບໍລິການການລົງທຶນປະຕູດຽວ ຮ່າງ
ຫັງສືແຈ້ງຕອບ ກ່ຽວກັບການຕັດສິນໃຈດັ່ງກ່າວ.

- ຫ້ອງການບໍລິການການລົງທຶນປະຕູດຽວ ອອກຫັງສືເຖິງ ນິຕິບຸກຄົນ ອີງໃສ່
ການຊີນຳຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນ
ກາງ.

ຜົນໄດ້ຮັບ ຫັງສືອະນຸມັດ ຫຼື ປະຕິເສດຄຳຮ້ອງລົງທຶນ ສົ່ງເຖິງ ນິຕິບຸກຄົນກ່ຽວຂ້ອງ.

ໄລຍະເວລາຂອງຫໍ້າ ສາມ (8) ວັນລັດຖະການ ນັບແຕ່ວັນທີໄດ້ຮັບການຊີນຳຈາກ ຄະນະກຳມະ
ວຽກການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.

ໝາຍເຫດ: ສຳເນົາຂອງຫັງສືອະນຸມັດຄຳຮ້ອງລົງທຶນ ທີ່ສົ່ງໃຫ້ ນິຕິບຸກຄົນກ່ຽວຂ້ອງ.
ເອກະສານທີ່ກຳນົດໃຊ້ ໃນການສື່ສານສຳລັບວຽກນີ້ ມີຄື:
- ຫັງສືແຈ້ງນິຕິບຸກຄົນ ກ່ຽວກັບ ການອະນຸມັດ ຫຼື ການປະຕິເສດຄຳຮ້ອງລົງທຶນ

ຂໍ້ມູນຕ້ອງເປີດເຜີຍໂດຍບໍ່ສົນວ່າຈະມີການອະນຸມັດ ຫຼື ການປະຕິເສດ ການສະເໜີໂຄງການທີ່ບໍ່ຜ່ານການປະມູນ. ຂໍ້ມູນຕໍ່ໄປນີ້ສາມາດເປີດເຜີຍຕໍ່ສາທາລະນະຜ່ານເວັບໄຊຂອງ ກະຊວງພະລັງງານ ແລະ ບໍ່ແຮ່:
- ຊື່ນິຕິບຸກຄົນທີ່ສະເໜີພັດທະນາໂຄງການທີ່ບໍ່ຜ່ານການປະມູນ;
- ລາຍລະອຽດຂອງໂຄງການ;
- ລາຍງານກ່ຽວກັບຜົນປະໂຫຍດຂອງໂຄງການ;
- ຫຍໍ້ກ່ຽວກັບຮູບແບບ ຫຼື ເຕັກໂນໂລຊີໃໝ່ (ຖ້າເໝາະສົມ);
- ຫຍໍ້ກ່ຽວກັບລັກສະນະທີເປັນຍຸດທະສາດຂອງລັດຖະບານ (ຖ້າເໝາະສົມ).
ຂໍ້ມູນ
ສົມ);

- ຜົນການຄົ້ນຄວ້າໄລຍະທີ 1 ແລະ ເຫດຜົນຂອງການອະນຸມັດ ຫຼື ການ
ປະຕິເສດ.

ນິຕິບຸກຄົນຕ້ອງໄດ້ຮັບການແຈ້ງ ແລະ ການຂໍຄຳເຫັນ ຖ້າຈະມີການເປີດເຜີຍຂໍ້ມູນ.

1.8. ເອກະສານທີ່ຕ້ອງການຈາກນິຕິບຸກຄົນ ເພື່ອໃຊ້ເຂົ້າໃນການຄົ້ນຄວ້າໄລຍະທີ 1 ຂອງ ການສະເໜີ
ໂຄງການໄຟຟ້າພະລັງງານນ້ຳທີ່ບໍ່ຜ່ານການປະມູນ
ບົດລາຍງານທ່າແຮງດ້ານຜົນປະໂຫຍດຂອງ ໂຄງການ

ເນື້ອໃນຂອງບົດລາຍງານກ່ຽວກັບທ່າແຮງດ້ານຜົນປະໂຫຍດ ທີ່ຕ້ອງສົ່ງ ເພື່ອການຄົ້ນຄວ້າໄລຍະທີ 1 ຕາມຂໍ້ກຳ
ນົດຂອງ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ ປະກອບດ້ວຍ:
- ອະທິບາຍກ່ຽວກັບຜົນປະໂຫຍດດ້ານການເງິນທັງໝົດທີ່ຈະເກີດຈາກໂຄງການ ແລະ ອະທິບາຍວ່າຜົນ
ປະໂຫຍດດັ່ງກ່າວສູງກວ່າທີ່ກົດໝາຍກຳນົດໄວ້ນັ້ນແນວໃດ;
- ອະທິບາຍກ່ຽວກັບຜົນປະໂຫຍດທັງໝົດທີ່ໂຄງການມີຕໍ່ລະບົບໄຟຟ້າ.
ບົດລາຍງານສະບັບສະໜັບສະໜູນຮູບແບບ ແລະ ເຕັກໂນໂລຊີໃໝ່

- ເນື້ອໃນຂອງບົດລາຍງານສະບັບສະໜັບສະໜູນຮູບແບບ ແລະ ເຕັກໂນໂລຊີໃໝ່ ປະກອບດ້ວຍ:

- ອະທິບາຍກ່ຽວກັບຮູບແບບ ຫຼື ເຕັກໂນໂລຊີທີ່ສະເໜີໃຊ້;
- ອະທິບາຍກ່ຽວກັບ ຮູບແບບ ຫຼື ເຕັກໂນໂລຊີທີ່ສະເໜີໃຊ້ນັ້ນ ແມ່ນອັນສະເພາະເມື່ອທຽບກັບທາງເລືອກອື່ນໆ ແນວໃດ;
- ອະທິບາຍກ່ຽວກັບນິຕິບຸກຄົນຢູ່ໃນຕຳແໜ່ງໃດກ່ຽວກັບ ການເປັນເຈົ້າຂອງ ຫຼື ການນຳໃຊ້ ບັນດາຊັບສິນ ຫຼື ສິດພາຍໃຕ້ສັນຍາ, ເຕັກໂນໂລຊີ, ຊັບສິນທາງປັນຍາ;
- ລາຍການຄຸນລັກສະນະສະເພາະທັງໝົດຂອງຮູບແບບ ຫຼື ເຕັກໂນໂລຊີທີ່ສະເໜີນຳໃຊ້;
- ອະທິບາຍກ່ຽວກັບ ຄຸນລັກສະນະສະເພາະນັ້ນ ຈະຖືກດຳເນີນນຳໃຊ້ແນວໃດເພື່ອບັນລຸຜົນໄດ້ຮັບທີ່ຄາດໝາຍໄວ້;
- ຄຸນລັກສະນະສະເພາະນັ້ນ ຈະໃຫ້ຄຸນປະໂຫຍດອື່ນໃດອີກບໍ່ ເຊັ່ນ ການໃຫ້ບໍລິການ, ຄວາມສ່ຽງທີ່ບໍ່ແມ່ນຂອງລັດຖະບານ ຫຼື ຂໍ້ໄດ້ປຽບອື່ນໆ;
ກອບເວລາໃນການບັນລຸເປົ້າໝາຍໄດ້ຮັບການປັບປຸງແລະແນວໃດ;

ຂໍ້ສະເໜີໂຄງການຈະບັນລຸເປົ້າໝາຍທີ່ບັນລຸໄດ້ຍາກນັ້ນ ພາຍໃນກອບເວລາມາດຕະຖານທີ່ນຳໃຊ້ກັບໂຄງການຜ່ານການປະມູນໄດ້ບໍ;

ມີປັດໄຈອື່ນທີ່ສຳຄັນອີກບໍ່ທີ່ສະແດງໃຫ້ເຫັນເຖິງຄຸນລັກສະນະສະເພາະນັ້ນ;

ຮູບແບບ ຫຼື ເຕັກໂນໂລຊີໃໝ່ຈະຫຼຸດມູນຄ່າກໍ່ສ້າງ, ເລັ່ງການກໍ່ສ້າງ, ຍົກສູງການດຳເນີນງານຂອງໂຄງການ, ຂະຫຍາຍອາຍຸໃຊ້ວຽກ, ຫຼຸດມູນຄ່າດຳເນີນງານ ແລະ ບຳລຸງຮັກສາ ຫຼື ຫຼຸດຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ ແລະ/ຫຼື ສັງຄົມ ແນວໃດ;

ຮູບແບບ ຫຼື ເຕັກໂນໂລຊີໃໝ່ຕ້ອງການການຄ້ຳປະກັນ, ນະໂຍບາຍພິເສດ, ເງິນປະກອບຮູ້ນ ຫຼື ການເກື້ອກຸນໃດໜຶ່ງ ຈາກລັດຖະບານ ຫຼືບໍ່;

ອະທິບາຍກ່ຽວກັບເຫດການທີ່ມີການໃຊ້ຮູບແບບ ຫຼື ເຕັກໂນໂລຊີໃໝ່ດັງກ່າວໃນອະດີດ (ໃບຢັ້ງຢືນການ
ເຮັດວຽກ ຫຼື ການນຳໃຊ້ ຕ້ອງປະກອບສົ່ງໃຫ້ຢ່າງຕາຍຕົວ).

ບົດລາຍງານລັກສະນະດ້ານຍຸດທະສາດຂອງລັດຖະບານ ໃນໂຄງການ

ເນື້ອໃນຂອງບົດລາຍງານທີ່ສະແດງລັກສະນະດ້ານຍຸດທະສາດຂອງລັດຖະບານໃນໂຄງການ ປະກອບດ້ວຍ:

#4. ຂໍ້ມູນຄວາມສາມາດດ້ານເຕັກນິກຂອງນິຕິບຸກຄົນ

ໂຄງການຈະສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຢ່າງສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ມີແລ້ວ ໄດ້ແນວໃດ;

ໂຄງການຈະຊ່ວຍປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ແລະ ຊ່ວຍຮັບປະກັນຄວາມຍືນຍົງຂອງການຄຸ້ມຄອງຊັບພະຍາກອນທຳມະຊາດ ໄດ້ແນວໃດ;

ໂຄງການຈະຊ່ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ໄດ້ແນວໃດ;

ໂຄງການຈະຊ່ວຍຮັບປະກັນວຽກງານປ້ອງກັນຊາດ ໄດ້ແນວໃດ;

ໂຄງການຈະຊ່ວຍພັດທະນາການຮ່ວມມືສາກົນ ແລະ ພາກພື້ນ ໄດ້ແນວໃດ;

ຄວາມສຳຄັນດ້ານຍຸດທະສາດອື່ນໆ ຂອງໂຄງການ.
ລຳດັບ | ຊື່ໂຄງການທີ່ຄ້າຍຄຽງ ທີ່ເຄີຍ ກຳລັງຕິດຕັ້ງຂອງໂຄງການທີ່ | ສັດສ່ວນການຖືຮຸ້ນ (ພ້ອມ
ປະຕິບັດຜ່ານມາ ແລະ ເນື້ອໃນ ຄ້າຍຄຽງ ດ້ວຍໄລຍະເວລາຂອງການ
ຫຍໍ້ ຖືຮຸ້ນ)

1.

2.

5.

4.

5.
ຂໍແນະນຳ:

ນະ
<ແ

ນິຕິບຸກຄົນຕ້ອງສະໜອງຂໍ້ມູນກ່ຽວກັບໂຄງການທີ່ຄ້າຍຄຽງທີ່ລະບຸໃນຂໍ້ນີ້ ທີ່ຕົນໄດ້ເຄີຍປະຕິບັດຜ່ານມາ
ແລ້ວ. ໂຄງການທີ່ລະບຸມາຕ້ອງສອດຄ່ອງກັບເງື່ອນໄຂທີ່ກຳນົດໄວ້ໃນ ລະບຽບການກ່ຽວກັບການຄົ້ນຄວ້າ
ໂຄງການທີ່ບໍ່ຜ່ານການປະມູນ;

< ກ ເນ

ນກໍລະນີທີ່ສົ່ງບົດສະເໜີໂຄງການທີ່ບໍ່ຜ່ານການປະມູນ ພາຍໃນ ສາມ (3) ເດືອນ ໄລຍະການປິດປີການເງິນ

-ວ

ຫຼ້າສຸດ, ໃຫ້ປະຕິບັດຕາມ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ;

22

- ້າໂຄງການກໍ່ສ້າງສຳເລັດ ຕ້ອງລະບຸ ວັນທີທີ່ໂຄງການເລີ່ມຜະລິດໄຟຟ້າ. ໃນກໍລະນີທີ່ໂຄງການຍັງກຳລັງ
ກໍ່ສ້າງ, ຕ້ອງລະບຸວັນທີທີ່ຄາດໝາຍສຳເລັດການກໍ່ສ້າງ ຫຼື ຈະເລີ່ມຜະລິດໄຟຟ້າ ແລ້ວແຕ່ກໍລະນີ;

- ຖ້າຫາກນິຕິບຸກຄົນເປັນເຈົ້າຂອງໂຄງການທີ່ຄ້າຍຄຽງນັ້ນ ຕ້ອງສະແດງສັດສ່ວນການຖືຮຸ້ນຂອງນິຕິບຸກຄົນໃນໂຄງການ;

- ໃບຢັ້ງຢືນຈາກຜູ້ກວດສອບບັນຊີ ຫຼື ລູກຄ້າຂອງນິຕິບຸກຄົນ ສຳລັບແຕ່ລະໂຄງການ ຕ້ອງສົ່ງໃຫ້ຕາມຮູບແບບຂ້າງລຸ່ມນີ້:

ຮູບແບບຂອງໃບຢັ້ງຢືນຈາກຜູ້ກວດສອບບັນຊີ
ລາຍການ ເນື້ອໃນຂອງໂຄງການທີ່ຄ້າຍຄຽງ
ຊື່, ລັກສະນະ ແລະ ກຳລັງຕິດຕັ້ງຂອງໂຄງການ
ຜູ້ພັດທະນາໂຄງການ
ທີ່ຕັ້ງໂຄງການ
ມູນຄ່າໂຄງການ

ວັນທີສຳເລັດໂຄງການ
ໃນກໍລະນີໂຄງການກຳລັງກໍ່ສ້າງ, ໃຫ້ລະບຸວັນທີຄາດໝາຍເລີ່ມຜະລິດໄຟຟ້າ

ສັດສ່ວນການຖືຮຸ້ນ
(ພ້ອມດ້ວຍໄລຍະເວລາຂອງການຖືຮຸ້ນ)

< <

ອີງໃສ່ປຶ້ມບັນຊີ ແລະ ຂໍ້ມູນອື່ນໆທີ່ຖືກກວດກາຄວາມຖືກຕ້ອງແລ້ວ, ຈຶ່ງອອກເອກະສານສະບັບນີ້
ກ (ຊື່ບໍລິສັດຂອງນິຕິບຸກຄົນ) ເປັນ/ໄດ້ເປັນ ຜູ້ຖືຮຸ້ນໃນ .................... (ຊື່ບໍລິສັດໂຄງການ) ແລະ ຖື/ໄດ້ຖືຮຸ້ນ ......... ລ້ານ ໂດລາສະຫະລັດ. (ເປັນຕົວເລກ ................................ ລ້ານໂດລາສະຫະລັດ) (ຄິດເປັນສັດສ່ວນ ........ % ເງິນປະກອບຮຸ້ນເປັນທຶນທັງໝົດ) ຂອງບໍລິສັດໂຄງການ

ຈາກ ວັນທີ ............... ເຖິງ ວັນທີ ................. . ໂຄງການດັ່ງກ່າວນີ້ ໄດ້/ຄາດໝາຍຈະ ເລີ່ມຜະລິດໄຟຟ້າໃນວັນທີ ................ (ວັນທີເລີ່ມຜະລິດໄຟຟ້າຂອງໂຄງການ).

ສະເໜີໃບຢັ້ງຢືນຕາມຮູບແບບທີ່ກຳນົດນີ້ເທົ່ານັ້ນ. ຄັດຕິດບົດອະທິບາຍກ່ຽວກັບໃບຢັ້ງຢືນ ຖ້າຈຳເປັນ. ຜູ້ກວດສອບບັນຊີ ໝາຍເຖິງ ນິຕິບຸກຄົນທີ່ກວດສອບ ແລະ ຢັ້ງຢືນບັນຊີປະຈຳປີຂອງນິຕິບຸກຄົນທີ່ຍື່ນຄຳຮ້ອງ.
ໝາຍເຫດ: ໃນກໍລະນີຂາດລາຍລະອຽດໃດໜຶ່ງ ໃນໃບຢັ້ງຢືນຂ້າງເທິງ, ຈະຖືວ່າຂໍ້ມູນບໍ່ຄົບຖ້ວນ ແລະ ອາດເຮັດໃຫ້ຖືກປະເມີນເສດຂໍ້ສະເໜີໂດຍການທີ່ບໍ່ຜ່ານການປະເມີນ.

75. ຄວາມສາມາດດ້ານການເງິນຂອງນິຕິບຸກຄົນ
ມູນຄ່າລວມຊັບສິນ (ລ້ານ ໂດລາສະຫະລັດ)
ປີທີ 1 ປີທີ 2 ປີທີ 3 ປີທີ 4 ປີທີ 5

ລາຍຮັບແຕ່ລະປີ (ລ້ານ ໂດລາສະຫະລັດ)
ປີທີ 1 ປີທີ 2 ປີທີ 3 ປີທີ 4 ປີທີ 5

ຊື່ ແລະ ທີ່ຢູ່ຂອງທະນາຄານຂອງບໍລິສັດ

2. ຂັ້ນຕອນການເຈລະຈາ ແລະ ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ
2.1. ພາກສະເຫຼີ່
ຄວາມໝາຍຂອງຂັ້ນຕອນ

ຂັ້ນຕອນມາດຕະຖານນີ້ ກຳນົດກ່ຽວກັບບັນດາຂະບວນການ ແລະ ວຽກງານທີ່ພົວພັນກັບການເຈລະຈາ ແລະ ອະນຸມັດເຊັນ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການພັດທະນາໂຄງການໄຟຟ້າພະລັງງານນ້ຳທີ່ບໍ່ຜ່ານການ
ປະມູນ ທີ່ຂັ້ນສູນກາງອະນຸຍາດ. ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນ ລະຫວ່າງ ລັດຖະບານ ຕາງໜ້າໂດຍ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງແຜນການ ແລະ ການລົງທຶນ ກັບ ຜູ້ພັດທະນາ ຊຶ່ງຈະເປັນການມອບພັນທະໃຫ້ແກ່ ຜູ້ພັດທະນາ ໃນການດຳເນີນກິດຈະກຳການພັດທະນາໂຄງການ ເຊັ່ນ ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຂອງໂຄງການ ດ້ວຍໄລຍະເວລາ 24 ເດືອນ (ໂດຍສາມາດສະເໜີຕໍ່ອາຍຸໄດ້). ຜູ້ພັດທະນາຕ້ອງສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງຕົນໃນ ສປປ ລາວ ກ່ອນເລີ່ມດຳເນີນກິດຈະກຳໃດໜຶ່ງທີ່ກຳນົດໄວ້ໃນ ບົດບັນທຶກຄວາມເຂົ້າໃຈ. ໃນໄລຍະການປະຕິບັດພັນທະຕາມ ບົດບັນທຶກຄວາມເຂົ້າໃຈ, ຜູ້ພັດທະນາ ຕ້ອງດຳເນີນກິດຈະກຳດັງຕໍ່ໄປນີ້:
- ດຳເນີນ ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຕາມ ກອບວຽກຂອງການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ
ຕົນ ຊຶ່ງຄັດຕິດເປັນເອກະສານຊ້ອນທ້າຍຂອງ ບົດບັນທຶກຄວາມເຂົ້າໃຈ ແລະ ຕາມ ກົດໝາຍວ່າດ້ວຍໄຟຟ້າ.
ຜູ້ພັດທະນາຕ້ອງສົ່ງ ບົດລາຍງານການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ຕາມເວລາທີ່ກຳນົດໄວ້ໃນ ບົດບັນທຶກຄວາມເຂົ້າໃຈ ເພື່ອໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າ ແລະ ຮັບຮອງ;
- ຄຽງຄູ່ກັບ ບົດລາຍງານການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ, ຜູ້ພັດທະນາຕ້ອງສົ່ງ ບົດລາຍງານຜົນປະໂຫຍດຈາກໂຄງການ ຊຶ່ງອະທິບາຍກ່ຽວກັບບັນດາຕົວຊີ້ວັດທີ່ກຳນົດໄວ້ໃນ ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ ໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍຊີ້ໃຫ້ເຫັນຜົນປະໂຫຍດດ້ານການເງິນ ແລະ ຜົນປະໂຫຍດຕໍ່ລະບົບໄຟຟ້າ ທີ່ໂຄງການຈະນຳມາໃຫ້. ບົດລາຍງານຕ້ອງໃຊ້ຂໍ້ມູນທີ່ໄດ້ຈາກການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຂອງໂຄງການ ແລະ ຄວນມີເນື້ອໃນດ້ານຮູບປະທຳ ແລະ ນາມມະທຳ
ຂອງຜົນປະໂຫຍດຂອງໂຄງການ.

24

ການເຈລະຈາ ບົດບັນທຶກຄວາມເຂົ້າໃຈ ຈະເລີ່ມຂຶ້ນພາຍຫຼັງທີ່ມີການອະນຸມັດບົດລາຍງານຜົນການຄົ້ນຄວ້າເອົາຜູ້ພັດທະນາ ໃນໄລຍະການຄົ້ນຄວ້າເອົາຜູ້ພັດທະນາ ແລະ ໂຄງການທີ່ບໍ່ຜ່ານການປະມູນ ຊຶ່ງການເຈລະຈາຈະກຳນົດລາຍລະອຽດຄວາມຮັບຜິດຊອບໃນການພັດທະນາໂຄງການ ໃຫ້ແກ່ນິຕິບຸກຄົນທີ່ຖືກຄັດເລືອກເປັນຜູ້ພັດທະນາໂຄງການ. ກົມທຸລະກິດພະລັງງານ ເປັນເຈົ້າການຮັບຜິດຊອບຫ້າວຽກນີ້.

ການເລີ່ມເງິນຂັ້ນຕອນ

ຂະບວນການນີ້ຈະເລີ່ມຂຶ້ນພາຍຫຼັງນິຕິບຸກຄົນສົ່ງ ຮ່າງບົດບັນທຶກຄວາມເຂົ້າໃຈ ທີ່ອີງໃສ່ ຮ່າງມາດຕະຖານ ຂອງ ບົດບັນທຶກຄວາມເຂົ້າໃຈ ໃຫ້ ກົມທຸລະກິດພະລັງງານ.

ນິຕິກຳສຳຄັນທີ່ກຳນົດກ່ຽວກັບຂັ້ນຕອນ

ນິຕິກຳສຳຄັນທີ່ກຳນົດກ່ຽວກັບຂັ້ນຕອນ ມີດັ່ງນີ້:

- ກົດໝາຍວ່າດ້ວຍໄຟຟ້າ;
- ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ;
ລະບຽບການກ່ຽວກັບການຄົ້ນຄວ້າໂຄງການທີ່ບໍ່ຜ່ານການປະມູນ.

2.2. ບັນດາໜ້າວຽກໃນຂັ້ນຕອນ
ໜ້າວຽກທີ 0: ການທົບທວນ ຮ່າງບົດບັນທຶກຄວາມເຂົ້າໃຈ
ໜ້າວຽກທີ 1: ການທົບທວນ ຮ່າງບົດບັນທຶກຄວາມເຂົ້າໃຈ

ຜູ້ຮັບຜິດຊອບ: ກົມທຸລະກິດພະລັງງານ (ພະແນກສັນຍາ).
ເອກະສານ ແລະ ຂໍ້ມູນ: ຮ່າງບົດບັນທຶກຄວາມເຂົ້າໃຈ ທີ່ນິຕິບຸກຄົນ ໄດ້ກະກຽມ ອີງໃສ່ຮ່າງມາດຕະຖານ.

ຜູ້ຮັບຜິດຊອບສະໜອງ: ນິຕິບຸກຄົນທີ່ສະເໜີພັດທະນາໂຄງການ.

ເອກະສານ ແລະ ຂໍ້ມູນ ທີ່ຕ້ອງການໃຊ້:
ວິທີຈັດຕັ້ງປະຕິບັດ:
- ກົມທຸລະກິດພະລັງງານ (ພະແນກສັນຍາ) ທົບທວນເນື້ອໃນຂອງ ຮ່າງບົດບັນທຶກຄວາມເຂົ້າໃຈ ທີ່ນິຕິບຸກຄົນສົ່ງໃຫ້ ແລະ ມີຄຳເຫັນເພື່ອປັບປຸງ ກ່ອນຈະສົ່ງຮ່າງດັ່ງກ່າວໃຫ້ໜ່ວຍງານກ່ຽວຂ້ອງ;
- ພະແນກສັນຍາ ກວດກາກໍລະນີເຫັນຄວາມແຕກຕ່າງຈາກ ຮ່າງມາດຕະຖານ ແລ້ວເອົາຂຶ້ນສະເໜີໃນກອງປະຊຸມເຈລະຈາ.
ຜົນໄດ້ຮັບ ຄຳເຫັນເພື່ອປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ ທີ່ຈະສົ່ງໃຫ້ນິຕິບຸກຄົນ.
ໄລຍະເວລາຂອງຫ້າ ພາຍໃນ ສິບສີ່ (14) ວັນ ນັບແຕ່ວັນທີ່ໄດ້ຮັບ ຮ່າງບົດບັນທຶກຄວາມເຂົ້າໃຈ.

ວຽກ

25

ບັນຍາຍເຫດ

ກົມທຸລະກິດພະລັງງານ (ພະແນກສັນຍາ) ຮັບຜິດຊອບສະໜອງ ຮ່າງ

ມາດຕະຖານຂອງ ບົດບັນທຶກຄວາມເຂົ້າໃຈ ສະບັບຫຼ້າສຸດ ເມື່ອໄດ້ຮັບການສະ
ເໜີຂໍຈາກນິຕິບຸກຄົນ. ກົມທຸລະກິດພະລັງງານ ອາດປັບປຸງຮ່າງມາດຕະຖານ
ດັ່ງກ່າວເປັນແຕ່ລະໄລຍະ ແລະ ຕ້ອງຮັບປະກັນນຳໃຊ້ຮ່າງມາດຕະຖານທີ່ໃໝ່ຫຼ້າ
ສຸດເຂົ້າໃນການດັດແປງ.

ເອກະສານທີ່ກຳນົດໃຊ້ໃນການສື່ສານສຳລັບວຽກນີ້ ມີຄື:
- ໜັງສືສະເໜີປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ.

ໜ້າວຽກທີ ຂ: ການຂໍຄຳເຫັນ ແລະ ເຊີນປະຊຸມເຈລະຈາ ບົດບັນທຶກຄວາມເຂົ້າໃຈ

ຜູ້ຮັບຜິດຊອບ
ກົມທຸລະກິດພະລັງງານ (ພະແນກສັນຍາ).

ເອກະສານ ແລະ ຂໍ້ມູນ

ຮ່າງບົດບັນທຶກຄວາມເຂົ້າໃຈ ພ້ອມດ້ວຍຄຳເຫັນຂອງນິຕິບຸກຄົນ ທີ່ໄດ້ຈາກ ຫ້າ
ມູນທີ່ຕ້ອງການໃຊ້ ວຽກທີ 1.

ຜູ້ຮັບຜິດຊອບສະເໜີ |, ນິຕິບຸກຄົນທີ່ສະເໜີພັດທະນາໂຄງການ.

ເອກະສານ ແລະ ຂໍ້ມູນ
ທີ່ຕ້ອງການໃຊ້

ວິທີຈັດຕັ້ງປະຕິບັດ ກົມທຸລະກິດພະລັງງານ (ພະແນກສັນຍາ) ກວດກາວ່າ ນິຕິບຸກຄົນໄດ້ຊີ້ແຈງກ່ຽວ
ກັບບັນຫາທີ່ໄດ້ຕັ້ງຂຶ້ນໃນໄລຍະການທົບທວນເບື້ອງຕົ້ນນັ້ນ ແລ້ວບໍ່ ກ່ອນສົ່ງຮ່າງ
ໃຫ້ໜ່ວຍງານກ່ຽວຂ້ອງເພື່ອຂໍຄຳເຫັນ. ພະແນກສັນຍາ ກະກຽມຈັດປະຊຸມ
ເຈລະຈາ ບົດບັນທຶກຄວາມເຂົ້າໃຈ ແລະ ອອກຫັງສືເຊີນ:
- ກະຊວງພະລັງງານ ແລະ ບໍ່ແຮ່:
0 ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດ
ໄຟຟ້າ);
0 ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ);
0 ກົມນິຕິກຳ (ພະແນກນິຕິກຳພະລັງງານ);
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
0 ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພະແນກທົບທວນບົດລາຍງານການປະເມີນສິ່ງແວດລ້ອມຂະແໜງພະລັງງານ ແລະ ພື້ນຖານໂຄງລ່າງ);
- ກະຊວງແຜນການ ແລະ ການລົງທຶນ:
0 ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າວິໄຈໂຄງການ);
- ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ; ແລະ
- ຫ່ວຍງານກ່ຽວຂ້ອງອືນໆ.

ຜົນໄດ້ຮັບ ຫັງສືເພືອນຳສົ່ງ ຮ່າງບົດບັນທຶກຄວາມເຂົາໃຈ ແລະ ເພືອເຊີນຮ່ວມປະຊຸມເຈລະຈາ ບົດບັນທຶກຄວາມເຂົາໃຈ.

ໄລຍະເວລາຂອງຫ້າ ພາຍໃນ ເຈັດ (7) ວັນ ນັບແຕ່ວັນທີໄດ້ຮັບ ຮ່າງບົດບັນທຶກຄວາມເຂົາໃຈ ຈາກວຽກ ນິຕິບຸກຄົນທີສະເຫຼີພັດທະນາໂຄງການ.

ໜາຍເຫດ ເອກະສານທີກຳນົດໃຊ້ໃນການສືສານສຳລັບຫ້າວຽກນີ ມີຄື:
- ຫັງສືຂໍຄຳເຫັນກ່ຽວກັບ ຮ່າງບົດບັນທຶກຄວາມເຂົາໃຈ ເຖິງ ໜ່ວຍງານກ່ຽວຂ້ອງ ແລະ ເຊີນຮ່ວມປະຊຸມເຈລະຈາ.
ໜ້າວຽກທີ 9: ການໃຫ້ຄຳເຫັນກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ

ໜ້າວຽກທີ 3: ການໃຫ້ຄຳເຫັນກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ

ຜູ້ຮັບຜິດຊອບ

- ກະຊວງພະລັງງານ ແລະ ບໍ່ແຮ່:
0 ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດໄຟຟ້າ);
0 ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ);
0 ກົມນິຕິກຳ (ພະແນກນິຕິກຳພະລັງງານ);
- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
0 ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພະແນກທົບທວນບົດລາຍງານການປະເມີນສິ່ງແວດລ້ອມຂະແໜງພະລັງງານ ແລະ ພື້ນຖານໂຄງລ່າງ);
- ກະຊວງແຜນການ ແລະ ການລົງທຶນ:
0 ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າວິໄຈໂຄງການ);
- ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ; ແລະ
- ຫ່ວງງານກ່ຽວຂ້ອງອື່ນໆ.

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້: ຮ່າງບົດບັນທຶກຄວາມເຂົ້າໃຈ.
ຜູ້ຮັບຜິດຊອບສະໜອງ, ກົມທຸລະກິດພະລັງງານ (ພະແນກສັນຍາ).

ເອກະສານ ແລະ ຂໍ້ມູນ

ແມ່

ທີ່ຕ້ອງການໃຊ້

ວິທີຈັດຕັ້ງປະຕິບັດ ຫ່ວງງານກ່ຽວຂ້ອງ ທົບທວນ ຮ່າງບົດບັນທຶກຄວາມເຂົ້າໃຈ ແລະ ໃຫ້ຄຳເຫັນ
ຫາວຽກ ບັນງວຽກຍ່ອຍທີ 8.7: ຄຳເຫັນຂອງ ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດ ໄຟຟ້າ)
ພະແນກວາງແຜນແຫຼ່ງຜະລິດ ໄຟຟ້າ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ):

27

- ແຜນທີ່ຂອບເຂດໂຄງການ ແລະ ລາຍລະອຽດຂອງສະຖານທີ່ຕ່າງໆຂອງໂຄງການ;
- ຄວາມເປັນຫ່ວງກ່ຽວກັບການຂັດແຍ່ງ ຫຼື ທັບຊ້ອນລະຫວ່າງເນື້ອທີ່ຂອງໂຄງການນີ້ ກັບ ຂອງໂຄງການອື່ນ ຫຼື ເນື້ອທີ່ຫວງຫ້າມ;
- ຂໍ້ກຳນົດກ່ຽວກັບການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນຂອງໂຄງການ ທີ່ຈະດຳເນີນໃນໄລຍະການປະຕິບັດພັນທະ.

ບັນງວຽກຍ່ອຍທີ 8.8: ຄຳເຫັນຂອງ ກົມນະໂຍບາຍຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ (ພະແນກທົບທວນບົດລາຍງານການປະເມີນສິ່ງແວດລ້ອມ
ພະແນກພະລັງງານ ແລະ ພື້ນຖານໂຄງລ່າງ)
ພະແນກທົບທວນບົດລາຍງານການປະເມີນສິ່ງແວດລ້ອມຂະແໜງພະລັງງານ
ແລະ ພື້ນຖານໂຄງລ່າງ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ) ຂໍ້ກຳນົດກ່ຽວກັບການປະ
ເມີນສິ່ງແວດລ້ອມສັງຄົມ ແລະ ທຳມະຊາດເບື້ອງຕົ້ນ ທີ່ຈະດຳເນີນໃນໄລຍະການ
ປະຕິບັດພັນທະ.

ວຽກຍ່ອຍທີ 3.3: ຄຳເຫັນຂອງ ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າ
ວິໄຈໂຄງການ)

ພະແນກຄົ້ນຄວ້າວິໄຈໂຄງການ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ):
- ຂໍ້ກຳນົດກ່ຽວກັບການເງິນ ແລະ ຊີ້ໃຫ້ເຫັນວ່າມີນິຕິບຸກຄົນ ແລະ ທະນາຄານ
ທີ່ຈະສະໜັບສະໜູນນິຕິບຸກຄົນໃນການພັດທະນາ, ຈັດຕັ້ງປະຕິບັດ ແລະ ດຳ
ເນີນງານໂຄງການ;
- ລາຍລະອຽດກ່ຽວກັບການວາງເງິນຄ້ຳປະກັນ.

ວຽກຍ່ອຍທີ 8.4: ຄຳເຫັນຂອງ ກົມແຜນການ ແລະ ການຮ່ວມມື (ພະແນກ
ລົງທຶນ)
ພະແນກລົງທຶນ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ) ການຕົກລົງເຫັນດີໂດຍລວມໃນ
ບົດບັນທຶກຄວາມເຂົ້າໃຈ ແລະ ເຂົ້າຮ່ວມປະຊຸມເຈລະຈາ.

ບົດງານຢ່ອຍທີ 8.5: ຄຳເຫັນຂອງ ກົມນິຕິກຳ (ພະແນກນິຕິກຳພະລັງງານ)

ພະແນກນິຕິກຳພະລັງງານ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ) ກວດກາ ແລະ ໃຫ້ຄຳ
ເຫັນດ້ານກົດໝາຍ ເພື່ອຮັບປະກັນໃຫ້ ບົດບັນທຶກຄວາມເຂົ້າໃຈ ສອດຄ່ອງກັບ
ລະບຽບການກ່ຽວຂ້ອງ.

ບົດງານຢ່ອຍທີ 8.6: ຄຳເຫັນຂອງ ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ

ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ ໃຫ້ຄຳເຫັນກ່ຽວກັບ (ຖ້າມີ):
- ເງື່ອນໄຂໃນການສຶກສາພາກສະໜາມໃນໄລຍະການປະຕິບັດພັນທະ;
- ເນື້ອໃນກ່ຽວກັບການເກັບຂໍ້ມູນສຳລັບການຈັດສັນຍົກຍ້າຍ ໃນເຂດໂຄງການ.

ຜົນໄດ້ຮັບ ຄຳເຫັນກ່ຽວກັບ ຮ່າງບົດບັນທຶກຄວາມເຂົ້າໃຈ ຈາກຫ້ອງງານກ່ຽວຂ້ອງ.
ໄລຍະເວລາຂອງຫ້າ ພາຍໃນ ສາມສິບ (390) ວັນ ນັບແຕ່ວັນທີໄດ້ຮັບ ຮ່າງບົດບັນທຶກຄວາມເຂົາໃຈ.

ວຽກ

28

ບນາຍເຫດ

(ະາ
[ຫຍ]

0ນ້າວຽກທີ 4: ການເຂົາຮ່ວມປະຊຸມເຈລະຈາ ບົດບັນທຶກຄວາມເຂົາໃຈ

ໜ້າວຽກທີ 4: ການເຂົາຮ່ວມປະຊຸມເຈລະຈາ ບົດບັນທຶກຄວາມເຂົາໃຈ

ຜູ້ຮັບຜິດຊອບ

- ກະຊວງພະລັງງານ ແລະ ບໍ່ແຮ່:

0 ກົມນະໂຍບາຍ ແລະ ແຜນພະລັງງານ (ພະແນກວາງແຜນແຫຼ່ງຜະລິດ
ໄຟຟ້າ);

0 ກົມແຜນການ ແລະ ການຮ່ວມມື (ພະແນກລົງທຶນ);

0 ກົມນິຕິກຳ (ພະແນກນິຕິກຳພະລັງງານ);

- ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:

0 ກົມນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພະແນກ
ທົບທວນບົດລາຍງານການປະເມີນສິ່ງແວດລ້ອມຂະແໜງພະລັງງານ
ແລະ ພື້ນຖານໂຄງລ່າງ);

- ກະຊວງແຜນການ ແລະ ການລົງທຶນ:

0 ກົມສົ່ງເສີມການລົງທຶນ (ພະແນກຄົ້ນຄວ້າວິໄຈໂຄງການ);
- ພະແນກພະລັງງານ ແລະ ບໍ່ແຮ່ຂັ້ນແຂວງ; ແລະ
- ຫ່ວຍງານກ່ຽວຂ້ອງອື່ນໆ.

ຮູ
ເຈ

ເອກະສານ ແລະ ຂ

ຫັງສືເຊີນປະຊຸມເຈລະຈາ ບົດບັນທຶກຄວາມເຂົາໃຈ.

ມູນທີ່ຕ້ອງການໃຊ້

ຜູ້ຮັບຜິດຊອບສະບນອງ , ກົມທຸລະກິດພະລັງງານ (ພະແນກສັນຍາ).

ເອກະສານ ແລະ ຂໍ້ມູນ

ທີ່ຕ້ອງການໃຊ້

ວິທີຈັດຕັ້ງປະຕິບັດ - ກົມທຸລະກິດພະລັງງານ (ພະແນກສັນຍາ) ສົ່ງຫັງສືເຊີນປະຊຸມ ແລະ ວາລະ
ຫ້າວຽກ ປະຊຸມເຈລະຈາ ບົດບັນທຶກຄວາມເຂົ້າໃຈ ຕາມ ຫ້າວຽກທີ ຂ;

- ພາກສ່ວນກ່ຽວຂ້ອງທັງຫົດ ຫາລືກ່ຽວກັບ ພັນທະ, ຄຳເຫັນທີ່ໄດ້ຮັບ ຈາກ
ຫ່ວຍງານຕ່າງໆໃນກອງປະຊຸມ ແລະ ຕົກລົງເຫັນດີເປັນເອກະພາບ ;

- ພະແນກສັນຍາ ກະກຽມ ບົດບັນທຶກກອງປະຊຸມ ເພື່ອໃຊ້ເປັນບ່ອນອີງໃນ
ການປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ ຕາມທີ່ໄດ້ຕົກລົງເຫັນດີເປັນເອກະ
ພາບຈາກພາກສ່ວນກ່ຽວຂ້ອງທັງຫົົດທີ່ເຂົ້າຮ່ວມກອງປະຊຸມເຈລະຈາ ຫ້າ
ວຽກຕໍ່ໄປ.
ຜົນໄດ້ຮັບ ບົດບັນທຶກກອງປະຊຸມເຈລະຈາ ບົດບັນທຶກຄວາມເຂົ້າໃຈ.
ໄລຍະເວລາຂອງການ ພາຍໃນ ເຈັດ (7) ວັນຂອງກຳນົດເວລາໃນການສົ່ງຄຳເຫັນກ່ຽວກັບ ຮ່າງບົດ
ວຽກ ບັນທຶກຄວາມເຂົ້າໃຈ.

ບັນຍັດ

ພາກສ່ວນກ່ຽວຂ້ອງອາດບໍ່ສາມາດເຫັນດີເປັນເອກະພາບໃນກອງປະຊຸມເຈລະຈາ
ບົດບັນທຶກຄວາມເຂົ້າໃຈ. ຖ້າເກີດກໍລະນີດັ່ງກ່າວ, ກົມທຸລະກິດພະລັງງານ (ພະ
ແນກສັນຍາ) ຕ້ອງຈັດກອງປະຊຸມເຈລະຈາຕື່ມອີກ ໂດຍໃຫ້ພຽງພໍກັບເວລາໃນ
ການປັບປຸງ. ຖ້າຜ່ານກອງປະຊຸມເຈລະຈາຕື່ມອີກ ແຕ່ຍັງບໍ່ສາມາດເຫັນດີເປັນ
ເອກະພາບໄດ້, ພະແນກສັນຍາ ຈະລາຍງານ ລັດຖະມົນຕີກະຊວງພະລັງງານ
ແລະ ບໍ່ແຮ່ ເພື່ອພິຈາລະນາ ສະເໜີ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການ
ລົງທຶນຂັ້ນສູນກາງ ປະຕິເສດການພັດທະນາໂຄງການ ແລະ ເພື່ອອອກເປັນຫັງສື
ແຈ້ງທາງການຫານິຕິບຸກຄົນ.
ໜ້າວຽກທີ 1: ການປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ ຫຼັງຈາກກອງປະຊຸມເຈລະຈາ ແລະ ລາຍງານຜົນຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ

ຜູ້ຮັບຜິດຊອບ: ກົມທຸລະກິດພະລັງງານ (ພະແນກສັນຍາ)

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້:
- ບົດບັນທຶກກອງປະຊຸມເຈລະຈາ
- ບົດບັນທຶກຄວາມເຂົ້າໃຈ

ຜູ້ຮັບຜິດຊອບສະໜອງ: ກົມທຸລະກິດພະລັງງານ (ພະແນກສັນຍາ)

ເອກະສານ ແລະ ຂໍ້ມູນທີ່ຕ້ອງການໃຊ້:
- ບົດບັນທຶກກອງປະຊຸມເຈລະຈາ
- ບົດບັນທຶກຄວາມເຂົ້າໃຈ

ວິທີຈັດຕັ້ງປະຕິບັດ:
- ກົມທຸລະກິດພະລັງງານ (ພະແນກສັນຍາ) ປັບປຸງ ຮ່າງບົດບັນທຶກຄວາມເຂົ້າໃຈ ອີງໃສ່ບົດບັນທຶກກອງປະຊຸມເຈລະຈາ ແລະ ບົດບັນທຶກຄວາມເຂົ້າໃຈ
ຕາມການຕົກລົງເຫັນດີເປັນເອກະພາບຂອງພາກສ່ວນກ່ຽວຂ້ອງທັງພົດທີ່ເຂົ້າຮ່ວມກອງປະຊຸມ;

- ພະແນກສັນຍາ ລາຍງານ ຮ່າງບົດບັນທຶກຄວາມເຂົ້າໃຈ ສະບັບປັບປຸງຕາມການເຈລະຈາ ຕໍ່ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາສະເຫຼີ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງອະນຸມັດ.

ຜົນໄດ້ຮັບ ຮ່າງບົດບັນທຶກຄວາມເຂົ້າໃຈສະບັບປັບປຸງ ເພື່ອໃຊ້ເຂົ້າໃນຂະບວນການອະນຸມັດ (ຫຼັງຈາກໄດ້ປັບປຸງຕາມການເຫັນດີເປັນເອກະພາບຈາກພາກສ່ວນກ່ຽວຂ້ອງໃນກອງປະຊຸມເຈລະຈາ).

ໄລຍະເວລາຂອງຫ້າ ພາຍໃນ ສິບສີ (14) ວັນ ນັບແຕ່ວັນທີປະຊຸມເຈລະຈາ ບົດບັນທຶກຄວາມເຂົ້າໃຈວຽກ ສຳເລັດ.

30

ບນາຍເຫດ ເອກະສານທີກຳນົດໃຊ້ໃນການສືສານສຳລັບຫ້າວຽກນີ ມີຄື:

- ບົດລາຍງານຜົນການເຈລະຈາ ຕໍ່ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍ ຮ່າງບົດບັນທຶກຄວາມເຂົ້າໃຈສະບັບປັບປຸງ ຕາມຜົນການ
ເຈລະຈາ;

- ຫັງສືສະເຫີຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ເຖິງ ຄະນະກຳມະການ
ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ເພື່ອພິຈາລະນາອະນຸມັດ ເຊັນ.

0ນ້າວຽກທີ 6: ການຜ ຈາລະ ະນາຂອງ ຄະນະກຳມະ ະການສົ 7ເສີມ/ ເເລະ ລຸ້່ມຄອ ງການລົງທຶນຂັ້ນສູນກາງ ກ່ຽວກັບ

ຮ່າງບົດບັນທຶກຄວາມເຂົ້າ ໃຈ
ຂໍ້ກຳນົດໃນຫ້າວຽກນີ ຮຽບຮຽງໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຊຶງໄດ້ຄົ້ນຄວ້າອີງໃສ່ກົດໝາຍ ແລະ ນິຕິກຳ

ແລະ ການປຶກສາຫາລືກັບຂະແໜງການກ່ຽວຂ້ອງ ເພື່ອສັງລວມເປັນຫ້າວຽກສຳຄັນເຂົ້າໃນຂັ້ນຕອນ
ມາດຕະຖານນີ້. ຖ້າການປະຕິບັດຕົວຈິງຫາກມີອັນແຕກຕ່າງ, ແມ່ນໃຫ້ປະຕິບັດຕາມການແນະນຳ, ນິຕິກຳຂອງ
ຂະແຫງງການທີ່ກ່ຽວຂ້ອງ ແລະ ກົດໝາຍວ່າດ້ວຍການສ້າງນິຕິກຳ.

#ນ້າວຽກທີ 6: ການພິຈາລະນາຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ກ່ຽວກັບ
ຮ່າງບົດບັນທຶກຄວາມເຂົ້າໃຈ


ຜູ້ຮັບຜິດຊອບ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ.
ເອກະສານ ແລະ ຂໍ້ມູນ ຮ່າງບົດບັນທຶກຄວາມເຂົ້າໃຈສະບັບປັບປຸງຕາມກອງປະຊຸມເຈລະຈາ ແລະ ໜັງສື
ມູນທີ່ຕ້ອງການໃຊ້ ສະເຫຼີຂອງກະຊວງພະລັງງານ ແລະ ບໍ່ແຮ່.

ຜູ້ຮັບຜິດຊອບສະໜອງ | ກະຊວງພະລັງງານ ແລະ ບໍ່ແຮ່.
ເອກະສານ ແລະ ຂໍ້ມູນ

ທີ່ຕ້ອງການໃຊ້
ວິທີຈັດຕັ້ງປະຕິບັດ - ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຈັດກອງ
ປະຊຸມວຽກ ປະຊຸມຂອງຕົນ ສອງ ຄັ້ງ ຕໍ່ ເດືອນ ຊຶ່ງຈະມີການພິຈາລະນາກ່ຽວກັບ ຮ່າງບົດ

ບັນທຶກຄວາມເຂົ້າໃຈ ທີ່ໄດ້ຮັບພາຍຫຼັງສຳເລັດກອງປະຊຸມເຈລະຈາ ແລະ ຈະ
ຕັດສິນວ່າຈະອະນຸມັດ ຫຼື ປະຕິເສດ;

- ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂຶ້ນສູນກາງ ຈະຊີ້ນຳ
ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ປັບປຸງ ແລະ ສົ່ງ ຮ່າງບົດບັນທຶກຄວາມ
ເຂົ້າໃຈ ຄືນໃຫ້ ຖ້າ ຖ້າເຫັນວ່າຍັງມີຈຸດທີ່ຕ້ອງເຮັດວຽກຕື່ມ;

- ໃນກໍລະນີອະນຸມັດ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຈະສົ່ງ ຮ່າງບົດບັນທຶກຄວາມເຂົ້າໃຈ ເຖິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອອະນຸມັດຂັ້ນສຸດທ້າຍ;

- ໃນກໍລະນີປະຕິເສດ, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຈະຊີ້ນຳ ຫ້ອງການບໍລິການການລົງທຶນປະຕູດຽວ ເພື່ອອອກຫັງສືແຈ້ງປະຕິເສດ.

31

ຜົນໄດ້ຮັບ

->

ການພິຈາລະນາຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ອາດມີຜົນເປັນໄປໄດ້ ດັ່ງນີ້:

- ການຂໍຂໍ້ມູນເພີ່ມຈາກນິຕິບຸກຄົນ: ຫ້ອງການບໍລິການການລົງທຶນປະຕູດຽວ ແຈ້ງ ແລະ ອະທິບາຍກ່ຽວກັບຂໍ້ມູນທີ່ຢາກໄດ້ເພີ່ມຈາກນິຕິບຸກຄົນ ຕາມທີ່ກຳນົດໄວ້ໃນ ຫ້າວຽກທີ 7 ຂອງຂັ້ນຕອນມາດຕະຖານນີ້;
- ການອະນຸມັດ ບົດບັນທຶກຄວາມເຂົ້າໃຈ ແມ່ນກໍລະນີທີ່ ຮ່າງບົດບັນທຶກຄວາມເຂົ້າໃຈ ຖືກສົ່ງໄປ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອອະນຸມັດເປັນຂັ້ນສຸດທ້າຍ ຕາມທີ່ກຳນົດໄວ້ໃນ ຫ້າວຽກທີ 8 ຂອງຂັ້ນຕອນມາດຕະຖານນີ້;
- ການປະຕິເສດ ບົດບັນທຶກຄວາມເຂົ້າໃຈ: ຫ້ອງການບໍລິການການລົງທຶນປະຕູດຽວ ຈະໄດ້ຮັບແຈ້ງກ່ຽວກັບການປະຕິເສດ ບົດບັນທຶກຄວາມເຂົ້າໃຈ ພ້ອມດ້ວຍເຫດຜົນກ່ຽວຂ້ອງ. ຫ້ອງການບໍລິການການລົງທຶນປະຕູດຽວຈະອອກຫັງສືແຈ້ງປະຕິເສດ ເຖິງ ນິຕິບຸກຄົນ ຕາມທີ່ກຳນົດໄວ້ໃນ ຫ້າວຽກທີ 9 ຂອງຂັ້ນຕອນມາດຕະຖານນີ້.

ໄລຍະເວລາຂອງຫ້າວຽກ

ພາຍໃນ ສິບສີ (14) ວັນລັດຖະການ ນັບແຕ່ວັນທີໄດ້ຮັບ ຮ່າງບົດບັນທຶກຄວາມເຂົ້າໃຈ.

ບັນຍັດ

ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແມ່ນ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ