ຂໍ້ຕົກລົງ ວ່າດ້ວຍມາດຕະຖານ ສີ່ ສ ຂອງບັນດາບ້ານໃນຕົວເມືອງຢູ່ແຂວງອຸດົມໄຊ
关于乌多姆赛省城镇各村「四净」标准的协议
Agreement on the "Four Clean" Standards for Villages in Urban Areas of Oudomxay Province
ບົດສະຫຼຸບ
ເຈົ້າແຂວງອຸດົມໄຊ ໄດ້ອອກຂໍ້ຕົກລົງ ກຳນົດມາດຕະຖານ '4 ສ' (ສະຫງົບ, ສະອາດ, ສີຂຽວ, ສວຍງາມ) ສຳລັບບ້ານໃນເມືອງຕ່າງໆ ພາຍໃນແຂວງ, ເປັນເກນໃນການປະເມີນຄອບຄົວ, ບ້ານ, ອົງການ, ລັດວິສາຫະກິດ ແລະ ວິສາຫະກິດ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ແລະ ສີຂຽວ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງນີ້ກຳນົດມາດຕະຖານ "ສີ່ສະອາດ" ເປັນພື້ນຖານໃຫ້ລັດຖະບານທຸກຂັ້ນ ແຂວງ, ເມືອງ, ບ້ານ ແລະ ປະຊາຊົນບັນດາເຜົ່າໃນຕົວເມືອງ ແລະ ຊົນນະບົດ ປະຕິບັດວຽກງານ "ສີ່ສະອາດ" ເພື່ອເຂົ້າຮ່ວມປົກປັກຮັກສາ ແລະ ພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ ໄປຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2
ມາຕຕະຖານ ສີ ສ. ມາດຕະຖານ ສື ສ ແມ່ນການກຳນົດເງືອນເໄຂພື້ນຖານໃນການພັດທະນາບ້ານ ເພື່ອວັດແທກຄອບຄົວ, ບ້ານ ແລະ ການຈັດຕັ້ງ, ລັດວິສາຫະກິດ, ທຸລະກິດ ແລະ ນິຕິບຸກຄົນຕາມມາດຕະຖານ ສື ສ ໃຫ້ສອດຄ່ອງກັບຄວາມ ເປັນຈິງຂອງແຕ່ລະບ້ານ ໃນແຕ່ລະໄລຍະ.
ມາດຕາ 3
ອະທິບາຍຄຳສັບ. ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້: 1. ສ ສະຫງົບ ໝາຍເຖິງການຄຸ້ມຄອງ, ຕ້ານ, ສະກັດກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເພື່ອ ແນໃສ່ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ - ປອດໄພ. 2. ສ ສະອາດ ໝາຍເຖິງສະຖານທີ່ຢູ່ອາໄສ, ຖະໜົນຫົນທາງ, ສຳນັກງານ, ສະຖານທີ່ບໍລິການ, ສະຖານທີ່ ສາທາລະນະມີຄວາມສະອາດຈົບງາມ, ສະພາບອາກາດສົດຊື່ນ ແລະ ປະຕິບັດຖືກຕ້ອງຕາມຫຼັກສຸຂະອະນາໄມ. | 3. ສ ສີຂຽວ ໝາຍເຖິງພື້ນທີ່ສີຂຽວໃນຕົວເມືອງ ແລະ ອ້ອມຮອບຕົວເມືອງທີ່ເຕັມໄປດ້ວຍຕົ້ນໄມ້ປະດັບ ແລະ ທຳມະຊາດທີ່ສວຍສົດງົດງາມ. 4. ສ ສວຍງາມ ໝາຍເຖິງຄວາມສວຍ ຄວາມງາມທາງດ້ານວັດຖຸຄູ່ກັບຄວາມງາມທາງດ້ານຈິດໃຈ ຂອງປະຊາຊົນບັນດາເຜົ່າ, ອາຄານສະຖານທີ່ເຮັດວຽກ - ສະຖານທີ່ພັກເຊົາ, ທີ່ຢູ່ອາໄສມີຄວາມເປັນລະບົບ ລະບຽບ, ມີຄວາມສະດວກປອດໄພ, ການບໍລິການວ່ອງໄວ, ສຸພາບຮຽບຮ້ອຍທັງຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ. 5. ບ້ານໃນຕົວເມືອງ ໝາຍເຖິງບັນດາບ້ານທີ່ຢູ່ໃຈກາງຂອງພື້ນທີ່ຕົວເມືອງ ຊຶ່ງກວມເອົາບັນດາບ້ານຈຳ ນວນໜຶ່ງໃນຕົວເມືອງ ໂດຍອີງຕາມຂອບເຂດທີ່ແຕ່ລະເມືອງໄດ້ກຳນົດໃນແຕ່ລະໄລຍະ. ໝວດທີ 1[ ເນື້ອໃນມາດຕະຖານ ສື່ ສ
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ