ດຳລັດ ວ່າດ້ວຍການຂ້າສັດ ແລະ ການກວດກາອະນາໄມຊີ້ນ

关于宰杀牲畜与肉品卫生检验的法令

Decree on Slaughter of Livestock and Meat Hygiene Inspection

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ ແລະ ກວດກາວຽກງານການຂ້າສັດ ແລະ ກວດກາຄຸນນະພາບຊີ້ນ, ກຳນົດມາດຕະຖານສະຖານທີ່ຂ້າສັດ, ການກວດກາກ່ອນ ແລະ ຫຼັງຂ້າ, ການປຸງແຕ່ງ, ການເກັບຮັກສາ ແລະ ຈຳໜ່າຍຊີ້ນ, ໃບອະນຸຍາດຂ້າສັດ, ຂໍ້ຫ້າມ ແລະ ອົງການຄຸ້ມຄອງ ເພື່ອຮັບປະກັນຄວາມປອດໄພ ແລະ ເໝາະສົມກັບການບໍລິໂພກຂອງຜະລິດຕະພັນສັດ, ປົກປ້ອງສຸຂະພາບປະຊາຊົນ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຂ້າສັດ ແລະ ກວດກາອະນາໄມຊີ້ນ ເພື່ອຮັບປະກັນໃຫ້ໄດ້ຜະລິດຕະພັນສັດ ທີ່ມີ ຄຸນນະພາບ, ປອດໄພ ແລະ ເໜະສົມສຳລັບການບໍລິໂພກ ແນໃສ່ປົກປ້ອງ, ສົ່ງເສີມ ສຸຂະພາບຂອງຄົນ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ປະກອບສ່ວນ ເຂົາໃນການຄຳປະກັນຄວາມຫັນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຕາມທິດກະສິກຳສີຂຽວ, ສະອາດ ແລະ ຍືນຍົງ.

ມາດຕາ 2

ການຂ້າສັດ ແລະ ການກວດກາອະນາໄມຊີ່ນ ການຂ້າສັດ ແມ່ນ ຂະບວນການເຮັດໃຫ້ສັດຕາຍແບບບໍ່ທໍລະມານ ຊຶ່ງເລີ່ມແຕ່ຂັ້ນຕອນການກະກຽມ ຢູ່ໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ, ການຂົນສົ່ງສັດເຂົ້າໂຮງຂ້າສັດ, ວິທີການຂ້າ ແລະ ຄົວສັດ ເພື່ອໃຫ້ໄດ້ ຜະລິດຕະພັນສັດທີ່ ສະອາດ, ປອດໄພ ແລະ ເໝາະສົມສຳລັບການບໍລິ ໂພກ. ການກວດກາອະນາໄມຊີນ ແມ່ນ ຂະບວນການກວດກາດ້ານວິຊາການສັດຕະວະແພດ ຊຶ່ງເລີ່ມແຕ່ ການກວດກາຄວາມສະອາດຂອງໂຮງຂ້າສັດ, ການກວດກາສຸຂະພາບສັດກ່ອນຂ້າ, ກວດກາຄວາມສະອາດ ແລະ ຄວາມປອດໄພ ຂອງຜະລິດຕະພັນສັດຫຼັງການຂ້າສັດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 65 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ