ຄຳແນະນຳ ກຽວກັບມາດຕະຖານການລົງທຶນໃນກິດຈະການຊອກຄົ້ນ ແລະ ສຳຫຼວດແຮທາດ

关于矿产勘查与勘探经营投资标准的指南

Guidelines on Investment Standards for Mineral Prospecting and Exploration Operations

ບົດສະຫຼຸບ

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກຄຳແນະນຳກ່ຽວກັບມາດຕະຖານການລົງທຶນ ສຳລັບການສຳຫຼວດ ແລະ ຂຸດຄົ້ນແຮ່ທາດ, ກຳນົດເນື້ອທີ່ສຳປະທານສູງສຸດສຳລັບແຮ່ທາດແຕ່ລະປະເພດ, ຈຳນວນເງິນທຶນຕ່ຳສຸດທີ່ຕ້ອງແຈ້ງ, ປະສົບການຂອງນັກລົງທຶນ ແລະ ການມີຜົນບັງຄັບໃຊ້.

ມາດຕາ

ມາດຕາ 1

ຈຸດປະສົງ. ຄູ່ມືສະບັບນີ້ກຳນົດມາດຕະຖານການລົງທຶນໃນການດຳເນີນທຸລະກິດສຳຫຼວດ ແລະ ຂຸດຄົ້ນແຮ່ທາດ, ເພື່ອແນໃສ່ເຮັດໃຫ້ການກະກຽມເອກະສານ ແລະ ການຄົ້ນຄວ້າພິຈາລະນາການອະນຸຍາດການລົງທຶນໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດມີຄວາມຊັດເຈນ, ໂປ່ງໃສ, ຈຳກັດການກັກກວ້າງເຂດສຳປະທານເພື່ອການໂອນ ຫຼື ຊື້ຂາຍສິດສຳປະທານໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ, ແລະ ຮັບປະກັນການຈັດຕັ້ງປະຕິບັດແຜນການຄຸ້ມຄອງການລົງທຶນໃນການສຳຫຼວດ ແລະ ຂຸດຄົ້ນແຮ່ທາດໃຫ້ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ລັດຖະບານ, ທ້ອງຖິ່ນ ແລະ ນັກລົງທຶນ.

ມາດຕາ 2

ມາດຖານການລົງທຶນດຳເນີນທຸລະກິດສຳຫຼວດ ແລະ ຂຸດຄົ້ນແຮ່ທາດ. ມາດຖານການລົງທຶນດຳເນີນທຸລະກິດສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ໝາຍເຖິງ ຂໍ້ກຳນົດກ່ຽວກັບ ເຂດພື້ນທີ່, ທຶນຮອນ, ຊະນິດແຮ່ທາດ, ປະສົບການ ທີ່ສາມາດພິສູດໄດ້ເຖິງຄວາມເຂັ້ມແຂງ ແລະ ຄວາມເປັນໄປໄດ້ ໃນການຍື່ນຄຳຂໍອະນຸຍາດລົງທຶນສຳຫຼວດ ແລະ ຂຸດຄົ້ນແຮ່ທາດ.

ມາດຕາ 3

ເຂດສັມປະທານ. ເຂດສັມປະທານ ແມ່ນເຂດທີ່ລັດຖະບານຕົກລົງອະນຸຍາດໃຫ້ນັກລົງທຶນໃນຂະແໜງບໍ່ແຮ່ ສຳລັບການຊອກຄົ້ນ ແລະ ສຳຫຼວດແຮ່ທາດ. ນັກລົງທຶນ ຫຼື ບໍລິສັດໃດໜຶ່ງ ມີສິດຂໍເຂດສັມປະທານໜຶ່ງເຂດ ສຳລັບເຂດທີ່ມີແຮ່ທາດຫຼາຍຊະນິດ ໃນເວລາດຽວກັນ, ຕ້ອງຢູ່ພາຍໃນຂອບເຂດທີ່ກົດໝາຍວ່າດ້ວຍແຮ່ທາດກຳນົດໄວ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ