ຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນເຂດຊົນລະປະທານ

博利坎赛省省长决定——关于灌溉区农业用地的管理与开发

Decision of the Governor of Bolikhamxay Province on Management and Development of Agricultural Land in Irrigation Areas

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ພັດທະນາ, ປົກປ້ອງ ແລະ ປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນກະສິກຳໃນເຂດຊົນລະປະທານຂອງແຂວງບໍລິຄຳໄຊ, ກຳນົດໜ້າທີ່ຂອງຂະແໜງກະສິກຳ ແລະ ປ່າໄມ້ຂັ້ນຕ່າງໆ, ພ້ອມທັງກຳນົດລະບົບການອະນຸຍາດ, ຄ່າທຳນຽມການປ່ຽນແປງ, ການກວດກາ, ມາດຕະການລາງວັນ ແລະ ໂທດ.

ມາດຕາ

ມາດຕາ 1

. ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ,ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນເຂດຊົນລະປະທານເພື່ອໃຫ້ວຽກງານດັ່ງກ່າວມີປະ ສິດທິພາບຮັບປະກັນການຈັດສັນແບ່ງເຂດທີ່ດິນກະສິກຳ, ການແບ່ງຄວາມຮັບຜິດຊອບໃຫ້ຂະແບນງການທີ ກ່ຽວຂ້ອງໃນການຄຸ້ມຄອງທີ່ດິນກະສິກຳໃນເຂດຊົນລະປະທານໃຫ້ເຂົ້າສູ່ລະບຽບການ, ແນ່ໃສ່ປົກປັກຮັກສາ, ການ ຄຸ້ມຄອງ, ການພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນກະສິກຳໃນເຂດຊົນລະປະທານໃຫ້ສອດຄ່ອງກັບລະ ບຽບກົດໝາຍ, ປະຕິບັດຕາມທິດຍືນຍົງ ແລະ ສີຂຽວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ແຂວງ ແລະ ປະເທດຊາດ

ມາດຕາ 2

. ການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໃນເຂດຊົນລະປະທານ. ການຄຸ້ມຄອງທີ່ດິນກະສິກຳໃນເຂດຊົນລະປະທານ ແມ່ນຂະບວນການທີ່ເຮັດໃຫ້ດິນໄດ້ຮັບການປົກປັກ ຮັກສາ, ຈັດສັນ ແລະ ການພັດທະນາຢ່າງມີປະສິດທິຜົນ, ມີຄວາມສະຫງົບ, ຍຸຕິທຳ ຖືກຕ້ອງຕາມເປົ້າໝາຍໃນການ ຢັ້ງຢືນສິດນຳໃຊ້ທີ່ດິນກະສິກຳໃນເຂດຊົນລະປະທານດ້ວຍການເກັບກຳຂໍ້ມູນຂ່າວສານ, ວາລະສານຕ່າງໆ, ວາງລະ ບຽບການ, ກຳນົດມາດຕະການໃນການຄຸ້ມຄອງ, ກວດກາ ແລະ ປະເມີນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ການພັດທະນາທີ່ດິນກະສິກຳໃນເຂດຊົນລະປະທານ ແມ່ນການລົງທຶນດ້ວຍແຮງງານ, ວັດຖຸ, ທຶນຮອນ, ເຕັກໂນໂລຊີ, ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອເຮັດໃຫ້ດິນມີຄຸນນະພາບດີໃຫ້ແທດເໝາະກັບການນຳໃຊ້ທີ່ດິນແຕ່ ລະປະເພດ, ເຮັດໃຫ້ສະມັດຕະພາບການຜະລິດ ແລະ ທີ່ດິນມີມູນຄ່າເພີ່ມຂຶ້ນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ