ຂໍ້ຕົກລົງ ຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍລະບຽບການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ ນ້ຳຈວນ-ນ້ຳຊັງ ຂອງໂຄງການເຂື່ອນໄຟຟ້ານ້ຳງຽບ 1
博利坎赛省省长关于南俄1水电站项目南川—南桑生物多样性补偿区管理规章的决定
Decision of the Governor of Bolikhamxay Province on the Management Regulations for the Nam Chuang-Nam Sang Biodiversity Compensation Area of the Nam Ngum 1 Hydropower Plant Project
ບົດສະຫຼຸບ
ຄຳສັ່ງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນ ນ້ຳຊວນ-ນ້ຳຊາງ ຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ 1 (ກວມເອົາ 6 ບ້ານ ໃນເມືອງຍົງທອງ ແລະ ໄຊຈຳພອນ, ເນື້ອທີ່ 77,910 ເຮັກຕາ), ແບ່ງເຂດຫ້າມເດັດຂາດ ແລະ ເຂດນຳໃຊ້ ແລະ ຄຸ້ມຄອງ, ກຳນົດພັນທະ, ການສຶກສາ ແລະ ນຳໃຊ້, ການຟື້ນຟູ, ອົງການຄຸ້ມຄອງ ແລະ ກວດກາ, ຂໍ້ຫ້າມ, ລາງວັນ ແລະ ໂທດ, ແລະ ການມີຜົນບັງຄັບໃຊ້.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆກ່ຽວກັບລະບຽບການຄຸ້ມຄອງ ເຂດຊົດເຊີຍຊີວະນາໆພັນນຳຈວນ-ນຳຊັງ ຂອງໂຄງການເຂືອນໄຟຟ້ານໍຳງຽບ 1 ເພື່ອປົກປັກຮັກສາ, ພັດທະນາ, ນຳ ໃຊ້ ແລະ ກວດກາຊັບພະຍາກອນປ່າໄມ້, ທີ່ດິນປ່າໄມ້ ແລະ ແຫຼ່ງນ້ຳຂອງເຂດຊົດເຊີຍຊີວະນາໆພັນນຳຈວນ-ນຳຊັງ ໃຫ້ມີຄວາມຍືນຍົງ, ແນໃສ່ເຮັດໃຫ້ທຳມະຊາດມີຄວາມສົມດຸນ, ເຮັດໃຫ້ປ່າໄມ້, ແຫຼ່ງນ້ຳ ແລະ ທີ່ດິນປ່າໄມ້ ເປັນແຫຼ່ງທຳມາຫາກິນ ແລະ ນຳໃຊ້ຂອງປະຊາຊົນໂດຍບໍ່ບົກແຫ້ງ, ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ເປັນບ່ອນສຶກສາຄົ້ນຄວ້າທົດລອງ ທາງດ້ານຊີວະວິທະຍາ; ຮັບປະກັນການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມ ອຸດົມສົມບຸນ, ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຮັກສາຄວາມສົມດຸນທາງດ້ານລະບົບນິເວດວິທະຍາ, ການ ສືບພັນທາງດ້ານຊີວະວິທະຍາຕາມທຳມະຊາດຂອງສັດນ້ຳ ແລະ ສັດປ່າ ໃຫ້ມີການຂະຫຍາຍຕົວ, ທັງເປັນການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ 6 ບ້ານເປົ້າໝາຍໃຫ້ດີຂຶ້ນ ແລະ ເປັນການປະກອບສ່ວນ ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.
ມາດຕາ 2
ລະບຽບການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນນ້ຳຈວນ-ນໍຳຊັງ ລະບຽບການຄຸ້ມຄອງເຂດຊົດເຊີຍຊີວະນາໆພັນນ້ຳຈວນ-ນຳຊັ່ງ ຂອງໂຄງການເຂື່ອນໄຟຟ້ານໍຳງຽບ 1 ແມ່ນ ການກຳນົດຫຼັກການ ແລະ ວິທີການອັນລະອຽດເພື່ອຄຸ້ມຄອງ, ພັດທະນາເຂດພື້ນທີ່ປ່າປ້ອງກັນແຫ່ງຊາດ ແລະ ຊີວະນາໆພັນຢູ່ເຂດນ້ຳມ່ວນ-ນ້ຳຍ້ວງ ທີ່ໄດ້ກຳນົດເອົາເຂດນ້ຳຈວນ-ນໍຳຊັງ ເປັນເຂດຊົດເຊີຍຊີວະນາໆພັນທີ່ຖືກຜົນ ກະທົບ ແລະ ສູນເສຍຈາກການກໍ່ສ້າງເຂື່ອນໄຟຟ້ານໍຳງຽບ 1.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ