ຂໍ້ຕົກລົງ ຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ
博利坎赛省省长关于社会参与教育工作的决定
Decision of the Governor of Bolikhamxay Province on Social Participation in Education
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການເຂົ້າຮ່ວມຂອງສັງຄົມ (ຄອບຄົວ, ບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນຕ່າງໆ) ໃນຮູບແບບເງິນ, ວັດຖຸ, ສະຕິປັນຍາ, ແຮງງານ ເຂົ້າໃນວຽກງານການສຶກສາ ໃນແຂວງບໍລິຄຳໄຊ, ກຳນົດສາມຮູບແບບການເຂົ້າຮ່ວມຄື: ການຊຳລະຕາມກົດໝາຍ, ການປະກອບສ່ວນຕາມພັນທະ, ການບໍລິຈາກແບບສະໝັກໃຈ, ການນຳໃຊ້ງົບປະມານ, ໜ່ວຍງານຄຸ້ມຄອງ ແລະ ກວດກາຂັ້ນຕ່າງໆ, ພ້ອມທັງມາດຕະການລາງວັນ ແລະ ໂທດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້, ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນວຽກງານການສຶກສາ ແລະ ການຄຸ້ມຄອງນຳໃຊ້ງົບປະມານ, ວັດຖຸອຸປະກອນທີ່ໄດ້ມາຈາກການມີສ່ວນຮ່ວມ ນັ້ນ ໄດ້ຖືກນຳໃຊ້ເຂົ້າໃນການພັດທະນາວຽກງານການສຶກສາ, ສ້າງຜົນປະໂຫຍດຕໍ່ສ່ວນລວມ ເພື່ອແນໃສ່ພັດທະນາ ຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສີນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີວິ ຊາຊີບ, ມີຄວາມຊຳນານງານ, ມີສຸຂະພາບພະລະນາໄມສົມບູນແຂງແຮງ, ຮູ້ຮັກສາ, ສົ່ງເສີມສີລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ, ສາກົນປະກອບ ສ່ວນເຂົ້າໃນການສ້າງສາ ພັດທະນາປະເທດຊາດ. ມາດຕາ ຂ ການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ແມ່ນການປະກອບສ່ວນຂອງຄອບຄົວ, ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນຂອງສັງຄົມດ້ວຍຫຼາຍຮູບການເຂົ້າໃນວຽກງານການສຶກສາ ເປັນເງິນ, ວັດຖຸ, ອຸປະກອນ, ສະຕິປັນຍາ, ກຳລັງແຮງ ແລະ ອື່ນໆ. 1
ມາດຕາ 2
ການມີສ່ວນຮ່ວມຂອງສັງຄົມໃນວຽກງານການສຶກສາ. ການມີສ່ວນຮ່ວມຂອງສັງຄົມໃນວຽກງານການສຶກສາ ໝາຍເຖິງ ຄອບຄົວ, ບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນຕ່າງໆໃນສັງຄົມ ທີ່ເຂົ້າຮ່ວມວຽກງານການສຶກສາໃນຮູບແບບຕ່າງໆ ເຊັ່ນ: ທຶນ, ວັດຖຸ, ອຸປະກອນ, ສະຕິປັນຍາ, ແຮງງານ ແລະ ອື່ນໆ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ