ຄຳແນະນຳ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ

关于安全使用网络社交媒体的指导意见

Guidelines on the Safe Use of Social Media Networks

ບົດສະຫຼຸບ

ຄຳແນະນຳນີ້ອະທິບາຍການກະທຳຜິດ ແລະ ມາດຕະການລົງໂທດໃນສື່ສັງຄົມອອນລາຍ, ພ້ອມທັງໃຫ້ຄຳແນະນຳກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພສຳລັບຜູ້ໃຫຍ່ ແລະ ເດັກ, ການຮັບຮູ້ຂ່າວປອມ, ການປ້ອງກັນການຂົ່ມເຫັງທາງອິນເຕີເນັດ ແລະ ການພະນັນອອນລາຍ, ການແຈ້ງຄວາມ ແລະ ແຈ້ງເຫດ, ອີງຕາມກົດໝາຍວ່າດ້ວຍການຕ້ານ ແລະ ປ້ອງກັນອາດຊະຍາກຳທາງຄອມພິວເຕີ, ກົດໝາຍວ່າດ້ວຍສື່ມວນຊົນ, ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານທາງອິນເຕີເນັດ ແລະ ປະມວນກົດໝາຍອາຍາ.

ມາດຕາ

ມາດຕາ 1

ການກະທຳຜິດຕໍ່ກົດໝາຍໃນສື່ສັງຄົມອອນລາຍ. ຕາມມາດຕາ 18 ຂອງກົດໝາຍວ່າດ້ວຍການຕ້ານ ແລະ ປ້ອງກັນອາດຊະຍາກຳທາງລະບົບຄອມພິວເຕີ, ການກະທຳຜິດຕໍ່ກົດໝາຍໃນສື່ສັງຄົມອອນລາຍ ປະກອບມີການກະທຳທີ່ມີລັກສະນະຜິດກົດໝາຍດັ່ງນີ້: 1. ການນຳເຂົ້າຂໍ້ມູນຄອມພິວເຕີທີ່ມີລັກສະນະໃສ່ຮ້າຍປ້າຍສີ, ດ່າວ່າ, ໃຊ້ຖ້ອຍຄຳທີ່ບໍ່ສຸພາບ ເຂົ້າໃນລະບົບຄອມພິວເຕີ; 2. ການນຳເຂົ້າຂໍ້ມູນຄອມພິວເຕີທີ່ມີລັກສະນະໃຊ້ຄວາມຮຸນແຮງ, ຂໍ້ມູນປອມ, ຂໍ້ມູນຫຼອກລວງ, ຂໍ້ມູນທີ່ບໍ່ແມ່ນຄວາມຈິງ ເຂົ້າໃນລະບົບຄອມພິວເຕີ; 3. ການນຳເຂົ້າຂໍ້ມູນຄອມພິວເຕີທີ່ທຳລາຍຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເຂົ້າໃນລະບົບຄອມພິວເຕີ; 4. ການນຳເຂົ້າຂໍ້ມູນຄອມພິວເຕີທີ່ມີລັກສະນະປຸກລະດົມ, ຊັກຊວນ ແລະ ຍຸຍົງປະຊາຊົນໃຫ້ຕໍ່ຕ້ານລັດຖະບານ ຫຼື ທຳລາຍຄວາມສາມັກຄີ ເຂົ້າໃນລະບົບຄອມພິວເຕີ; 5. ການໂຄສະນາຊື້ຂາຍຢາເສບຕິດ, ອາວຸດສົງຄາມ, ອາວຸດເຄມີ, ການຄ້າມະນຸດ, ການຄ້າປະເວນີ, ວັດຖຸລາມົກ ແລະ ສິ່ງອື່ນໆທີ່ຜິດກົດໝາຍ. ຂໍ້ກຳນົດທີ່ກ່ຽວຂ້ອງກັບການກະທຳດັ່ງກ່າວ ຍັງກວມເອົາມາດຕາ 11 ຫາມາດຕາ 14 ຂອງກົດໝາຍສະບັບນີ້ ແລະ ຂໍ້ 1, 2, 3, 4, 5 ຂອງມາດຕານີ້, ຕະຫຼອດຮອດກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ສະບັບເລກທີ 01/ສພ ລົງວັນທີ 4 ພະຈິກ 2016.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ