ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄວາມປອດໄພອຸປະກອນພິເສດ
关于特种设备安全管理的决定
Decision on the Safety Management of Special Equipment
ບົດສະຫຼຸບ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ກຳນົດລະບຽບການຄຸ້ມຄອງຄວາມປອດໄພຂອງອຸປະກອນພິເສດ, ລະບຸປະເພດອຸປະກອນ, ປ້າຍສັນຍາລັກ, ວິທີການກວດກາ, ການກວດສອບຄຸນນະພາບ ແລະ ໃບອະນຸຍາດດຳເນີນທຸລະກິດ, ສິດ ແລະ ພັນທະຂອງທຸກຝ່າຍ, ຂໍ້ຫ້າມ, ມາດຕະການລາງວັນ ແລະ ໂທດ, ການຈັດຕັ້ງປະຕິບັດ, ພ້ອມທັງບັນຊີລາຍຊື່ອຸປະກອນພິເສດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄວາມປອດໄພ ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຂໍອະນຸຍາດໃນການຜະລິດ, ນຳເຂົ້າ, ນຳໃຊ້ ແລະ ດຳເນີນທຸລະກິດ ຕິດຕັ້ງ, ປັບແກ້ ແລະ ສ້ອມແປງອຸປະກອນພິເສດ ຢູ່ ສປປ ລາວ. ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ, ກົດໝາຍ ແລະ ມາດຕະຖານແຫ່ງຊາດ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ ແນໃສ່ໃນການຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ອຸປະກອນພິເສດມີຄຸນນະພາບ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ ຊົມໃຊ້, ປົກປັກຮັກສາຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ- ສັງຄົມແຫ່ງຊາດ.
ມາດຕາ 2
ການຄຸ້ມຄອງຄວາມປອດໄພອຸປະກອນພິເສດ ການຄຸ້ມຄອງຄວາມປອດໄພອຸປະກອນພິເສດ ແມ່ນ ການຈັດຕັ້ງປະຕິບັດໃນການຕິດຕາມ, ກວດກາ, ກວດສອບ, ອອກໃບຢັ້ງຢືນຄຸນນະພາບ ແລະ ໃບອະນຸຍາດດຳເນີນທຸລະກິດໃຫ້ແກ່ ຜູ້ຜະລິດ, ນຳເຂົາ, ຕິດຕັ້ງ, ປັບແກ້, ສ້ອມແປງ ແລະ ຜູ້ນຳໃຊ້ອຸປະກອນພິເສດ ໃຫ້ປະຕິບັດຕາມຫຼັກການ, ລະບຽບການ ແລະ ມາດຕະການ ໃຫ້ຖືກຕ້ອງ ເພື່ອໃຫ້ມີປະສິດທິພາບ ແລະ ມີຄວາມປອດໄພໃນການນຳໃຊ້. 1
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ