ຄຳແນະນຳ ກ່ຽວກັບການດຳເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ

关于塑料废弃物加工厂经营活动的指引

Guidelines on the Operation of Plastic Waste Processing Plants

ບົດສະຫຼຸບ

ກະຊວງອຸດສາຫະກຳ ແລະ ການຄ້າ ແນະນຳກ່ຽວກັບເງື່ອນໄຂການດຳເນີນທຸລະກິດ, ມາດຕະຖານເຕັກນິກ, ການສະໜອງວັດຖຸດິບ, ການຂົນສົ່ງ, ແຜນປະຈຳປີ, ການນຳເຂົ້າ, ການປັບປຸງ, ການສ້າງໃໝ່, ການລົງໂທດຜູ້ລະເມີດ ສຳລັບໂຮງງານປຸງແຕ່ງສິ່ງເສດເຫຼືອພລາສຕິກ, ຈັດເປັນບົດທີ 1 ຫາ 14 ຕາມຕົ້ນສະບັບ.

ມາດຕາ

ມາດຕາ 1

ໂຮງງານປຸງແຕ່ງສິ່ງເສດເຫຼືອພລາສຕິກ ແມ່ນໂຮງງານທີ່ມີລັກສະນະດັ່ງນີ້:
1.1 ເປັນໂຮງງານໜຶ່ງໃນຈຳນວນ 24 ປະເພດໂຮງງານອຸດສາຫະກຳປຸງແຕ່ງ ຕາມມາດຕາ 8 ຂອງກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ ລົງວັນທີ 27 ທັນວາ 2013, ເຊິ່ງກົງກັບລະຫັດການຈັດປະເພດອຸດສາຫະກຳຂອງລາວ (ISIC): ກຸ່ມ 2221 "ການຜະລິດຜະລິດຕະພັນພລາສຕິກ" ແລະ ກຸ່ມ 3830 (ຫຼື ກຸ່ມຍ່ອຍ 38302) "ການນຳກັບມາໃຊ້ໃໝ່ຂອງສິ່ງເສດເຫຼືອ";
1.2 ເປັນໂຮງງານທີ່ນຳເອົາວັດຖຸດິບສິ່ງເສດເຫຼືອພລາສຕິກ ເຂົ້າສູ່ຂະບວນການປຸງແຕ່ງ, ໂດຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນພາຍໃນໂຮງງານ, ປ່ຽນແປງສະພາບເດີມໃຫ້ກາຍເປັນຜະລິດຕະພັນພລາສຕິກກຶ່ງສຳເລັດຮູບ ຫຼື ສຳເລັດຮູບ, ເຊິ່ງຜະລິດຕະພັນດັ່ງກ່າວສາມາດຈຳໜ່າຍເປັນສິນຄ້າໄດ້.

ມາດຕາ 2

【ເງື່ອນໄຂການດຳເນີນງານໂຮງງານປຸງແຕ່ງສິ່ງເສດເຫຼືອພລາສຕິກ】ການດຳເນີນງານໂຮງງານປຸງແຕ່ງສິ່ງເສດເຫຼືອພລາສຕິກຕ້ອງມີເງື່ອນໄຂດັ່ງນີ້:
2.1 ມີໃບອະນຸຍາດ: 1) ໃບທະບຽນວິສາຫະກິດ; 2) ໃບອະນຸຍາດການລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ; 3) ໃບຢັ້ງຢືນການກວດສອບສິ່ງແວດລ້ອມຂອງໂຮງງານ; 4) ໃບອະນຸຍາດກໍ່ສ້າງ; 5) ໃບຢັ້ງຢືນການກວດສອບການດຳເນີນງານຂອງໂຮງງານ.
2.2 ມີມາດຕະຖານເຕັກນິກທີ່ສົມບູນໃນທຸກດ້ານຕາມທີ່ກຳນົດໄວ້ໃນຂໍ້ທີ 3 ຂອງຄູ່ມືນີ້.
2.3 ມີພະນັກງານວິຊາການສະເພາະດ້ານ (ສ່ວນໃຫຍ່ແມ່ນດ້ານເຄມີ ຫຼື ສິ່ງແວດລ້ອມ) ຢ່າງໜ້ອຍ 1 ຄົນຂຶ້ນໄປ.
2.4 ມີບົດລາຍງານການວິເຄາະດ້ານເສດຖະກິດ-ເຕັກນິກຂອງໂຮງງານ ແລະ ມີທຶນສະໜັບສະໜູນການຄຸ້ມຄອງໂຮງງານ ສຳລັບການຕິດຕາມກວດກາມາດຕະຖານເຕັກນິກ ແລະ ສິ່ງແວດລ້ອມຂອງໂຮງງານ (ກົມອຸດສາຫະກຳ ແລະ ຫັດຖະກຳຈະອອກເອກະສານຊີ້ນຳກ່ຽວກັບທຶນສະໜັບສະໜູນດັ່ງກ່າວແຍກຕ່າງຫາກ).

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ