ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງທະນະບັດໃນຂອດຈໍລະຈອນ

关于流通中纸币管理的决定

Decision on the Management of Banknotes in Circulation

ບົດສະຫຼຸບ

ທະນາຄານແຫ່ງ ສປປ ລາວ ກຳນົດການຄຸ້ມຄອງ, ການເກັບຮັກສາ, ການນຳໃຊ້, ການຂົນສົ່ງ ແລະ ການແລກປ່ຽນເງິນຕາທີ່ຢູ່ໃນການໝູນວຽນ, ກຳນົດມາດຕະຖານເງິນດີ ແລະ ເງິນຊຸດໂຊມ, ກໍລະນີທີ່ສາມາດແລກປ່ຽນໄດ້ ຫຼື ບໍ່ໄດ້, ຂໍ້ຫ້າມ, ໜ້າທີ່ຂອງພາກສ່ວນກ່ຽວຂ້ອງ ແລະ ມາດຕະການລົງໂທດຜູ້ລະເມີດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ, ການຮັກສາ, ການນຳໃຊ້, ການເຄື່ອນຍ້າຍ ແລະ ການແລກປ່ຽນ ທະນະບັດທີ່ທະນາຄານແຫ່ງ ສປປ ລາວ ພິມ ຈຳໜ່າຍອອກສູ່ຂະບວນການເງິນຕາ ໃຫ້ມີປະສິດທິພາບ ແນໃສ່ຍົກສູງຄຸນຄ່າ ແລະ ສະຖຽນລະພາບເງິນຕາແຫ່ງ ຊາດ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ .

ມາດຕາ 2

ການຄຸ້ມຄອງທະນະບັດໃນຂອດຈໍລະຈອນ ທະນະບັດໃນຂອດຈໍລະຈອນ ແມ່ນເງິນກີບທີ່ທະນາຄານແຫ່ງ ສປປ ລາວ ພິມຈຳໜ່າຍສູ່ສັງຄົມຢູ່ ສປປ ລາວ. ການຄຸ້ມຄອງທະນະບັດໃນຂອດຈໍລະຈອນ ແມ່ນການຄຸ້ມຄອງການເຄື່ອນໄຫວຕ່າງໆ ທີ່ກ່ຽວຂ້ອງ ກັບທະນະບັດໃນຂອດຈໍລະຈອນ ເປັນຕົ້ນ ການຮັກສາ, ການນຳໃຊ້, ການເຄື່ອນຍ້າຍ, ການແລກປ່ຽນທະນະ ບັດ. 1

ມາດຕາ 3

ຂອບເຂດການນຳໃຊ້ ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ່ງທີກຽວຂ້ອງກັບການຄຸ້ມຄອງ ທະນະບັດໃນຂອດຈໍລະຈອນ. ໝວດທີ 2 ລັກສະນະຂອງທະນະບັດໃນຂອດຈໍລະຈອນ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ