ຂໍ້ຕົກລົງ ວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ

关于经营货币兑换业务的协议

Agreement on Currency Exchange Business Operations

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ ແລະ ລະບຽບການກ່ຽວກັບການຂໍອະນຸຍາດ, ການດຳເນີນງານ, ການຄຸ້ມຄອງ, ການຕິດຕາມ ແລະ ກວດກາທຸລະກິດແລກປ່ຽນເງິນຕາ, ລວມທັງເງື່ອນໄຂ ແລະ ເອກະສານການຂໍ, ທຶນຈົດທະບຽນ, ການປະກາດອັດຕາແລກປ່ຽນ, ການປ່ຽນແປງ ແລະ ຍ້າຍທີ່ຕັ້ງ, ສິດ ແລະ ໜ້າທີ່, ການລາຍງານບັນຊີ, ການພັກ ແລະ ເພີກຖອນໃບອະນຸຍາດ, ຂໍ້ຫ້າມ ແລະ ມາດຕະການປັບໃໝ ແລະ ອື່ນໆ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຂໍອະນຸຍາດ, ການເຄື່ອນໄຫວ, ການ ຄຸ້ມຄອງ, ການຕິດຕາມ ແລະ ການກວດກາ ທຸລະກິດແລກປ່ຽນເງິນຕາ ເພື່ອໃຫ້ທຸລະກິດແລກປ່ຽນເງິນຕາ ມີຄວາມ ໝັ້ນຄົງ, ປອດໄພ, ເຊື່ອຖືໄດ້ ແລະ ມີປະສິດທິພາບ ແນໃສ່ເຮັດໃຫ້ການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຖືກຕ້ອງຕາມກົດໝາຍ, ປະກອບສ່ວນເຂົ້າໃນການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ.

ມາດຕາ 2

ທຸລະກິດແລກປ່ຽນເງິນຕາ ທຸລະກິດແລກປ່ຽນເງິນຕາ ແມ່ນການເຄື່ອນໄຫວກ່ຽວກັບທຸລະກຳການ ຊື້-ຂາຍ ເງິນຕາ ຂອງຮ້ານແລກ ປ່ຽນເງິນຕາທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ.

ມາດຕາ 3

ການອະທິບາຍຄຳສັບ ຄ໊າສັບທີນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມບນາຍ ດັ່ງນີ້: 1. ເງິນຕາ ໜາຍເຖິງ ເງິນກີບ ແລະ ເງິນຕາຕາງປະເທດ; 2. ເງິນສົດ ໜາຍເຖິງ ທະນະບັດ, ເງິນຫຼຽນ ແລະ ແຊັກເດີນທາງ; 3. ຜູ້ດ໊າເນີນທຸລະກິດແລກປ່ຽນເງິນຕາ ໜາຍເຖິງ ຫົວໜ່ວຍວິສາຫະກິດທີໄດ້ຮັບອະນຸຍາດຈາກທະນາ ຄານແຫງ ສປປ ລາວ ໃຫ້ດ໊າເນີນທຸລະກິດ ກຽວກັບທຸລະກຳການ ຊື່-ຂາຍ ເງິນຕາ; 4. ການດຳເນີນທຸລະກຳຊື້ເງິນຕາແຕ່ດ້ານດຽວ ໜາຍເຖິງ ຮ້ານແລກປ່ຽນເງິນຕາທີດຳເນີນທຸລະກຳຊື່ ເງິນຕາຕ້າງປະເທດຈາກມວນຊົນ ໂດຍບໍ່ມີການສະໜອງເງິນຕາຕາງປະເທດ ; 5. ການດຳເນີນທຸລະກຳຂາຍເງິນຕາແຕດ້ານດຽວ ໜາຍເຖິງ ຮ້ານແລກປ່ຽນເງິນຕາທີດຳເນີນທຸລະກຳ ຂາຍເງິນຕາຕາງປະເທດໃຫ້ແກມວນຊົນ ໂດຍບໍ່ມີການເກັບຊື່ເງິນຕາ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ