ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງທາງຫຼວງຂອງແຂວງ (ແຂວງຊຽງຂວາງ)

关于省公路管理的协议(川圹省)

Agreement on Provincial Road Management (Xieng Khouang Province)

ບົດສະຫຼຸບ

ຂໍ້ຕົກລົງຂອງເຈົ້າແຂວງຊຽງຂວາງ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງເສັ້ນທາງພາຍໃນແຂວງ, ກຳນົດໜ້າທີ່ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ, ການກະທຳທີ່ຖືກຫ້າມ, ແລະ ກຳນົດມາດຕະການສຶກສາອົບຮົມ, ຕັກເຕືອນ ແລະ ປັບໃໝຜູ້ລະເມີດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕາການ ກ່ຽວກັບ ການຄຸ້ມຄອງທາງຫຼວງ ພາຍໃນແຂວງ ທີ່ໄດ້ຜັນຂະຫຍາຍມາຈາກ ບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ, ສະພາບຈຸດພິເສດ ຂອງແຂວງ ແນໃສ່ ປູກຈິດສຳນຶກໃຫ້ທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ມີສະຕິ, ມີສ່ວນຮ່ວມ ແລະ ມີຄວາມ ຮັບຜິດຊອບ ຢ່າງເປັນເອກະພາບ ໃນການຄຸ້ມຄອງ, ບູລະນະ, ປົກປັກຮັກສາ ຕາຫ່າງເສັ້ນທາງທົ່ວແຂວງ ເພື່ອນຳ ໃຊ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງສຸດ ແລະ ຍາວນານ ປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານຂອງແຂວງ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ 2

ນິຍາມ ການຄຸ້ມຄອງທາງຫຼວງ ແມ່ນການຄຸ້ມຄອງການນຳໃຊ້ ຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວແຂວງ ດ້ວຍກົດໝາຍ ແລະ ບັນດານິຕິກຳໃຕ້ກົດໝາຍ ເພື່ອຮັບປະກັນເຮັດໃຫ້ເສັ້ນທາງ ທີ່ລັດໄດ້ໃຊ້ງົບປະມານຢ່າງ ຫຼວງຫຼາຍ ລົງທຶນກໍ່ສ້າງສຳເລັດແລ້ວນັ້ນ ສາມາດຈະລາຈອນໄປມາ ໃຫ້ມີຄຸນນະພາບດີ ແລະ ມີຄຸນປະໂຫຍດສູງ ສຸດ ໃນທຸກລະດູການຢ່າງຍາວນານ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ.

ມາດຕາ 3

ນະໂຍບາຍ ກ່ຽວກັບ ການຄຸ້ມຄອງທາງຫຼວງ. ແຂວງ ຊຸກຍູ້, ສົງເສີມ ດ້ວຍການສະໜອງງົບປະມານ ເຂົ້າໃນການລົງທຶນກໍ່ສ້າງ, ບູລະນະລະບົບທາງຫຼວງ ຂອງແຂວງ, ປະກອບວັດຖຸອຸປະກອນ, ພາຫະນະ, ກົນຈັກ, ເຄື່ອງມື, ການກໍ່ສ້າງວິຊາການ, ການຍົກລະດັບຄວາມ ໜ້າ 1 ຂອງ 8 ປຸກລະດົມໃຫ້ມີ ສະຕິເຄົາລົບກົດໝາຍ, ປະກອບສ່ວນປົກປັກຮັກສາ ທາງຫຼວງ ເພື່ອຮັບປະກັນເຮັດໃຫ້ ການນຳ ໃຊ້ ເສັ້ນທາງທີ່ມີແລ້ວ ມີປະສິດທິພາບ, ມີປະສິດທິຜົນສູງສຸດ ຢ່າງຍາວນານ ແລະ ພັດທະນາທາງຫຼວງຂອງແຂວງ ດ້ວຍການປະກອບທຶນຂອງຕົນ ຂະຫຍາຍ ຕາບນ່າງເສັ້ນທາງຫຼວງຂອງແຂວງ ໃຫ້ກວ້າງຂວາງ, ສາມາດເຊື່ອມຈອດ ກັນ ໃນທົ່ວແຂວງ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ