ກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ
灾害管理法
Disaster Management Law
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ລະບຽບການຕ່າງໆ ໃນການຄຸ້ມຄອງໄພພິບັດ, ເພື່ອແນໃສ່ປ້ອງກັນ, ຮັບມື ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກໄພພິບັດປະເພດຕ່າງໆ. ຂອບເຂດການນຳໃຊ້ກວມເອົາການກຽມພ້ອມຮັບມື ແລະ ການຫຼຸດຜ່ອນຄວາມສ່ຽງກ່ອນເກີດໄພພິບັດ, ການຕອບສະໜອງສຸກເສີນໃນເວລາເກີດໄພພິບັດ, ຕະຫຼອດຮອດການຟື້ນຟູ ແລະ ກໍ່ສ້າງຄືນໃໝ່ພາຍຫຼັງເກີດໄພພິບັດ. ກົດໝາຍສະບັບນີ້ໄດ້ກຳນົດພາລະບົດບາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງໃນການຄຸ້ມຄອງໄພພິບັດ, ພ້ອມທັງໄດ້ກຳນົດລະບຽບການກ່ຽວກັບການກຳນົດຄວາມສ່ຽງຈາກໄພພິບັດ, ການອອກຂ່າວເຕືອນ, ການຈັດສັນຊັບພະຍາກອນສຸກເສີນ ແລະ ການຊ່ວຍເຫຼືອຜູ້ປະສົບໄພ, ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ຮັກສາສະຖຽນລະພາບຂອງສັງຄົມ.
ມາດຕາ
ມາດຕາ 1
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງໄພພິບັດ ເພືອ
ເຮັດໃຫ້ວຽກງານດັງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ທັນສະໄໜ ຮັບປະກັນ
ການສະໜອງຂໍ້ມູນ ຂ່າວສານ ວ່ອງໄວ, ຊັດເຈນ ແນໃສ່ ເຝົ່າລະວັງ, ຫຼຸດຜ່ອນ ຜົນກະທົບທີເກີດຈາກໄພພິບັດ ຕໍ່ ສຸຂະ
ພາບ, ຊີວິດ, ຊັບສິນຂອງລັດ, ລວມພູ່, ປະຊາຊົນ, ສິງແວດລ້ອມ ແລະ ໂຄງລ່າງພືນຖານ ພ້ອມທັງຟືນຟູ, ບູລະນະ
ແລະ ກໍ່ສ້າງຄືນໃໝ່ ຫຼັງໄພພິບັດ, ສາມາດເຊືອມໂຍງກັບພາກພືນ ແລະ ສາກົນ ປະກອບສ່ວນເຂົາໃນການພັດທະນາ
ເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍຶນຍົງ ແລະ ຄວາມບັນຄົງຂອງຊາດ.
ມາດຕາ 2
ມາດຕາ 2 ການຄຸ້ມຄອງໄພພິບັດ
ໄພພິບັດ ແມ່ນ ເຫດການທີເປັນອັນຕະລາຍຮ້າຍແຮງທີເກີດຂຶນຈາກທຳມະຊາດ ແລະ/ຫຼື ມະນຸດສ້າງຂຶ້ນ ຊຶ່ງ
ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງຄົມ
ທັງໃນ ໄລຍະສັນ ແລະ ໄລຍະຍາວ.
ການຄຸ້ມຄອງໄພພິບັດ ແມ່ນ ການຈັດຕັ້ງປະຕິບັດບັນດາ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ
ການປ້ອງກັນ, ການຄວບຄຸມ ແລະ ການຟືນຟູຫຼັງໄພພິບັດ ໃຫ້ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 70 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ