ດຳລັດ ວ່າດ້ວຍ ວຽກງານຊົນເຜົ່າ

关于民族工作的法令

Decree on Ethnic Affairs

ບົດສະຫຼຸບ

ກົດໝາຍຂອງລັດຖະບານລາວ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ-ກວດກາວຽກງານຊົນເຜົ່າ, ກວມເອົານະໂຍບາຍຊົນເຜົ່າ 12 ດ້ານ ເຊັ່ນ ເສດຖະກິດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ຂໍ້ຫ້າມ, ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາໃນທຸກຂັ້ນ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານຊົນເຜົ່າ ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ເຮັດໃຫ້ ຊົນເຜົາຕ່າງໆ ມີຄວາມສາມັກຄີປອງດອງ, ສະເຫຼີພາບ, ເຄົາລົບ ນັບຖື, ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ຮັບປະກັນການມີສ່ວນຮ່ວມຂອງທຸກຊົນເຜົ່າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ , ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນເຜົາຕ່າງໆ ຕາມລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ.

ມາດຕາ 2

ວຽກງານຊົນເຜົ່າ. ຊົນເຜົ່າ ແມ່ນ ກຸ່ມຄົນຫຶ່ງ ທີ່ມີເອກະລັກທາງດ້ານພາສາປາກເວົ້າ, ປະຫວັດຄວາມເປັນມາຕິດພັນກັບຊື່ ເອີ່ນ ແລະ ມີ ຮີດ, ຄອງ, ປະເພນີ ແລະ ວັດທະນະທຳ ອັນດຽວກັນ, ຊຶ່ງໄດ້ຜ່ານຂະບວນວິວັດອັນຍາວນານ ແລະ ຜູກພັນຢ່າງແຫ້ນແຟັນ ກາຍເປັນວົງຄະນາຍາດແຫ່ງຊາດລາວ ເອກະພາບທີ່ບໍ່ຕັດແຍກອອກຈາກກັນ ໄດ້. ວຽກງານຊົນເຜົ່າ ແມ່ນ ການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບຊົນເຜົ່າ ເຊັ່ນ ການກຳນົດ ນະໂຍບາຍ, ນິຕິກຳ, ການສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອປົກປ້ອງ ແລະ ພັດທະນາຊົນເຜົ່າຕ່າງໆ ໃຫ້ຄົງຕົວ ແລະ ຂະຫຍາຍຕົວຢູ່ບົນຜືນແຜ່ນດິນ ແຫ່ງ ສປປ ລາວ ມີຄວາມສາມັກຄີ, ສະເຫຼືພາບ, ເຄົາລົບ ນັບຖື ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຫ້າ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ