关于终身学习的法令
ດຳລັດ ວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ
Decree on Lifelong Learning
简介
该法令规定关于终身学习工作管理、监督、推动与鼓励的原则、规章与措施,涵盖校内、校外及随兴学习的教与学、评估、认可、认证、学历等同与学分转换,旨在使老挝全体公民获得提升学历与能力的机会。 【OCR识别·机器翻译,未经律师终审,以官方PDF为准】
Summary
This Decree prescribes principles, regulations and measures for the management, supervision, promotion and encouragement of lifelong learning, covering teaching and learning, assessment, recognition, certification, equivalence and credit transfer in formal, non-formal and informal settings, aiming to provide all Lao citizens with opportunities to upgrade their qualifications and capacities.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ສົ່ງເສີມວຽກງານການຮຽນຮູ້ຕະຫຼອດຊີວິດ, ກວມເອົາການຮຽນ-ການສອນພາຍໃນໂຮງຮຽນ, ນອກໂຮງຮຽນ ແລະ ຕາມອັດທະຍາໄລ, ການປະເມີນ, ການຮັບຮອງ, ການຢັ້ງຢືນ, ການທຽບເທົ່າວຸດທິ ແລະ ການໂອນໜ່ວຍກິດ ເພື່ອໃຫ້ພົນລະເມືອງລາວທຸກຄົນມີໂອກາດຍົກລະດັບການສຶກສາ ແລະ ຄວາມສາມາດ.
条文
第1条
目的。本法令规定关于终身学习工作管理、监督、检查、推动与鼓励的原则、规章与措施,以使校内、校外学习(包括随兴学习)所获学习成果的教与学、评估、认可、认证、学历等同与学分转换具有统一性与质量,旨在使老挝全体公民获得提升学历、知识、专业能力、工作熟练度的机会,并具备革命道德品质,能够与地区及国际接轨,为国家社会经济发展作出贡献。
ພາສາລາວ (老挝语原文)
ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານຮຽນຮູ້ຕະຫຼອດຊີວິດ ເພືອເຮັດໃຫ້ການຈັດຕັ້ງ ການຮຽນ-ການສອນ, ການປະເມີນ, ການຮັບຮູ້, ການຢັ້ງຢືນ, ການທຽບເທົ່າ ແລະ ທຽບໂອນ ຜົນການຮຽນ ທີໄດ້ຈາກການຮຽນຢູ່ໃນ ໂຮງຮຽນ, ນອກໂຮງຮຽນ ລວມທັງການສຶກສາຕາມຮອັດທະຍາໄສ ໃຫ້ມີຄວາມເປັນເອກະພາບ ແລະ ຄຸນນະພາບ ແນໃສ່ໃຫ້ພົນລະເມືອງລາວທຸກຄົນ ໄດ້ຮັບໂອກາດຍົກລະດັບການສຶກສາ, ຄວາມຮູ້, ຄວາມສາມາດ ທາງດ່ານ ວິຊາຊີບ, ຄວາມຊຳນິຊຳນານງານ ແລະ ມີຄຸນສົມບັດສິນທຳປະຕິວັດ ສາມາດເຊືອມໂຍງກັບ ພາກພື້ນ ແລະ ສາກົນ ປະກອບສວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
第2条
终身学习。终身学习,是指将校内教育与校外教育(包括随兴学习)相融合的教育,以促进所有人(无论男女)在其有生之年获得学习,按发展需求建设智慧型社会。
ພາສາລາວ (老挝语原文)
ການຮຽນຮູ້ຕະຫຼອດຊີວິດ ມ ເຈ > , ແ ເ - ເ ແ ການຮຽນຮູ້ຕະຫຼອດຊີວິດ ແມນ ການສຶກສາທີປະສົມປະສານ ລະຫວາງ ການສຶກສາໃນໂຮງຮຽນ ແລະ ນອກ - ມ - + ແ ຮ - - ເຫ ມ -“ - ໂຮງຮຽນ ລວມທັງການຮຽນຮູ້ຕາມອັດທະຍາໄສ ເພືອສົ່ງເສີມໃຫ້ທຸກຄົນ ທັງຍິງ ແລະ ຊາຍ ໄດ້ຮັບການຮຽນຮູ້ ຕະຫຼອດໄລຍະທີຍັງມີຊີວິດຢູ່, ສ້າງສັງຄົມພູມປັນຍາ ຕາມຄວາມຮຽກຮ່ອງຕ້ອງການຂອງການພັດທະນາ. ແອ
第3条
术语解释。本法令所使用的术语含义如下:一、可调整的学习:是指能够调整教与学的时间、完成学习的期限、学习地点及其他便利学习者条件的教与学形式与方式;二、测评:是指为评定学习者学习成果而以多种方式(如检查、测试、考试等)收集相关信息的过程;三、专职教师:是指在公立与私立终身学习场所履行教学职责、向学习者传授知识的人员,具有标准、衔级、教师职称、权利、职责、义务,并按《教育法》的规定享受政策待遇;四、特邀教师:是指从境内外被邀请前来,以终身学习场所课程所规定的教学方式与形式向学习者传授知识的人员,具有标准、衔级、教师职称、权利、职责、义务,并按相关法律法规的规定享受政策待遇;五、学习成果:是指从校内、校外教育及随兴学习中所获得的知识、能力、技能或学历。
ພາສາລາວ (老挝语原文)
ການອະທິບາຍຄຳສັບ ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ການຮຽນຮູ້ທີ່ປັບປ່ຽນໄດ້ ໝາຍເຖິງ ຮູບແບບ ແລະ ວິທີຈັດການຮຽນ-ການສອນ ທີ່ສາມາດປັບປ່ຽນ ເວລາສຳລັບຈັດການຮຽນ-ການສອນ, ໄລຍະເວລາສຳເລັດການຮຽນ, ສະຖານທີ່ຮຽນ ແລະ ເງື່ອນໄຂອື່ນທີ່ອຳນວຍ ຄວາມສະດວກໃຫ້ຜູ້ຮຽນ; 2. ການວັດຜົນ ໝາຍເຖິງ ຂະບວນການຈັດຫາຂໍ້ມູນ ກ່ຽວກັບຜົນສຳເລັດການຮຽນ ຂອງຜູ້ຮຽນ ເພື່ອນຳໄປ ສູ່ການຕັດສິນຄຸນຄ່າ ດ້ວຍຫຼາຍວິທີການ ເຊັ່ນ: ການກວດກາ, ການທົດສອບ, ການສອບເສັງ ແລະ ອື່ນໆ ; 3. ຄູປະຈຳ ໝາຍເຖິງ ບຸກຄົນທີ່ປະຕິບັດໜ້າທີ່ສິດສອນ ຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນ ຢູ່ສະຖານການຮຽນຮູ້ ຕະຫຼອດຊີວິດ ທັງພາກລັດ ແລະ ເອກະຊົນ ໂດຍມີມາດຕະຖານ, ນາມມະຍົດ, ຕຳແໜ່ງວິຊາການຄູ, ສິດ, ໜ້າທີ່, ພັນທະ ແລະ ໄດ້ຮັບນະໂຍບາຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສຶກສາ; 4. ຄູຮັບເຊີນ ໝາຍເຖິງ ບຸກຄົນທີ່ຖືກຮັບເຊີນຈາກພາຍນອກ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາສິດສອນ ຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນ ດ້ວຍວິທີການ ແລະ ຮູບແບບ ການສິດສອນ ທີ່ສະຖານການຮຽນຮູ້ຕະຫຼອດຊີວິດ ກຳນົດໄວ້ໃນຫຼັກສູດ ໂດຍມີມາດຕະຖານ, ນາມມະຍົດ, ຕຳແໜ່ງວິຊາການຄູ, ສິດ, ໜ້າທີ່, ພັນທະ ແລະ ໄດ້ຮັບ ນະໂຍບາຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; 5. ຜົນການຮຽນ ໝາຍເຖິງ ຄວາມຮູ້, ຄວາມສາມາດ, ທັກສະ ຫຼື ວຸດທິການສຶກສາ ທີ່ໄດ້ຈາກການສຶກສາໃນ ໂຮງຮຽນ, ນອກໂຮງຮຽນ ແລະ ການສຶກສາຕາມອັດທະຍາໄສ.
第4条
国家关于终身学习工作的政策。国家将终身学习工作确定为发展人力资源的重要工作,通过推动与鼓励,使老挝全体公民(包括居住在国外的老挝籍人士及被剥夺自由者)以适合实际情况的可调整学习形式与方式,获得知识、能力与技能的进修提升。国家通过配备人才、提供预算、建设终身学习场所基础设施、按法律法规对从事终身学习工作的教师与人才制定政策,鼓励终身学习。国家推动并鼓励境内外个人、法人及组织,以及国防—维护治安力量,按法律法规将知识、智慧、现代科学技术及资金投入终身学习工作。
ພາສາລາວ (老挝语原文)
ນະໂຍບາຍຂອງລັດກຽວກັບວຽກງານຮຽນຮູ້ຕະຫຼອດຊີວິດ ລັດ ກຳນົດເອົາວຽກງານຮຽນຮູ້ຕະຫຼອດຊີວິດ ເປັນວຽກງານທີສຳຄັນໃນການພັດທະນາຊັບພະຍາກອນ ມະນຸດ ດ້ວຍການຊຸກຍູ້ ແລະ ສົ່ງເສີມ ໃຫ້ພົນລະເມືອງລາວທຸກຄົນ ລວມທັງຄົນທີຖືສັນຊາດລາວ ທີ່ອາໄສຢູ່ ຕ່າງປະເທດ ແລະ ຄົນທີຖືກຕັດອິດສະຫຼະພາບ ໄດ້ຮັບການບຳລຸງຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ແລະ ທັກສະ ດ້ວຍຮູບແບບ ແລະ ວິທີການຮຽນຮູ້ທີປັບປ່ຽນໄດ້ ຕາມສະພາບຄວາມເປັນຈິງ. ລັດ ສົ່ງເສີມ ການຮຽນຮູ້ຕະຫຼອດຊີວິດ ດ້ວຍການປະກອບບຸກຄະລາກອນ, ສະໜອງງົບປະມານ, ກໍ່ສ້າງໂຄງ ລາງພື້ນຖານ ສະຖານການຮຽນຮູ້ຕະຫຼອດຊີວິດ, ມີນະໂຍບາຍຕໍ່ຄູສອນ ແລະ ບຸກຄະລາກອນ ທີເຮັດວຽກງານຮຽນຮູ້ ຕະຫຼອດຊີວິດ ຕາມກົດໝາຍ ແລະ ລະບຽບການ. ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລວມ ທັງການນຳໃຊ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະກອບສວນທາງດ້ານຄວາມຮູ້ , ສະຕິປັນຍາ, ເຕັກນິກວິ ທະຍາສາດທີທັນສະໄໜ ແລະ ທຶນຮອນ ເຂົ້າໃນວຽກງານຮຽນຮູ້ຕະຫຼອດຊີວິດ ຕາມກົດໝາຍ ແລະ ລະບຽບການ.
第5条
关于终身学习工作的原则。开展终身学习工作须遵循以下原则:一、符合方针政策、法律、国家社会经济发展规划及国家人力资源发展战略;二、保障建立对校内、校外教育及随兴学习之间学习成果进行评估、认可、学历等同、学分转换与认证的制度;三、具有可调整、持续、运用多种形式并符合实际的特性;四、按国家学历框架保障教育质量的保证,并能够与地区及国际接轨;五、保障各部、机关、地方行政机关及其他与终身学习工作相关方面的参与;六、履行老挝人民民主共和国作为缔约方的国际公约与协定。
ພາສາລາວ (老挝语原文)
ຫຼັກການກ່ຽວກັບວຽກງານຮຽນຮູ້ຕະຫຼອດຊີວິດ ການດຳເນີນວຽກງານຮຽນຮູ້ຕະຫຼອດຊີວິດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ; 2. ຮັບປະກັນໃຫ້ມີລະບົບການປະເມີນ, ຮັບຮູ້, ທຽບເທົ່າ, ທຽບໂອນ ແລະ ຢັ້ງຢືນ ຜົນການຮຽນ ລະຫວ່າງ ການສຶກສາໃນໂຮງຮຽນ, ນອກໂຮງຮຽນ ແລະ ການສຶກສາຕາມອັດທະຍາໄສ; 3. ມີລັກສະນະປັບປ່ຽນໄດ້, ຕໍ່ເນື່ອງ, ນຳໃຊ້ຫຼາຍຮູບແບບ ແລະ ສອດຄ້ອງກັບຄວາມເປັນຈິງ; 4. ຮັບປະກັນ ການປະກັນຄຸນນະພາບຕາມຂອບວຸດທິການສຶກສາແຫ່ງຊາດ ແລະ ສາມາດເຊື່ອມໂຍງເຂົ້າກັບ ພາກພື້ນ ແລະ ສາກົນ; 5. ຮັບປະກັນ ການມີສ່ວນຮ່ວມ ຂອງກະຊວງ, ອົງການ, ອົງການການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ກັບວຽກງານຮຽນຮູ້ຕະຫຼອດຊີວິດ; 6. ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
第6条
法令的适用范围。本法令适用于老挝人民民主共和国境内从事终身学习工作活动的境内外个人、法人及组织。
ພາສາລາວ (老挝语原文)
ຂອບເຂດການນຳໃຊ້ດຳລັດ ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕາງປະເທດ ທີເຄືອນ ໄຫວວຽກງານຮຽນຮູ້ຕະຫຼອດຊີວິດ ຢູ່ ສປປ ລາວ.
第7条
国际合作。国家鼓励在终身学习工作的发展方面与外国、地区及国际开展往来与合作,通过专业经验交流、信息交流、科学研究、技术、人力资源发展,履行老挝人民民主共和国作为缔约方的国际公约与协定。
ພາສາລາວ (老挝语原文)
ການຮ່ວມມືສາກົນ ລັດ ສົ່ງເສີມການພົວພັນ ແລະ ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບການພັດທະນາວຽກງານ ຮຽນຮູ້ຕະຫຼອດຊີວິດ ດ້ວຍການແລກປ່ຽນບົດຮຽນ ທາງດ້ານວິຊາການ, ຂໍ້ມູນຂ່າວສານ, ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ໝວດທີ 2 ການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ
第8条
终身学习中的教与学。终身学习中的教与学,是指按国家教育体系组织的教与学,按课程内容及学习成果等同、转换标准保障教育质量。终身学习中的教与学包括三种形式,即:校内终身学习教与学形式、校外终身学习教与学形式及随兴终身学习教与学形式。
ພາສາລາວ (老挝语原文)
ການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ແມ່ນ ການຈັດການຮຽນ-ການສອນຕາມລະບົບການສຶກສາ ແຫ່ງຊາດ ໂດຍມີການຮັບປະກັນທາງຄຸນນະພາບຂອງການສຶກສາ ຕາມເນື້ອໃນຫຼັກສູດ ແລະ ມາດຕະຖານການ ທຽບເທົ່າ, ທຽບໂອນ ຜົນການຮຽນ. ການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ປະກອບດ້ວຍ ສາມ ຮູບແບບ ຄື: ຮູບແບບການຮຽນ- ການສອນໃນການຮຽນຮູ້ຕະຫຼອດຊີວິດ ໃນໂຮງຮຽນ, ນອກໂຮງຮຽນ ແລະ ຕາມອັດທະຍາໄສ.
第9条
校内终身学习教与学形式。校内终身学习教与学形式,是指在学校内有系统、常规地组织的教与学,有规定的学习时间,并有符合国家教育标准的课程内容。
ພາສາລາວ (老挝语原文)
ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ໃນໂຮງຮຽນ ຮູບແບບການຮຽນ-ການສອນ ໃນການຮຽນຮູ້ຕະຫຼອດຊີວິດ ໃນໂຮງຮຽນ ແມ່ນ ການຈັດຕັ້ງການຮຽນ-ການ ສອນ ຢູ່ໃນໂຮງຮຽນ ຢ່າງເປັນລະບົບປົກກະຕິ, ມີການກຳນົດເວລາຮຽນ ແລະ ມີເນື້ອໃນຫຼັກສູດທີ່ຖືກຕ້ອງຕາມມາດ ຕະຖານການສຶກສາແຫ່ງຊາດ . 3
第10条
校外终身学习教与学形式。校外终身学习教与学形式,是指有别于校内教与学的学习,依学习者的条件、能力与准备情况,采用相应的方式、形式、教学时间与地点。校外终身学习教与学形式有以下教与学方式:一、固定式,即在校外教育场所进行的教与学,如分区、省、县级校外教育中心、社区学习中心及按实际情况与条件的其他场所;二、流动式,即教师前往适宜场所向学习者组织教与学;三、远程式,即学习者与教师不在同一地点,但通过各种媒介组织教与学,如印刷品、各类电子媒介。
ພາສາລາວ (老挝语原文)
ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ນອກໂຮງຮຽນ ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ນອກໂຮງຮຽນ ແມ່ນ ການຮຽນຮູ້ ຕາມການ ຮຽນ-ການສອນ ທີ່ແຕກຕ່າງຈາກການຮຽນ-ການສອນ ໃນໂຮງຮຽນ ໂດຍມີວິທີການ, ຮູບແບບ, ເວລາ ການຮຽນ- ການສອນ ແລະ ສະຖານທີ່ ຕາມເງື່ອນໄຂຄວາມສາມາດ ແລະ ຄວາມພ້ອມຂອງຜູ້ຮຽນ. ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊີວິດ ນອກໂຮງຮຽນ ມີແບບການຮຽນ-ການສອນ ດັ່ງນີ້: 1. ແບບປະຈຳທີ່ ຊຶ່ງແມ່ນການຮຽນ-ການສອນ ຢູ່ສະຖານການສຶກສານອກໂຮງຮຽນ ເປັນຕົ້ນ ສູນການສຶກສານອກໂຮງຮຽນ ປະຈຳພາກ, ຂັ້ນ ແຂວງ, ເມືອງ, ສູນການຮຽນຮູ້ຊຸມຊົນ ແລະ ສະຖານທີ່ອື່ນ ຕາມສະພາບ ແລະ ເງື່ອນໄຂຕົວຈິງ; 2. ແບບເຄື່ອນທີ່ ຊຶ່ງແມ່ນການຮຽນ-ການສອນ ທີ່ຜູ້ສອນໄປຈັດການຮຽນ-ການສອນ ໃຫ້ຜູ້ຮຽນຢູ່ສະຖານທີ່ ທີ່ເໝາະສົມ; 3. ແບບທາງໄກ ຊຶ່ງແມ່ນການຮຽນ-ການສອນ ທີ່ຜູ້ຮຽນ ແລະ ຜູ້ສອນ ບໍ່ຢູ່ໃນສະຖານທີ່ດຽວກັນ ແຕ່ຈັດ ການຮຽນ-ການສອນ ຜ່ານທາງສື່ຕ່າງໆ ເປັນຕົ້ນ ສື່ສິ່ງພິມ, ສື່ເອເລັກໂຕຣນິກຕ່າງໆ.
第11条
随兴终身学习教与学形式。随兴终身学习教与学形式,是指按学习者自愿、通过或不通过向教育场所注册学习的学习形式,学习者作为有兴趣者自行学习、研究,向教育场所或具有专门知识的人员学习,按个人感兴趣的题目、问题,依实际情况与条件,非系统、非持续地学习。随兴终身学习教与学有以下几种:一、按职业自学,即按本人工作的职业学习,如参加培训、研讨、考察学习;二、按个人兴趣学习,即按个人爱好学习、探求、研究自己感兴趣的某一专门领域的事物;三、从经验中学习,即通过环境学习,如从日常生活中所遇或所发生的实际经验、事件或现象中学习。
ພາສາລາວ (老挝语原文)
ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊິວິດຕາມອັດທະຍາໄສ ຮູບແບບການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊິວິດຕາມອັດທະຍາໄສ ແມ່ນ ຮູບແບບການຮຽນຕາມ ຄວາມສະໜັກໃຈຂອງຜູ້ຮຽນ ໂດຍຜ່ານ ຫຼື ບໍ່ຜ່ານການຈົດທະບຽນຮຽນ ນຳສະຖານການສຶກສາ ຊຶ່ງຜູ້ຮຽນ ເປັນຜູ້ ສົນໃຈ ຮຽນຮູ້, ຄົ້ນຄວ້າ ດ້ວຍຕົນເອງ, ຮຽນຮູ້ຈາກສະຖານການສຶກສາ ຫຼື ບຸກຄົນທີ່ມີຄວາມຮູ້ສະເພາະດ້ານ ທີ່ບໍ່ເປັນ ລະບົບ ແລະ ບໍ່ຕໍ່ເນື່ອງ ຕາມຫົວຂໍ້, ບັນຫາທີ່ຕົນສົນໃຈ, ຕາມສະພາບ ແລະ ເງື່ອນໄຂຕົວຈິງ. ການຮຽນ-ການສອນໃນການຮຽນຮູ້ຕະຫຼອດຊິວິດຕາມອັດທະຍາໄສ ມີ ດັ່ງນີ້: 1. ການຮຽນຮູ້ດ້ວຍຕົວເອງຕາມສາຍອາຊີບ ຊຶ່ງແມ່ນການຮຽນຮູ້ຕາມສາຍອາຊີບ ຂອງວຽກງານຕົນ ເປັນຕົ້ນ ການເຂົ້າຮ່ວມຝຶກອົບຮົມ, ສຳມະນາ, ທັດສະນະສຶກສາ; 2. ການຮຽນຕາມຄວາມສົນໃຈສ່ວນຕົວ ຊຶ່ງແມ່ນການຮຽນຮູ້ຕາມຄວາມມັກ, ການສະແຫວງຫາ, ຮຽນຮູ້, ສຶກສາ, ຄົ້ນຄວ້າ ສິ່ງທີ່ຕົນເອງສົນໃຈສະເພາະດ້ານໃດໜຶ່ງ; 3. ການຮຽນຮູ້ຈາກປະສົບການ ຊຶ່ງແມ່ນການຮຽນຮູ້ໂດຍຜ່ານສະພາບແວດລ້ອມ ເປັນຕົ້ນ ການຮຽນຮູ້ຈາກ ປະສົບການຕົວຈິງ, ເຫດການ ຫຼື ປະກົດການ ໃດໜຶ່ງ ທີ່ຕົນພົບພໍ່ ຫຼື ເກີດຂຶ້ນ ໃນຊີວິດປະຈຳວັນ.
第12条
终身学习的课程、教材与文献。终身学习有用于教与学的课程、教材与文献,须符合《教育法》。至于随兴学习,则没有确定的教与学课程、教材与文献。
ພາສາລາວ (老挝语原文)
ຫຼັກສູດ, ຕຳລາ ແລະ ເອກະສານ ການຮຽນຮູ້ຕະຫຼອດຊີວິດ. ການຮຽນຮູ້ຕະຫຼອດຊີວິດ ມີຫຼັກສູດ, ຕຳລາ ແລະ ເອກະສານ ນຳໃຊ້ເຂົ້າໃນການຮຽນ-ການສອນ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍການສຶກສາ. ສຳລັບການສຶກສາຕາມອັດທະຍາໄສ ນັ້ນ ບໍ່ມີຫຼັກສູດ, ຕຳລາ ແລະ ເອກະສານ ຂອງການຮຽນ-ການສອນທີ່ແນ່ນອນ.
本页展示前 12 条,全文共 36 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读