ດຳລັດ ວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ

关于保安企业的法令

Decree on Security Enterprises

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສ້າງຕັ້ງ, ການດຳເນີນກິດຈະການ, ການຄຸ້ມຄອງ ແລະ ການຕິດຕາມ-ກວດກາວິສາຫະກິດຮັກສາຄວາມປອດໄພ, ກວມເອົາການສ້າງຕັ້ງວິສາຫະກິດ ແລະ ສາຂາ, ມາດຕະຖານ ແລະ ການຝຶກອົບຮົມພະນັກງານຮັກສາຄວາມປອດໄພ, ສິດ ແລະ ໜ້າທີ່ຂອງສອງຝ່າຍ, ຂໍ້ຫ້າມ ແລະ ການຄຸ້ມຄອງ-ກວດກາ ເພື່ອຮັບປະກັນຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວິສາຫະກິດຮັກສາຄວາມປອດໄພ ເພື່ອເຮັດໃຫ້ການຮັກສາຄວາມປອດໄພ ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ຮັບປະກັນ ສະຖຽນລະພາບ ແລະ ຄວາມໝັ້ນຄົງ ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2

ວິສາຫະກິດຮັກສາຄວາມປອດໄພ ແມ່ນປະເພດທຸລະກິດຄວບຄຸມ, ເປັນການຈັດຕັ້ງທຸລະກິດຫນຶ່ງ ມີຖານະ ເປັນນິຕິບຸກຄົນ ທີ່ເຮັດຫນ້າທີ່ ໃຫ້ການບໍລິການຮັກສາຄວາມປອດໄພ, ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 69 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ