ຂໍ້ຕົກລົງຂອງເຈົ້າແຂວງ ຄຳມ່ວນ ວ່າດ້ວຍ ການຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ຢູ່ແຂວງຄຳມ່ວນ
甘蒙省省长关于甘蒙省农业用地管理使用的决定
Decision of the Governor of Khammouane Province on the Management and Use of Agricultural Land in Khammouane Province
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ປົກປ້ອງ, ພັດທະນາ ແລະ ປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນກະສິກຳ ຢູ່ແຂວງຄຳມ່ວນ, ກຳນົດພັນທະຂອງແຕ່ລະພາກສ່ວນ, ຮັບປະກັນການນຳໃຊ້ທີ່ດິນກະສິກຳແບບຍືນຍົງ, ສີຂຽວ ແລະ ຮັບປະກັນສະບຽງອາຫານ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງນຳໃຊ້ ທີ່ດິນ ກະສິກຳ ເພື່ອຮັບປະກັນໃຫ້ການກຳນົດ, ຈັດສັນແປງເຂດ ແລະ ແປງຄວາມຮັບຜິດຊອບ ຂອງພາກສ່ວນທີ່ກ່ຽວ ຂ້ອງ ໃນການຄຸ້ມຄອງນຳໃຊ້ຢ່າງລະອຽດ; ແນໃສ່ເຮັດໃຫ້ມີການປົກປັກຮັກສາ, ມີການຄຸ້ມຄອງ, ການພັດທະ ນາ ແລະ ການຫັນປ່ຽນປະເພດທີ່ດິນກະສິກຳ ສອດຄອງກັບລະບຽບກົດໝາຍ; ຮັບປະກັນ ການນຳໃຊ້ທີ່ດິນ ກະສິກຳ ໄປຕາມທິດຍືນຍົງ-ສີຂຽວ, ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາ ແຂວງຄຳມວນ ມີຄວາມເປັນລະບຽບ, ຮຽບຮ້ອຍ ແລະ ຍຸຕິທຳ.
ມາດຕາ 2
ຄວາມໝາຍກ່ຽວກັບ ການຄຸ້ມຄອງນຳໃຊ້ ທີ່ດິນກະສິກຳ ແມ່ນການສຳຫຼວດ, ຈັດສັນ, ການກຳນົດແປງເຂດ ແລະ ປັກຫຼັກໝາຍທີ່ດິນກະສິກຳ (ເຂດຜະລິດສະບຽງອາຫານ, ເຂດຜະລິດເປັນສິນຄ້າ), ວາງແຜນ ແລະ ຄຸ້ມຄອງການນຳໃຊ້ ໃຫ້ສອດຄ່ອງກັບທີ່ຕັ້ງ, ສອດຄ່ອງກັບ 1 - - - :”- > ຂ. ຈ] >“ % - ຈ. ການຜະລິດກະສິກຳ ແລະ ແຜນແມ່ບົດຈັດສັນທີ່ດິນຂອງແຂວງ; ບົນພື້ນຖານຄວາມເປັນເອກະພາບ ກັບບັນດາ ພະແນກການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ຮັບປະກັນການຄຸ້ມຄອງນຳໃຊ້ທີ່ດິນກະສິກຳ ສາມາດ ຕອບສະໜອງ ໃຫ້ແກ່ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 23 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ