ດຳລັດ ວ່າດ້ວຍຢາສັດຕະວະແພດ

关于兽药的法令

Decree on Veterinary Drugs

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາຢາສັດຕະວະແພດ, ກຳນົດການຈັດປະເພດ, ການຂຶ້ນທະບຽນ, ມາດຕະຖານ ແລະ ຄວາມປອດໄພ, ການຜະລິດ ແລະ ຈຳໜ່າຍ, ການນຳໃຊ້ຢາຕ້ານຈຸລິນຊີໃນສັດ, ໃບອະນຸຍາດດຳເນີນທຸລະກິດ, ຂໍ້ຫ້າມ ແລະ ອົງການຄຸ້ມຄອງ-ກວດກາ ເພື່ອຮັບປະກັນໃຫ້ຢາສັດຕະວະແພດຖືກຕ້ອງຕາມກົດໝາຍ, ມີປະສິດທິພາບ, ປອດໄພ, ປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ມາດຕາ

ມາດຕາ 1

ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຢາສັດຕະວະແພດ ເພື່ອເຮັດໃຫ້ການດຳເນີນທຸລະກິດ ແລະ ການນຳໃຊ້ຢາສັດຕະວະແພດ ຖືກຕ້ອງຕາມຫຼັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ ຮັບປະກັນປອດໄພຕໍ່ ຊີວິດ ແລະ ສຸຂະພາບ ຂອງຄົນ, ສັດ ແລະ ສິງແວດລ້ອມ ປະກອບສ່ວນເຂົາໃນການປົກປັກຮັກສາ, ພັດທະນາປະເທດຊາດ.

ມາດຕາ 2

ຢາສັດຕະວະແພດ ແມ່ນ ຢາກັນພະຍາດ, ປິ່ນປົວ ແລະ ບຳລຸງສຸຂະພາບສັດ ແລະ ສັດນ້ຳ ເປັນຕົ້ນ ຢາ ວັກຊິນ, ຢາຕ້ານເຊື້ອ, ຢາຂ້າແມ່ກາຝາກ, ຢາວິຕາມິນ ໂດຍໄດ້ຈົດທະບຽນນຳກະຊວງກະສິກຳ ແລະ ປ່າໄມ້ ຢ່າງ ຖືກຕ້ອງ ລວມທັງອາຫານສັດທີ່ປຸງແຕ່ງເປັນຢາ, ສານເຄມີ ຫຼື ສານຊີວະວັດຖຸທີ່ເປັນຢາສັດຕະວະແພດແບບເຄິ່ງ ສຳເລັດຮູບ ທັງເປັນວັດຖຸດິບທາງການຢາທີ່ນຳໃຊ້ເພື່ອການສັດຕະວະແພດອີກດ້ວຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 71 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ