关于兽药的法令

ດຳລັດ ວ່າດ້ວຍຢາສັດຕະວະແພດ

Decree on Veterinary Drugs

简介

本法令就兽药的管理、跟踪与检查确立原则、规章与措施,规范兽药的分类、注册、标准与安全、生产经营、抗微生物兽药使用、经营许可、禁止事项及管理监察机构,以保障兽药合规、有效、安全,护卫人、动物与环境的健康。 【OCR识别·机器翻译,未经律师终审,以官方PDF为准】

Summary

This decree establishes principles, regulations, and measures for the management, tracking, and inspection of veterinary drugs, regulating classification, registration, standards and safety, production and business, use of antimicrobial veterinary drugs, business licenses, prohibitions, and supervisory bodies, to ensure compliance, effectiveness, and safety of veterinary drugs, protecting the health of humans, animals, and the environment.

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາຢາສັດຕະວະແພດ, ກຳນົດການຈັດປະເພດ, ການຂຶ້ນທະບຽນ, ມາດຕະຖານ ແລະ ຄວາມປອດໄພ, ການຜະລິດ ແລະ ຈຳໜ່າຍ, ການນຳໃຊ້ຢາຕ້ານຈຸລິນຊີໃນສັດ, ໃບອະນຸຍາດດຳເນີນທຸລະກິດ, ຂໍ້ຫ້າມ ແລະ ອົງການຄຸ້ມຄອງ-ກວດກາ ເພື່ອຮັບປະກັນໃຫ້ຢາສັດຕະວະແພດຖືກຕ້ອງຕາມກົດໝາຍ, ມີປະສິດທິພາບ, ປອດໄພ, ປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

条文

第1条

目的。本法令就兽药工作的管理、跟踪、检查规定原则、规章与措施,以使兽药经营与使用合乎技术规范、有效、有成效,旨在保障人、动物与环境的生命健康安全,为保护和发展国家作出贡献。

ພາສາລາວ (老挝语原文)

ຈຸດປະສົງ ດຳລັດສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຢາສັດຕະວະແພດ ເພື່ອເຮັດໃຫ້ການດຳເນີນທຸລະກິດ ແລະ ການນຳໃຊ້ຢາສັດຕະວະແພດ ຖືກຕ້ອງຕາມຫຼັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ ຮັບປະກັນປອດໄພຕໍ່ ຊີວິດ ແລະ ສຸຂະພາບ ຂອງຄົນ, ສັດ ແລະ ສິງແວດລ້ອມ ປະກອບສ່ວນເຂົາໃນການປົກປັກຮັກສາ, ພັດທະນາປະເທດຊາດ.

第2条

兽药。兽药,指用于预防疾病、治疗及保健牲畜与水生动物的药品,如疫苗、抗生素、驱寄生虫药、维生素药,并经农林部正式登记;还包括加工成药的饲料、半成品形态的化学品或生物制品兽药,以及用于兽医用途的药用原料。

ພາສາລາວ (老挝语原文)

ຢາສັດຕະວະແພດ ແມ່ນ ຢາກັນພະຍາດ, ປິ່ນປົວ ແລະ ບຳລຸງສຸຂະພາບສັດ ແລະ ສັດນ້ຳ ເປັນຕົ້ນ ຢາ ວັກຊິນ, ຢາຕ້ານເຊື້ອ, ຢາຂ້າແມ່ກາຝາກ, ຢາວິຕາມິນ ໂດຍໄດ້ຈົດທະບຽນນຳກະຊວງກະສິກຳ ແລະ ປ່າໄມ້ ຢ່າງ ຖືກຕ້ອງ ລວມທັງອາຫານສັດທີ່ປຸງແຕ່ງເປັນຢາ, ສານເຄມີ ຫຼື ສານຊີວະວັດຖຸທີ່ເປັນຢາສັດຕະວະແພດແບບເຄິ່ງ ສຳເລັດຮູບ ທັງເປັນວັດຖຸດິບທາງການຢາທີ່ນຳໃຊ້ເພື່ອການສັດຕະວະແພດອີກດ້ວຍ.

第3条

术语解释。本法令所用术语含义如下:1. 抗微生物药,指取自某种微生物及经化学合成的兽药,能起到抑制或阻止致病微生物生长繁殖或分裂的作用;2. 抗生素,指由某种微生物(可为细菌或真菌)所产生的化合物,能抑制或阻止另一类或某一类微生物的生长,或具有杀灭作用;3. 抗微生物药耐药性,指某种细菌或菌株即便接触到浓度足以预防或先前已有效治疗的抗微生物药仍能生长或存活的能力;4. 兽药成分,指取自天然或合成、直接起预防与治疗疾病作用的主药物质,使主药药效更佳的辅药物质,以及不起药效、使药品定型为各种剂型的赋形物质,如调味、调色物质或使药品成型的物质,如制成水剂、液体、块剂、粉剂、胶囊或丸剂;5. 掺兽药饲料,指由药用饲料与兽药混合而成、专门用于某种牲畜及水生动物保健、预防或治疗的产品;6. 兽药处方,指用于生产药品的配方,载明药品成分及各成分用量,混合制成具兽药功效的成品;7. 包装容器,指专门用于盛装或包裹兽药的某种物品;8. 药品标签,指粘贴或印于包装容器上、提供兽药名称、功效、用途、成分、生产日期、有效期、储存方法、用法及生产商信息的图样与文字;9. 药品使用说明书,指附于容器或包装盒内、载有兽药相关文字、使使用者得以阅读理解兽药含义与详情的文件;10. 获许可人,指兽药工作管理机构许可其经营兽药生产、进口、销售、出口或过境的个人、法人或组织;11. 假兽药,指仿制并冒称真药的兽药,可能伪造商标或生产商地址,或与注册内容不符,或标签或药品说明文件不实,或为掺有兽药但该兽药系假兽药者,或不符合在兽药工作管理机构注册的药典所定标准者;12. 不达标兽药,指有效成分含量或药力低于最低值或超过最高值(超出所注册药典规定)的兽药,或成分、纯度、特性偏离所注册药典者,或为掺有兽药但该兽药系不达标、未依法正确注册者;13. 失效变质兽药,指过有效期的药品,或事后发现已变质、性状类似假药或不达标药,或为掺有兽药但已失效变质者;14. 药剂师,指完成药学专业学习、持有学士及以上文凭者。

ພາສາລາວ (老挝语原文)

ການອະທິບາຍຄຳສັບ ຄຳສັບທີນຳໃຊ້ໃນດຳລັດສະບັບນີ ມີຄວາມບນາຍ ດັ່ງນີ: ຮ 1. ຢາຕ້ານເຊືອຈຸລະຊີບ (/ພາຜົນນໍແຜ00121) ບນາຍເຖິງ ຢາສັດຕະວະແພດທີ່ໄດ້ຈາກເຊື້ອຈຸລະຊີບໃດຫຶ່ງ ຄ ແລະ ໄດ້ຈາກການສັງເຄາະທາງເຄມີ ຊຶງສາມາດອອກລິດຢຸດ ຫຼື ຢັບຢັ້ງການຈະເລີນເຕີບໂຕ ຫຼື ການແບ່ງ ຕົວຂອງ ເຊືອຈຸລະຊີບທີເຮັດໃຫ້ເກີດພະຍາດສັດໄດ້; ] 2. ຢາຕ້ານເຊື້ອ (ໃໃ 1?1.13] ບນາຍເຖິງສານປະກອບທີ່ສ້າງຂຶ້ນໂດຍເຊື້ອຈຸລະຊີບ ຊະນິດໃດຫຶ່ງ ອາດເປັນ ເຊືອແບັກທີເຣຍ ຫຼື ເຊື່ອເຫັດ ຊຶ່ງສາມາດຢັບຢັ້ງ ຫຼື ຢຸດການຈະເລີນເຕີບໂຕ ຫຼື ມີລິດທຳລາຍເຊື່ອຈຸລະ ຊີບອີກກຸ່ມອືນ ຫຼື ກຸ່ມໃດກຸ່ມຫຶ່ງໄດ້; 3. ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ (4ມດິທນນໍ67001ໂຄ] #6515ໄຊກ66) ປນາຍເຖິງ ຄວາມສາມາດຂອງເຊື້ອ ແບັກທີເຣຍ ຫຼື ເຊືອລາສາຍພັນໃດຫຶ່ງທີ່ຍັງສາມາດເຕີບໂຕ ຫຼື ຢູ່ລອດ ເຖິງວ່າຈະໄດ້ສຳພັດກັບຢາຕ້ານ ເຊືອຈຸລະຊີບ ທີ່ມີຄວາມເຂັ້ມຂຸ້ນພຽງພໍກັບການປ້ອງກັນ ຫຼື ປິ່ນປົວທີ່ໄດ້ຜົນມາກ່ອນຫ້ານັ້ນແລ້ວກໍ ຕາມ; 4. ສ່ວນປະກອບຂອງຢາສັດຕະວະແພດ ບນາຍເຖິງ ວັດຖຸທີ່ໄດ້ຈາກທຳມະຊາດ ຫຼື ສັງເຄາະຂຶ້ນ ທີ່ເປັນຕົວ ຢາຫຼັກທີ່ອອກລິດໃນການປ້ອງກັນ ແລະ ປິ່ນປົວພະຍາດໄດ້ໂດຍກົງ, ວັດຖຸທີ່ເປັນຕົວຢາເສີມເພື່ອເຮັດໃຫ້ ການອອກລິດຂອງຕົວຢາຫຼັກມີປະສິດທິພາບດີຂຶ້ນ ແລະ ວັດຖຸທີ່ເປັນສານປຸງແຕ່ງຢາທີ່ບໍ່ອອກລິດ ເພື່ອ ເຮັດໃຫ້ຢາຄົງຕົວເປັນຮູບແບບຕ່າງໆ ເປັນຕົ້ນ ສານແຕ່ງກິ່ນ, ລົດ, ສີ ຫຼື ສານເຮັດໃຫ້ຢາເປັນຮູບແບບ ຕ່າງໆ ເຊັນ: ເປັນນ້ຳ, ຂອງແຫຼວ, ກ້ອນ, ຝຸ່ນ, ແຄບຊູນ ຫຼື ລູກກອນ; . 5. ອາຫານສັດປະສົມຢາສັດຕະວະແພດ ໜາຍເຖິງ ຜະລິດຕະພັນທີ່ໄດ້ມາຈາກການປະສົມລະຫວ່າງ ຢາອາ ຫານສັດ ແລະ ຢາສັດຕະວະແພດ ເພື່ອເປົ້ານນາຍບຳລຸງ, ກັນ ຫຼື ປິ່ນປົວພະຍາດສັດ ແລະ ສັດນ້ຳ ໃດໜຶ່ງ ເປັນການສະເພາະ; 6. ຕໍຳລາຢາສັດຕະວະແພດ ເພາຍເຖິງ ສູດທີ່ໃຊ້ເຂົ້ໃນການຜະລິດຢາ ຊຶ່ງລະບຸເຖິງສ່ວນປະກອບ ແລະ ຄ ປະລິມານຂອງສ່ວນປະກອບຂອງຢາ ທີ່ໄດ້ນຳມາປະສົມລວມກັນ ໃຫ້ເປັນຜະລິດຕະພັນສຳເລັດຮູບທີ່ມີ ສັບພະຄຸນເປັນຢາສັດຕະວະແພດ ; 7. ພາຊະນະບັນຈຸ ຫາຍເຖິງ ວັດຖຸໃດໜຶ່ງ ທີ່ໃຊ້ບັນຈຸ ຫຼື ຫຸ້ມຫໍ່ຢາສັດຕະວະແພດເປັນການສະເພາະ; 8. ສະຫຼາກຢາ ບນາຍເຖິງ ຮູບພາບ ແລະ ຂໍ້ຄວາມ ທີ່ຕິດ ຫຼື ພິມໃສ່ພາຊະນະບັນຈຸ ເພື່ອໃຫ້ຂໍ້ມູນກ່ຽວກັບຊື່ ຢາສັດຕະວະແພດ, ສັບພະຄຸນ, ຄຸນປະໂຫຍດ, ສ່ວນປະກອບ, ວັນທີ່ຜະລິດ, ວັນຫົົດອາຍຸການນຳໃຊ້, ວິທີການເກັບຮັກສາ, ວິທີນຳໃຊ້ ແລະ ຂໍ້ມູນຂອງຜູ້ຜະລິດຢາສັດຕະວະແພດ; 9. ໃບແນະນຳການນຳໃຊ້ຢາ ບນາຍເຖິງ ເອກະສານທີ່ມີຂໍ້ຄວາມກ່ຽວກັບຢາສັດຕະວະແພດຢູ່ໃນ ພາຊະນະ ຫຼື ກ່ອງບັນຈຸ ເພື່ອເຮັດໃຫ້ຜູ້ນຳໃຊ້ສາມາດອ່ານໃຫ້ເຂົ້າໃຈຄວາມບນາຍ ແລະ ລາຍລະອຽດກ່ຽວກັບຢາ ສັດຕະວະແພດ; 10. ຜູ້ໄດ້ຮັບອະນຸຍາດ ບນາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ອົງການຄຸ້ມຄອງວຽກງານຢາສັດຕະ ວະແພດ ອະນຸຍາດໃຫ້ດຳເນີນທຸລະກິດກ່ຽວກັບການຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງອອກ ຫຼື ສົ່ງຜ່ານຢາ ສັດຕະວະແພດ; ] ]. ຢາສັດຕະວະແພດປອມ ໜາຍເຖິງ ຢາສັດຕະວະແພດທີ່ເຮັດທຽມຂຶ້ນແລ້ວອ້າງວ່າເປັນຢາແທ້ ຊຶ່ງອາດຈະ ປອມເຄື່ອງບນາຍການຄ້າ ຫຼື ສະຖານທີ່ຂອງຜູ້ຜະລິດຢາ ຫຼື ເປັນຢາທີ່ບໍ່ຖືກຕາມທີ່ໄດ້ຂຶ້ນທະບຽນໄວ້ ຫຼື ເປັນຢາສະແດງສະຫຼາກ ຫຼື ເອກະສານກຳກັບຢາທີ່ບໍ່ເປັນຄວາມຈິງ ຫຼື ເປັນຢາສັດຕະວະແພດປະສົມ ຢາສັດຕະວະແພດ ແຕ່ຢາສັດຕະວະແພດນັ້ນເປັນຢາສັດຕະວະແພດປອມ ຫຼື ເປັນຢາທີ່ບໍ່ຖືກຕ້ອງຕາມ ມາດຕະຖານທີ່ກຳນົດໄວ້ໃນຕຳລາຢາທີ່ໄດ້ຂຶ້ນທະບຽນກັບ ອົງການຄຸ້ມຄອງວຽກງານຢາສັດຕະວະແພດ; 12. ຢາສັດຕະວະແພດບໍ່ໄດ້ມາດຕະຖານ ໜາຍເຖິງ ຢາສັດຕະວະແພດ ທີ່ມີປະລິມານ ຫຼື ຄວາມແຮງ ຂອງ ສານອອກລິດຫຼດຄ່າຕຳສຸດ ຫຼື ເກີນຄ່າສູງສຸດ ທີ່ກຳນົດໄວ້ໃນຕຳລາຢາທີ່ໄດ້ຂຶ້ນທະບຽນໄວ້ ຫຼື ເປັນຢາທີ່ມີ ສ່ວນປະກອບ, ຄ່າຄວາມບໍລິສຸດ, ຄຸນລັກສະນະຜິດໄປຈາກຕຳລາຢາທີ່ໄດ້ຂຶນທະບຽນໄວ້ ຫຼື ເປັນຢາສັດ ຕະວະແພດປະສົມຢາສັດຕະວະແພດ ແຕ່ຢາສັດຕະວະແພດນັ້ນ ເປັນຢາສັດຕະວະແພດທີ່ບໍ່ໄດ້ມາດຕະ ຖານ ຫຼື ບໍ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດບນາຍ; 2 ]3. ຢາສັດຕະວະແພດເສື່ອມຄຸນນະພາບ ໜາຍເຖິງ ຢາບົົດອາຍຸການນຳໃຊ້ ຫຼື ຢາທີ່ພົບພາຍຫຼັງວ່າເປັນຢາທີ່ ໄດ້ປ້ຽນສະພາບທີ່ມີລັກສະນະຄືກັນກັບຢາປອມ ຫຼື ຢາທີ່ບໍ່ໄດ້ມາດຕະຖານ ຫຼື ເປັນຢາສັດຕະວະແພດ ປະສົມຢາສັດຕະວະແພດ ແຕ່ເປັນຢາສັດຕະວະແພດທີ່ເສື່ອມຄຸນນະພາບແລ້ວ: ]4. ເພສັດຊະກອນ ບນາຍເຖິງ ບຸກຄົນ ທີ່ໄດ້ສຳເລັດການສຶກສາດ້ານວິຊາການ ການຢາ ໂດຍມີປະກາສະນິຍະ ບັດຊັ້ນປະລິນຍາຕີຂຶ້ນໄປ.

第4条

国家关于兽药工作的政策。国家以培养人员,开展兽药研究、试验、发展并转让技术,以及建设基础设施、技术物资以保障该项工作富有成效等方式,关注兽药工作。国家以提供信息、技术及依法律规章给予关税、税收政策等方式,鼓励、促进个人、法人与组织投资经营兽药,利用本地天然资源潜力加工成药,并促进兽药生产供应。

ພາສາລາວ (老挝语原文)

ນະໂຍບາຍຂອງລັດ ກ່ຽວກັບວຽກງານຢາສັດຕະວະແພດ ລັດ ເອົາໃຈໃສ່ຕໍ່ວຽກງານຢາສັດຕະວະແພດ ດ້ວຍການບຳລຸງບຸກຄະລາກອນ, ຄົ້ນຄວ້າ, ທົດລອງ, ພັດທະນາ ແລະ ຖ່າຍທອດເຕັກນິກວິຊາການ ກ່ຽວກັບຢາສັດຕະວະແພດ ລວມທັງການກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸເຕັກນິກ ເພື່ອຮັບປະກັນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ. ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນເຂົ້າໃນການດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ, ການນຳໃຊ້ທ່າແຮງຊັບພະຍາກອນທຳມະຊາດທີ່ມີໃນທ້ອງຖິ່ນ ເພື່ອປຸງແຕ່ງເປັນ ຢາ, ລວມທັງສົ່ງເສີມການຜະລິດ-ສະໜອງຢາສັດຕະວະແພດ ດ້ວຍການສະໜອງຂໍ້ມູນຂ່າວສານ, ເຕັກນິກ ວິຊາການ ແລະ ນະໂຍບາຍດ້ານພາສີ, ອາກອນ ຕາມກົດໝາຍ ແລະ ລະບຽບການ. ມາດຕາ ວ້ ຫຼັກການ ກ່ຽວກັບການຄຸ້ມຄອງຢາສັດຕະວະແພດ ການຄຸ້ມຄອງຢາສັດຕະວະແພດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນ ພາຄີ; 2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; 3. ຮັບປະກັນ ຄຸນນະພາບ, ປະສິດທິຜົນ ແລະ ຄວາມປອດໄພ ຕໍ່ສຸຂະພາບສັດ, ສັດນ້ຳ ແລະ ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ; 4. ຮັບປະກັນ ຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.

第5条

兽药管理的原则。兽药管理须遵守下列原则:1. 符合政策、法律、规章及老挝人民民主共和国为缔约方的国际公约与协定;2. 在全国范围内集中统一管理;3. 保障对牲畜、水生动物、消费者及环境健康的质量、成效与安全;4. 保障透明、公正与可查证。

ພາສາລາວ (老挝语原文)

ຫຼັກການການຄຸ້ມຄອງຢາສັດຕະວະແພດ. ການຄຸ້ມຄອງຢາສັດຕະວະແພດຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1. ສອດຄ່ອງກັບນະໂຍບາຍ, ກົດໝາຍ, ລະບຽບການ ແລະ ສົນທິສັນຍາ ແລະ ຂໍ້ຕົກລົງສາກົນທີ່ ສປປ ລາວ ເປັນພາຄີ; 2. ການຄຸ້ມຄອງແບບລວມສູນກາງ ແລະ ເປັນເອກະພາບໃນທົ່ວປະເທດ; 3. ຮັບປະກັນຄຸນນະພາບ, ປະສິດທິຜົນ ແລະ ຄວາມປອດໄພຕໍ່ສັດລ້ຽງ, ສັດນ້ຳ, ຜູ້ບໍລິໂພກ ແລະ ສຸຂະພາບສິ່ງແວດລ້ອມ; 4. ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.

第6条

适用范围。本法令适用于在老挝人民民主共和国从事兽药工作的境内外个人、法人或组织。

ພາສາລາວ (老挝语原文)

ຂອບເຂດການນຳໃຊ້ ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນ ໄຫວກ່ຽວກັບວຽກງານຢາສັດຕະວະແພດ ຢູ່ ສປປ ລາວ.

第7条

国际合作。国家促进就兽药与外国、地区及国际的交往合作,以交流经验、信息、科学研究、技术、人力资源开发、技术与资金援助等方式,使该项工作富有效率与成效。

ພາສາລາວ (老挝语原文)

ການຮ່ວມມືກັບສາກົນ. ລັດ ສົງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບຢາສັດຕະວະແພດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ, ການ ພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ. ໝວດທີ 2 ການຈັດປະເພດ ແລະ ບັນຊີ ຢາສັດຕະວະແພດ

第8条

兽药的分类。老挝人民民主共和国的兽药分为四类:1. 仅凭兽医处方方可销售或发放的兽药(凭处方药);2. 由药剂师销售或发放、无须兽医处方的兽药(药房药);3. 由专属获权者销售或发放的兽药(专属销售药);4. 可一般销售或发放的兽药(普通销售药)。仅凭兽医处方方可销售或发放的兽药,系列入管制药目录、按国际规章有使用限制的兽药,强制规定仅由持兽医处方并获许可的兽医或药剂师销售或发放;在药房销售或发放的兽药,系须向使用者说明风险或副作用的兽药,可由常驻兽药店的兽医、药剂师或获许可的经销代理销售或发放,销售前可有或无兽医处方;由专属获权者销售或发放的兽药,系某类专属兽药,可由兽医、药剂师、经销代理或受权经销者销售或发放,但不能归入可一般销售或发放的药品类;可一般销售或发放的兽药,系可由非兽医或药剂师的普通人销售或发放的兽药,但销售时不得拆开生产商的包装盒或拆零零售。

ພາສາລາວ (老挝语原文)

ການຈັດປະເພດ ຢາສັດຕະວະແພດ ຢາສັດຕະວະແພດ ຢູ່ ສປປ ລາວ ໄດ້ຈັດແບ່ງອອກເປັນ 4 ປະເພດ ດັ່ງນີ້: ]. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ຕາມໃບສັງຢາຈາກສັດຕະວະແພດເທົ່ານັ້ນ (07886ກຽຖ້ວກ 011); 3 2. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍເພສັດຊະກອນ ທີ່ບໍ່ຈຳປັນມີໃບສັງຢາຈາກສັດຕະວະແພດ (0ກົລກນກຊ67/); 3. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍຜູ້ໄດ້ຮັບສິດສະເພາະ (ຊນຝ້0186ຝ ແ68]6ນ); 4. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ທົ່ວໄປ (ຕູຣ0614] 8816). ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ຕາມໃບສັງຢາຈາກສັດຕະວະແພດເທົ່ານັ້ນ (016861ຽງ[10ກ 011) ແມ່ນ ຢາສັດຕະວະແພດ ຢູ່ໃນບັນຊີຢາຄວບຄຸມ ແລະ ມີຂໍ້ຈຳກັດນຳໃຊ້ຕາມລະບຽບສາກົນ ໂດຍໄດ້ບັງຄັບໃຫ້ ຂາຍ ຫຼື ຈ່າຍໄດ້ໂດຍສັດຕະວະແພດ ຫຼື ເພສັດຊະກອນ ທີ່ມີໃບສັງຢາຂອງສັດຕະວະແພດ ທີ່ໄດ້ຮັບອະນຸຍາດ ເທົ່ານັ້ນ; ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ຢູ່ຮ້ານຂາຍຢາ (0ຼງ5ການ20ພູ) ແມ່ນ ຢາສັດຕະວະແພດ ທີ່ຕ້ອງໄດ້ ແນະນຳເຖິງຄວາມສ່ຽງ ຫຼື ຜົນຂ້າງຄຽງໃຫ້ແກ່ຜູ້ໃຊ້ ຊຶ່ງສາມາດ ຂາຍ ຫຼື ຈ່າຍໄດ້ ໂດຍສັດຕະວະແພດ ຫຼື ເພສັດ ຊະກອນ ທີ່ປະຈຳຢູ່ຮ້າມຂາຍຢາສັດຕະວະແພດ ຫຼື ຕົວແທນຈຳຫ່າຍທີ່ໄດ້ຮັບອະນຸຍາດ ຊຶ່ງກ່ອນ ຂາຍ ຫຼື ຈ່າຍ ອາດມີ ຫຼື ບໍ່ມີໃບສັງຢາຂອງສັດຕະວະແພດ; ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍຜູ້ໄດ້ຮັບສິດສະເພາະ (ແ0ຝົາ0ກ86ຝ ຜ່64161) ແມ່ນ ກຸ່ມຢາ ສັດຕະວະແພດ ສະເພາະໃດຫຶ່ງ ຊຶ່ງສາມາດ ຂາຍ ຫຼື ຈ່າຍໄດ້ ໂດຍສັດຕະວະແພດ, ເພສັດຊະກອນ, ຕົວແທນ ຈຳຫ່າຍ ຫຼື ຜູ້ທີ່ໄດ້ຮັບມອບສິດຈຳຫ່າຍ ແຕ່ບໍ່ສາມາດຈັດເປັນກຸ່ມຢາ ທີ່ຂາຍ ຫຼື ຈ່າຍໄດ້ ໂດຍທົ່ວໄປ; ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ທົ່ວໄປ (ອູອ06121 5416) ແມ່ນ ຢາສັດຕະວະແພດ ທີ່ສາມາດຂາຍ ຫຼື ຈ່າຍໄດ້ ໂດຍບຸກຄົນທົ່ວໄປ ທີ່ບໍ່ແມ່ນສັດຕະວະແພດ ຫຼື ເພສັດຊະກອນ ແຕ່ການຈຳຫ່າຍ ນັ້ນ ແມ່ນບໍ່ ອະນຸຍາດໃຫ້ແກະກ່ອງຂອງຜູ້ຜະລິດ ຫຼື ແບ່ງຂາຍຍ່ອຍໄດ້.

第9条

兽药目录。农林部负责汇总并建立服务于畜牧、兽医及渔业工作的必需、很必需及最必需兽药目录,须按药学专业类别编制、符合相关国际组织的建议并分阶段复审完善,并确定须优先注册、生产、进口、分发及销售的兽药。

ພາສາລາວ (老挝语原文)

ບັນຊີ ຢາສັດຕະວະແພດ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ລວບລວມ ແລະ ສ້າງບັນຊີຢາສັດຕະວະແພດທີ່ຈຳເປັນ, ຈຳເປັນ ຫຼາຍ ແລະ ຈຳເປັນທີ່ສຸດ ສຳລັບຮັບໃຊ້ວຽກງານລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໂດຍຕ້ອງຈັດໃຫ້ ເປັນໄປຕາມບນວດຫູ່ຂອງວິຊາການຢາ, ສອດຄ່ອງກັບຄຳແນະນຳຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໂດຍມີ ການທົບທວນປັບປຸງໃຫ້ເຫພາະສົມເປັນແຕ່ລະໄລຍະ ແລະ ໃຫ້ກຳນົດຢາສັດຕະວະແພດບຸລິມະສິດ ທີ່ຕ້ອງຂຶ້ນ ທະບຽນ, ຜະລິດ, ນຳເຂົ້າ, ແຈກຢາຍ ແລະ ຈຳຫ່າຍ.

第10条

兽药的持有。兽药的持有有下列情形:1. 兽医在诊所、动物医院、研究中心、养殖场、教育机构持有;2. 获许可经营兽药者持有;3. 牲畜所有人或受兽医委托者为治疗正患病的牲畜而持有,或在运畜途中的监管者持有。

ພາສາລາວ (老挝语原文)

ການມີຢາສັດຕະວະແພດໄວ້ຄອບຄອງ ການມີຢາສັດຕະວະແພດໄວ້ຄອບຄອງ ມີກໍລະນີ ດັ່ງນີ້: 1. ສັດຕະວະແພດ ຢູ່ ຄຣີນິກ, ໂຮງຫມໍປົວສັດ, ສູນວິໄຈ, ຟາມລ້ຽງສັດ, ສະຖາບັນການສຶກສາ; 2. ຜູ້ໄດ້ຮັບອະນຸຍາດດຳເນີນທຸລະກິດກ່ຽວກັບຢາສັດຕະວະແພດ ; 3. ເຈົ້າຂອງສັດລ້ຽງ ຫຼື ຜູ້ທີ່ໄດ້ຮັບມອບໝາຍຈາກສັດຕະວະແພດ ເພື່ອປິ່ນປົວສັດລ້ຽງທີ່ກຳລັງເຈັບປ່ວຍ ຫຼື ຜູ້ກຳກັບດູແລ ໃນລະຫວ່າງມີການຂົນສົ່ງສັດ. ຫມວດທີ 3 . ການຂຶ້ນທະບຽນ ຢາສັດຕະວະແພດ

第11条

兽药注册。已获兽药经营许可者,在生产、进口、出口及销售前,须向农林部畜牧与渔业司注册兽药。已取得兽药注册证者,如欲修改标签内容或变更药品配方项目,须向畜牧与渔业司提交修改申请。对本法令施行前尚未注册的兽药,兽药经营者须自本法令生效之日起180天内向畜牧与渔业司申请注册。

ພາສາລາວ (老挝语原文)

ການຂຶ້ນທະບຽນຢາສັດຕະວະແພດ. ຜູ້ທີ່ໄດ້ຮັບອະນຸຍາດ ດຳເນີນທຸລະກິດກ່ຽວກັບຢາສັດຕະວະແພດແລ້ວ ກ່ອນຈະມີ ການຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳຫ່າຍ ຕ້ອງຂຶ້ນທະບຽນຢາສັດຕະວະແພດ ນຳກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້. ໃນກໍລະນີ ທີ່ຜູ້ໄດ້ຮັບໃບທະບຽນຢາສັດຕະວະແພດແລ້ວ ແຕ່ມີຄວາມຕ້ອງການຈະດັດແກ້ເນື້ອໃນຂອງ ສະຫຼາກ ຫຼື ປ່ຽນລາຍການສູດຢາ ຕ້ອງຍືນຄຳຮ້ອງຂໍດັດແກ້ຕໍ່ ກົມລ້ຽງສັດ ແລະ ການປະມົງ. ສຳລັບຢາສັດຕະວະແພດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ກ່ອນດຳລັດສະບັບນີ້ມີຜົນບັງຄັບໃຊ້ ຜູ້ດຳເນີນທຸລະກິດກ່ຽວກັບຢາສັດຕະວະແພດ ຕ້ອງຂໍຂຶ້ນທະບຽນ ນຳກົມລ້ຽງສັດ ແລະ ການປະມົງ ພາຍໃນເວລາ ຫຶ່ງຮ້ອຍ ແປດສິບວັນ ນັບແຕ່ວັນທີ່ ດຳລັດສະບັບນີ້ ມີຜົນສັກສິດ.

第12条

获注册豁免的兽药。在老挝人民民主共和国获注册豁免的兽药如下:1. 为研究、分析、试验而带入的兽药样品;2. 将用于展示的兽药;3. 随畜主携带的兽药,或随运畜兽医携带的兽药;4. 按农林部规定获生产、进口或销售许可豁免的兽药。在老挝人民民主共和国获注册豁免的兽药,在被检查与跟踪时须配合兽药工作管理机构。

ພາສາລາວ (老挝语原文)

ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂຶ້ນທະບຽນ ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂຶ້ນທະບຽນ ຢູ່ ສປປ ລາວ ມີ ດັ່ງນີ້: 1. ຕົວຢ່າງຢາສັດຕະວະແພດ ທີ່ນຳມາເພື່ອການຄົ້ນຄວ້າ, ວິເຄາະ, ວິໄຈ; 2. ຢາສັດຕະວະແພດ ທີ່ຈະນຳມາວາງສະແດງ; 3. ຢາສັດຕະວະແພດ ທີ່ຕິດຕາມມານຳເຈົ້າຂອງສັດ ຫຼື ສັດຕະວະແພດທີ່ຕິດຕາມມານຳການຂົນສົ່ງສັດ; 4. ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດຳເນີນການຜະລິດ, ນຳເຂົ້າ ຫຼື ຈຳໜາຍ ຕາມທີ່ ກະຊວງກະສິກຳ ແລະ ປ່າໄມ້ ກຳນົດ. ຢາສັດຕະວະແພດ ທີ່ຮັບການຍົກເວັ້ນການຂຶ້ນທະບຽນ ຢູ່ ສປປ ລາວ ຕ້ອງໄດ້ໃຫ້ຄວາມຮ່ວມມືກັບອົງ ການຄຸ້ມຄອງວຽກງານຢາສັດຕະວະແພດ ໃນກໍລະນີ ທີ່ມີການກວດກາ ແລະ ຕິດຕາມ.

本页展示前 12 条,全文共 71 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译