灾害管理法
ກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ
Disaster Management Law
简介
【disaster正文:OCR识别老挝文 + 中文翻译,未经律师终审,以官方PDF为准。共70条】
Summary
Disaster text: OCR-recognized Lao text + Chinese translation, not yet final-reviewed by a lawyer, subject to the official PDF. Total 70 articles.
ບົດສະຫຼຸບ
ຂໍ້ຄວາມທີ່ຮັບຮູ້ຈາກ OCR ພາສາລາວ + ການແປພາສາຈີນ, ຍັງບໍ່ທັນໄດ້ຮັບການກວດສອບຈາກທະນາຍຄວາມ, ໃຫ້ຖືຕາມເອກະສານ PDF ທາງການ. ມີທັງໝົດ 70 ມາດຕາ.
条文
第1条
第1条 宗旨
本法规定有关灾害管理的原则、规章与措施,使该项工作得到高效、有成效且现代化的组织实施,确保快速、准确地提供信息资讯,旨在防范、减轻灾害对人民的健康、生命、国家及集体和人民的财产、环境和基础设施所造成的影响,并在灾后进行修复、整治与重建,能够与区域和国际接轨,为按照绿色、可持续方向发展经济社会和保障国家安全作出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງໄພພິບັດ ເພືອ
ເຮັດໃຫ້ວຽກງານດັງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ທັນສະໄໜ ຮັບປະກັນ
ການສະໜອງຂໍ້ມູນ ຂ່າວສານ ວ່ອງໄວ, ຊັດເຈນ ແນໃສ່ ເຝົ່າລະວັງ, ຫຼຸດຜ່ອນ ຜົນກະທົບທີເກີດຈາກໄພພິບັດ ຕໍ່ ສຸຂະ
ພາບ, ຊີວິດ, ຊັບສິນຂອງລັດ, ລວມພູ່, ປະຊາຊົນ, ສິງແວດລ້ອມ ແລະ ໂຄງລ່າງພືນຖານ ພ້ອມທັງຟືນຟູ, ບູລະນະ
ແລະ ກໍ່ສ້າງຄືນໃໝ່ ຫຼັງໄພພິບັດ, ສາມາດເຊືອມໂຍງກັບພາກພືນ ແລະ ສາກົນ ປະກອບສ່ວນເຂົາໃນການພັດທະນາ
ເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍຶນຍົງ ແລະ ຄວາມບັນຄົງຂອງຊາດ.
第2条
第2条 灾害管理
灾害,是指由自然和/或人为因素造成的严重危险事件,对社会中人的健康、生命、财产、经济及生活在短期和长期内造成重大损失。
灾害管理,是指实施有关灾害预防、控制和灾后恢复的各项原则、规章与措施,使其有成效并符合法律。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງໄພພິບັດ
ໄພພິບັດ ແມ່ນ ເຫດການທີເປັນອັນຕະລາຍຮ້າຍແຮງທີເກີດຂຶນຈາກທຳມະຊາດ ແລະ/ຫຼື ມະນຸດສ້າງຂຶ້ນ ຊຶ່ງ
ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງຄົມ
ທັງໃນ ໄລຍະສັນ ແລະ ໄລຍະຍາວ.
ການຄຸ້ມຄອງໄພພິບັດ ແມ່ນ ການຈັດຕັ້ງປະຕິບັດບັນດາ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ
ການປ້ອງກັນ, ການຄວບຄຸມ ແລະ ການຟືນຟູຫຼັງໄພພິບັດ ໃຫ້ມີປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ.
第3条
第3条 术语解释
本法所使用的术语含义如下:
1. 自然灾害,是指自然界的事件、现象和变化,主要包括洪灾、旱灾、风暴、寒灾、地震、滑坡、虫害、疫情;
2. 人为灾害,是指因人类行为而引发的环境方面的紧急事件和危险,主要包括火灾、森林火灾蔓延、粉尘、放射性物质、化学品泄漏、未爆遗留爆炸物、意外事故;
3. 危险事件,是指对某一区域造成破坏或重大损失的现象或情形;
4. 严重灾害,是指发生于某一区域、对健康、生命、财产、经济社会和环境造成损失,超出省级行政当局应对能力的灾害;
5. 灾害风险,是指由自然和/或人为因素可能发生的、将造成损失的事件的可能性;
6. 原始数据,是指通过普查和行政报告获得、尚未经过分析、研究和核实的数据、数据库或数字。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ ໃນກົດໝາຍສະບັບນີ ມີຄວາມໝາຍ ດັງນີ:
1. ໄພພິບັດທຳມະຊາດ ໝາຍເຖິງ ເຫດການ, ປາກົດການ ແລະ ການປ່ຽນແປງທາງທຳມະຊາດ ເປັນຕົນ ໄພ
ນຳຖ້ວມ, ໄພແຫ້ງແລ້ງ, ພາຍຸ, ໄພຫາວ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕູພຶດ, ພະຍາດລະບາດ:
2. ໄພພິບັດທີມະນຸດສ້າງຂຶນ ໝາຍເຖິງ ເຫດການສຸກເສີນ ແລະ ອັນຕະລາຍ ທາງດ້ານສິງແວດລ້ອມ ເນືອງ
ຈາກການກະທຳຂອງມະນຸດ ເປັນຕົນ ອັກຄີໄພ, ໄຟໄໝ້ລາມປ່າ, ຝຸ່ນລະອອງ, ກຳມັນຕະພາບລັງສີ, ສານເຄມີຮົ່ວໄຫຼ,
ລະເບີດຕົກຄ້າງທີບໍ່ທັນແຕກ, ອຸບປະຕິໄພ;
3. ເຫດການທີ່ເປັນອັນຕະລາຍ ໝາຍເຖິງ ປາກົດການ ຫຼື ສະຖານະການໃດຫ່່ງ ທີ່ມີການທຳລາຍ ຫຼື ສ້າງ
ຄວາມເສຍຫາຍຢ່າງຫຼວງຫຼາຍ;
4. ໄພພິບັດຮ້າຍແຮງ ໝາຍເຖິງ ໄພພິບັດທີ່ເກີດຂຶ້ນຢູ່ພື້ນທີ່ໃດຫຶ່ງ ທີ່ສ້າງຄວາມເສຍຫາຍຕໍ່ ສຸຂະພາບ, ຊີວິດ,
ຊັບສິນ, ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເກີນຄວາມສາມາດຮັບມືຂອງອົງການບົກຄອງຂັ້ນແຂວງ;
5. ຄວາມສ່ຽງໄພພິບັດ ໝາຍເຖິງ ຄວາມເປັນໄປໄດ້ຂອງເຫດການທີ່ອາດເກີດຂຶ້ນ ຈາກທຳມະຊາດ ແລະ/ຫຼື
ມະນຸດສ້າງຂຶ້ນ ທີ່ຈະພາໃຫ້ເກີດຄວາມເສຍຫາຍ;
6. ຂໍ້ມູນດິບ ໝາຍເຖິງ ຂໍ້ມູນ ແລະ ຖານຂໍ້ມູນ ຫຼື ຕົວເລກ ທີ່ໄດ້ມາຈາກການສຳຫຼວດ ແລະ ການລາຍງານບໍ່
ລິຫານ ທີ່ຍັງບໍ່ທັນຜ່ານການ ວິເຄາະ, ວິໄຈ ແລະ ພິສຸດ.
第4条
第4条 国家关于灾害管理工作的政策
国家重视灾害管理工作,通过制定战略、措施、行动计划、项目,开展教育培训、树立意识、配备人力、提供信息资讯、预算、设备、车辆,并动员援助,使相关组织能够高效且有成效地开展工作,保障安宁、安全,减轻对公民的生命、健康、财产、权利及合法利益的风险。
国家鼓励、动员国内外的个人、法人和组织,在资金、技术专业、设备、车辆、各类物资、人力和智力等方面参与灾害管理。
国家注重发展人力资源、建设基础设施、研究和转让科学,运用现代且环保的技术,同时运用地方智慧于灾害管理工作。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຄຸ້ມຄອງໄພພິບັດ
ລັດ ຖືສຳຄັນວຽກງານຄຸ້ມຄອງໄພພິບັດ ດ້ວຍການວາງ ຍຸດທະສາດ, ມາດຕະການ, ແຜນດຳເນີນງານ, ໂຄງການ,
ສຶກສາອົບຮົມ, ສ້າງຈິດສຳນຶກ, ປະກອບບຸກຄະລາກອນ, ສະໜອງຂໍ້ມູນ ຂ່າວສານ, ງົບປະມານ, ອຸປະກອນ, ພາຫະນະ
ແລະ ລະດົມການຊ່ວຍເຫຼືອ ເພື່ອໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ເຄືອນໄຫວວຽກງານ ຢ່າງມີປະສິດພາບ ແລະ ປະສິດທິ
ຜົນ, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຫຼຸດຜ່ອນຄວາມສ່ຽງຕໍ່ ຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະ
ໂຫຍດອັນຊອບທຳຂອງພົນລະເມືອງ.
ລັດ ຊຸກຍູ້ ປຸກລະດົມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ
ດ້ານທຶນຮອນ, ເຕັກນິກວິຊາການ, ອຸປະກອນ, ພາຫະນະ, ວັດຖຸປັດໄຈຕ່າງໆ, ເຫືອແຮງ ແລະ ສະຕິປັນຍາ ເຂົ້າໃນ
ການຄຸ້ມຄອງໄພພິບັດ.
ລັດ ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ກໍ່ສ້າງໂຄງລ່າງພື້ນຖານ, ຄົ້ນຄວ້າ ແລະ ຖ່າຍທອດວິທະຍາສາດ,
ນຳໃຊ້ເດັກໂນໂລຊີທີ່ທັນສະໄໜ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມທັງນໍຳໃຊ້ພູມປັ້ນຍາທ້ອງຖິ່ນ ເຂົ້າໃນການຄຸ້ມຄອງ
ໄພພິບັດ.
第5条
第5条 关于灾害管理工作的原则
灾害管理工作应遵循以下原则:
1. 符合方针政策、宪法、法律、战略及国家经济社会发展计划、国防与安全工作、老挝人民民主共和国作为缔约方的国际公约和协定;
2. 以灾害预防为主要工作,以控制和恢复为重要工作;
3. 保障平等、公正、透明、公开和可核查;
4. 保障气象、水文、环境信息、风险信息及其他有关灾害的信息资讯提供得清晰、连续、快速和及时;
5. 保障社会各方的参与以及部委、机关和地方行政当局之间的协调配合。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການກ່ຽວກັບວຽກງານຄຸ້ມຄອງໄພພິບັດ
ວຽກງານຄຸ້ມຄອງໄພພິບັດ ໃຫ້ປະຕິບັດຕາມຫຼັກການ ຕັ້ງນີ້:
1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ລັດຖະທຳມະນຸນ, ກົດໝາຍ, ຍຸດທະສາດ ແລະ ແຜນພັດທະນາ
ເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ-ບ້ອງກັນຄວາມສະຫງົບ, ສົນທິສັນຍາ ແລະ ສັນຍາສາກົນ ທີ່
ສປປ ລາວ ເປັນພາຄີ;
2. ຖືເອົາການປ້ອງກັນໄພພິບັດ ເປັນວຽກງານຕົ້ນຕໍ່, ເອົາການຄວບຄູມ ແລະ ການຟື້ນຟູ ເປັນວຽກງານສຳ
ຄັນ;
3. ຮັບປະກັນ ຄວາມສະເໜີພາບ, ຍຸຕິທຳ, ໂປ່ງໃສ, ເປີດເຜີຍ ແລະ ສາມາດກວດສອບໄດ້;
4. ຮັບປະກັນ ການສະໜອງຂໍ້ມູນ ຂ່າວສານ ດ້ານອຸຕຸນິຍົມ, ອຸທົກກະສາດ, ຂໍ້ມູນສິ່ງແວດລ້ອມ, ຂໍ້ມູນ
ຄວາມສ່ຽງ ແລະ ຂໍມູນອື່ນ ກ່ຽວກັບໄພພິບັດ ໃຫ້ມີຄວາມຊັດເຈນ, ຕໍ່ເນື່ອງ, ວ່ອງໄວ ແລະ ທັນການ;
5. ຮັບປະກັນ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ການປະສານສົມທົບ ລະຫວ່າງກະຊວງ,
ອົງການ ແລະ ອົງການປົກຄອງທ້ອງຖິ່ນ.
第6条
第6条 公民对灾害管理的义务
全体公民负有限制和遏制灾害的义务,通过跟踪、报告灾害风险情况,参与备灾、应对、减少损失、提供救济援助和灾后恢复,包括向灾害管理基金作出贡献以及参加意外事故和灾害保险。
ພາສາລາວ (老挝语原文)
ມາດຕາ 6 ພັນທະຂອງພົນລະເມືອງຕໍ່ການຄຸ້ມຄອງໄພພິບັດ
ພົນລະເມືອງທຸກຄົນ ມີພັນທະໃນການຈຳກັດ ແລະ ສະກັດກັນ ໄພພິບັດ ດ້ວຍການຕິດຕາມ, ລາຍງານສະ
ພາບຄວາມສ່ຽງໄພພິບັດ, ມິສ່ວນຮ່ວມ ໃນການກຽມພ້ອມ, ຕອບໂຕ້, ຫຼຸດຜ່ອນຄວາມເສຍຫາຍ, ໃຫ້ການຊ່ວຍເຫຼືອ
ບັນເທົາທຸກ ແລະ ການຟື້ນຟູຫຼັງໄພພິບັດ ລວມທັງການປະກອບສ່ວນເຂົ້າໃນກອງທຶນຄຸ້ມຄອງໄພພິບັດ ແລະ ຊື່ປະກັນ
ໄຟອຸບັດຕິໄພ ແລະ ໄພພິບັດ.
第7条
第7条 法律适用范围
本法适用于在老挝人民民主共和国境内与灾害管理工作相关的国内外个人、法人和组织。
ພາສາລາວ (老挝语原文)
ມາດຕາ 7 ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວ
ຂ້ອງກັບວຽກງານຄຸ້ມຄອງໄພພິບັດ ຢູ່ ສປປ ລາວ.
第8条
第8条 国际合作
国家促进与外国、区域和国际在灾害管理工作方面的联系与合作,通过交流经验、信息资讯、科学研究、技术以及人力资源开发,主要包括培训、紧急救援演练,履行老挝人民民主共和国作为缔约方的国际公约和协定。
ພາສາລາວ (老挝语原文)
ມາດຕາ 8 ການຮ່ວມມືສາກົນ
ລັດ ສົງເສີມການພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງໄພ
ພິບັດ ດ້ວຍການແລກປ່ຽນ ບົດຮຽນ, ຂໍມູນ ຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາ
ຊັບພະຍາກອນມະນຸດ ເປັນຕົນ ການຝຶກອົບຮົມ, ການຝຶກຊ້ອມໃນການຊ່ວຍເຫຼືອສຸກເສີນ, ການປະຕິບັດສົນທິສັນ
ຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ພາກທີ |!
ການປ້ອງກັນ, ການຄວບຄຸມ ແລະ ການຟືນຟູ
ໆນວດທີ 1
ການປ້ອງກັນໄພພິບັດ
第9条
第9条 灾害预防
灾害预防,是指制定计划、措施以遏制和减轻灾害风险,应实施如下:
1. 收集数据并登记风险区;
2. 划定风险区;
3. 编制风险地图;
4. 建立有关风险的信息资讯系统;
5. 获取和使用信息资讯;
6. 评估风险;
7. 减少风险;
8. 做好应对灾害事件的准备;
9. 提前预警;
10. 发布迁移公告。
ພາສາລາວ (老挝语原文)
ມາດຕາ 9 ການປ້ອງກັນໄພພິບັດ
ການປ້ອງກັນໄພພິບັດ ແມ່ນ ການກຳນົດແຜນການ, ມາດຕະການ ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນ ຄວາມສ່ຽງ
ຈາກໄພພິບັດ ຊຶ່ງຕ້ອງປະຕິບັດ ດັ່ງນີ:
1. ການເກັບກຳຂໍ້ມູນ ແລະ ການຂຶ້ນບັນຊີເຂດຄວາມສ່ຽງ:
2. ການກຳນົດເຂດຄວາມສ່ຽງ;
3. ການສ້າງແຜນທີ່ຄວາມສ່ຽງ;
4. ການສ້າງລະບົບຂໍ້ມູນ ຂ່າວສານກ່ຽວກັບຄວາມສ່ຽງ;
5. ການເຂົາເຖິງ ແລະ ການນຳໃຊ້ຂໍ້ມູນ ຂ່າວສານ;
6. ການປະເມີນຄວາມສ່ຽງ;
7. ການຫຼຸດຜອນຄວາມສ່ຽງ;
ອ. ການກຽມຄວາມພ້ອມຕອບໂຕ້ເຫດການໄພພິບັດ;
9. ການເຕືອນໄພລ່ວງຫຼ້າ;
10. ການປະກາດການຍົກຍ້າຍ.
第10条
第10条 收集数据并登记风险区
收集数据并登记灾害风险区,是指汇总、评估、研究数据并记录有灾害风险的区域,建立模型、进行前瞻预测、登记资源,包括信息资讯交换机制、灾害损失、对灾害管理工作的投入等。
本部门相关行业为对其职责范围内的灾害风险区进行数据收集和登记的实施者,并向本级灾害管理委员会报告。
ພາສາລາວ (老挝语原文)
ມາດຕາ 10 ການເກັບກຳຂໍ້ມູນ ແລະ ການຂຶ້ນບັນຊີເຂດຄວາມສ່ຽງ
ການເກັບກຳຂໍ້ມູນ ແລະ ການຂຶ້ນບັນຊີເຂດຄວາມສ່ຽງໄພພິບັດ ແມ່ນ ການສັງລວມ, ປະເມີນ, ວິໄຈຂໍ້ມູນ ແລະ
ບັນທຶກເຂດທີ່ມີຄວາມສ່ຽງໄພພິບັດ, ສ້າງຕົວແບບຈຳລອງ, ການຄາດຄະເນຕໍ່ຫ້າ, ການຂຶ້ນບັນຊີຊັບພະຍາກອນ ລວມທັງ
ກົນໄກແລກປ່ຽນຂໍ້ມູນ ຂ່າວສານ, ຄວາມເສຍຫາຍຈາກໄພພິບັດ, ການລົງທຶນເຂົ້າໃນວຽກງານຄຸ້ມຄອງໄພພິບັດ.
ຂະແໜງການຂອງຕົນທີ່ກ່ຽວຂ້ອງ ເປັນຜູ້ດຳເນີນການເກັບກຳຂໍ້ມູນ ແລະ ຂຶ້ນບັນຊີເຂດຄວາມສ່ຽງໄພພິບັດ
ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນແລ້ວ ລາຍງານຕໍ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນຂອງຕົນ.
第11条
第11条 划定风险区
各级相关灾害管理委员会负责研究、审议灾害的特征、地貌特点和严重程度,以划定为灾害风险区,作为编制灾害管理规划的基础,包括城镇布局规划、土地利用计划、住所与职业安置、基础设施建设和发展项目的规划,以保障免受灾害的安全。
ພາສາລາວ (老挝语原文)
ມາດຕາ 11 ການກຳນົດເຂດຄວາມສ່ຽງ
ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນທີ່ກ່ຽວຂ້ອງ ເປັນຜູ້ຄົ້ນຄວ້າ ພິຈາລະນາກ່ຽວກັບ ລັກສະນະ, ຈຸດ
ພິເສດທາງພູມສັນຖານ ແລະ ລະດັບຄວາມຮຸນແຮງຂອງໄພພິບັດ ເພື່ອກຳນົດເປັນເຂດຄວາມສ່ຽງໄພພິບັດ ເປັນພື້ນ
ຖານໃຫ້ແກ່ການວາງແຜນຄຸ້ມຄອງໄພພິບັດ ລວມທັງການວາງແຜນຜັ້ງຕົວເມືອງ, ເເງນການນຳໃຊ້ທີ່ດິນ, ການຈັດສັນ
ພູມລຳເນົາ ແລະ ອາຊີບ, ການກໍ່ສ້າງໂຄງລ່າງພືນຖານ ແລະ ໂຄງການພັດທະນາ ທີ່ຮັບປະກັນຄວາມປອດໄພຈາກໄພພິ
ບັດ.
第12条
第12条 编制风险地图
各级灾害管理委员会秘书处与相关行业、机关和地方行政当局协调配合,评估并编制灾害风险地图,使风险区内的群众加以警惕,避免在该处建村、建房、从事生产和开发项目,以免造成灾害损失。
ພາສາລາວ (老挝语原文)
ມາດຕາ 12 ການສ້າງແຜນທີ່ຄວາມສ່ຽງ
ກອງເລຂາຄະນະກຳມະການຄູ້ມຄອງໄພພິບັດແຕ່ລະຂັ້ນ ປະສານສົມທົບກັບ ຂະແໜງການ, ອົງການ ແລະ ອົງ
ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ປະເມີນ ແລະ ສ້າງແຜນທີ່ຄວາມສ່ຽງໄພພິບັດ ເພື່ອໃຫ້ປະຊາຊົນໃນເຂດທີ່ມີຄວາມ
ສ່ຽງເຝົ່າລະວັງ ແລະ ຫຼີກເວັນການຕັ້ງບ້ານ, ເຮືອນ, ການທຳການຜະລິດ ແລະ ການພັດທະນາໂຄງການ ຊຶ່ງຈະພາໃຫ້ເກີດ
ຄວາມເສຍຫາຍຈາກໄພພິບັດ.
本页展示前 12 条,全文共 70 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读