ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ)

林业法(修订版)

Foresty of Law ( Amended )

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການປົກປັກຮັກສາ, ການພັດທະນາ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນປ່າໄມ້ຢ່າງຍືນຍົງ, ກຳນົດການຈຳແນກປະເພດປ່າໄມ້ ແລະ ຄຳນິຍາມຂອງຄຳສັບຕ່າງໆ, ເພື່ອສົ່ງເສີມການພັດທະນາຂະແໜງປ່າໄມ້, ຮັກສາຄວາມສົມດຸນຂອງລະບົບນິເວດ, ແລະ ກຳນົດສິດ ແລະ ພັນທະຂອງບຸກຄົນທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ Article 1

ມາດຕາ 1 (ປັບປຸງ). ຈຸດປະສົງ
ກົດໝາຍວ່າດ້ວຍ ປ່າໄມ້ ສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການປົກປ້ອງ, ການພັດທະນາ, ການນຳໃຊ້ ແລະ ການກວດກາ ປ່າໄມ້ ແລະ ທີ່ດິນປ່າໄມ້, ສົ່ງເສີມ ການປູກຕົ້ນໄມ້, ຟື້ນຟູ ແລະ ເພີ່ມ ຊັບພະຍາກອນ ປ່າໄມ້; ແນໃສ່ ໃຫ້ ຊັບພະຍາກອນ ປ່າໄມ້ ອຸດົມສົມບູນ, ເພີ່ມ ເນື້ອທີ່ ປົກຫຸ້ມ ຂອງປ່າ, ເປັນ ແຫຼ່ງ ການທ່ອງທ່ຽວ ແລະ ການນຳໃຊ້ ແບບ ຍືນຍົງ ໃນ ການດຳລົງ ຊີວິດ ຂອງ ປະຊາຊົນ; ຮັບປະກັນ ການປົກປັກຮັກສາ ສິ່ງແວດລ້ອມ.

ມາດຕາ Article 2

ມາດຕາ 2 (ປັບປຸງ). ປ່າໄມ້
ປ່າໄມ້ ແມ່ນ ຊັບພະຍາກອນ ແຫ່ງຊາດ ທີ່ ປະເມີນ ຄ່າ ບໍ່ໄດ້ ທີ່ມີ ນິເວດ ເປັນ ເອກະລັກ, ປະກອບດ້ວຍ ຊີວະນາໆພັນ, ແຫຼ່ງນ້ຳ ແລະ ທີ່ດິນ ທີ່ມີ ຊະນິດ ຕົ້ນໄມ້ ຕ່າງໆ ຂຶ້ນ ຕາມ ທຳມະຊາດ ຫຼື ປູກ ໃນ ເນື້ອທີ່ ຢ່າງໜ້ອຍ ສູນ ຈຸດ ຫ້າ (0,5) ເຮັກຕາ ແລະ ມີ ການປົກຫຸ້ມ ຂອງ ຊັ້ນ ເທິງ ຢ່າງໜ້ອຍ ຊາວ ສ່ວນຮ້ອຍ (20%).

ມາດຕາ Article 3

ມາດຕາ 3 (ປັບປຸງ). ການອະທິບາຍ ຄຳສັບ
ຄຳສັບ ທີ່ ນຳໃຊ້ ໃນ ກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້: 1. ຊັບພະຍາກອນ ປ່າໄມ້ ໝາຍເຖິງ ສິ່ງ ທີ່ມີ ຊີວິດ ແລະ ບໍ່ມີ ຊີວິດ ປະກອບດ້ວຍ ດິນ, ພືດ, ຕົ້ນໄມ້, ນ້ຳ, ສັດນ້ຳ, ສັດປ່າ ແລະ ຊັບພະຍາກອນ ອື່ນ ທີ່ມີ ຢູ່ ໃນ ເຂດ ປ່າໄມ້; 2. ການຟື້ນຟູ ປ່າ ຕາມ ທຳມະຊາດ ແມ່ນ ການຟື້ນຕົວ ຂອງ ພືດພັນ ດ້ວຍ ເມັດ, ຮາກ ຫຼື ໜໍ່ ຂອງ ຊະນິດ ຕົ້ນໄມ້ ຕ່າງໆ ທີ່ ຂຶ້ນ ໃນ ປ່າ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 175 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ