ຄຳສັ່ງ ວ່າດ້ວຍ ການຊຳລະຄ່າທຳນຽມທາງ ປະຈຳປີ

关于缴纳年度道路规费的命令

Order on Payment of Annual Road Fees

ບົດສະຫຼຸບ

ຄຳສັ່ງຂອງເຈົ້າແຂວງອັດຕະປື ສະບັບເລກທີ 03/ຈຂ.ອປ (ປີ 2020), ເພື່ອຈັດຕັ້ງປະຕິບັດດຳລັດວ່າດ້ວຍຄ່າທຳນຽມທາງຫຼວງ ເລກທີ 001/ປປທ, ກຳນົດຊ່ອງທາງ, ໄລຍະເວລາ, ການລົງໂທດການລະເມີດ ແລະ ການແບ່ງບົດບາດຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ໃນການເກັບຄ່າທຳນຽມທາງຫຼວງປະຈຳປີຈາກຜູ້ໃຊ້ຍານພາຫະນະທຸກປະເພດໃນທົ່ວແຂວງ.

ມາດຕາ

ມາດຕາ 1

ເຖິງ: ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ເຈົ້າເມືອງທັງຫ້າເມືອງ, ຫົວໜ້າບັນດາກົມ, ອົງການທຽບເທົ່າ, ແລະ ບຸກຄົນ, ນິຕິບຸກຄົນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ທີ່ນຳໃຊ້ພາຫະນະຈັກກົນທຸກປະເພດໃນທົ່ວແຂວງ. ອີງຕາມມາດຕາ 20 (ສະບັບປັບປຸງ) ພາກທີ 4 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ອີງຕາມດຳລັດວ່າດ້ວຍຄ່າທຳນຽມທາງຫຼວງ ສະບັບເລກທີ 001/ປປທ ຂອງປະທານປະເທດ ລົງວັນທີ 20 ກັນຍາ 2017; ອີງຕາມຄຳແນະນຳການຈັດຕັ້ງປະຕິບັດດຳລັດວ່າດ້ວຍຄ່າທຳນຽມທາງຫຼວງ ສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017; ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1857/ຫສນຍ ລົງວັນທີ 6 ສິງຫາ 2020 ກ່ຽວກັບການຈັດຕັ້ງປະຕິບັດການຊຳລະຄ່າທຳນຽມທາງຫຼວງ. ເພື່ອຈັດຕັ້ງປະຕິບັດດຳລັດວ່າດ້ວຍຄ່າທຳນຽມທາງຫຼວງ ສະບັບເລກທີ 001/ປປທ ຂອງປະທານປະເທດ ລົງວັນທີ 20 ກັນຍາ 2017 ແລະ ບັນດາລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຊຳລະຄ່າທຳນຽມທາງຫຼວງ ໃຫ້ເປັນເອກະພາບໃນທົ່ວປະເທດ, ໂດຍສະເພາະໃນແຂວງອັດຕະປືຂອງພວກເຮົາ, ອັນຈະເປັນການຊຸກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ, ບັນດາອົງການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າທີ່ນຳໃຊ້ພາຫະນະຈັກກົນ ເຂົ້າສູ່ກອບກົດໝາຍ ແລະ ຕັ້ງໜ້າປະຕິບັດພັນທະ, ມຸ່ງໄປສູ່ການບຸກທະລຸດ້ານລາຍຮັບ ໂດຍອີງໃສ່ຄວາມຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ. ເຈົ້າແຂວງ ຈຶ່ງອອກຄຳສັ່ງດັ່ງນີ້.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ