ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຈັດງານແຕ່ງດອງ, ງານບາສີສູ່ຂວັນ, ງານລ້ຽງ ແລະ ງານບຸນປະເພນີຕ່າງໆ ຢູ່ແຂວງຫົວພັນ
关于管理华潘省婚礼、拴线祝福仪式、宴会及各类传统节庆活动的决定
Decision on Managing Weddings, Baci Ceremonies, Banquets, and Traditional Festivals in Huaphan Province
ບົດສະຫຼຸບ
ທ່ານເຈົ້າແຂວງຫົວພັນ ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ເປັນຕົ້ນ ໄດ້ກຳນົດຂໍ້ຕົກລົງສະບັບນີ້ຂຶ້ນ ເພື່ອຄຸ້ມຄອງການຈັດງານແຕ່ງງານ ພິທີມັດແຂນ ງານລ້ຽງ ແລະ ບັນດາງານບຸນປະເພນີຕ່າງໆ ທີ່ຈັດຂຶ້ນໃນແຂວງຫົວພັນ ໂດຍມີຈຸດປະສົງເພື່ອສົ່ງເສີມການປະຢັດ ຕ້ານການຟຸມເຟືອຍ ປົກປັກຮັກສາມູນມໍລະດົກອັນດີງາມຂອງຊາດ ຮັກສາຄວາມສະຫງົບທ້ອງຖິ່ນ ແລະ ລະບຽບສັງຄົມ ເນື້ອໃນທັງໝົດມີສີ່ສິບສີ່ມາດຕາ
ມາດຕາ
ມາດຕາ 1
ຈຸດປະສົງ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງງານແຕ່ງດອງ, ງານບາສີສູ່ຂວັນ, ງານລ້ຽງ ແລະ ງານບຸນປະເພນີຕ່າງໆຢູ່ພາຍໃນແຂວງຫົວພັນ, ແນໃສ່ເຮັດໃຫ້ການໃຊ້ຈ່າຍແບບປະຢັດມັດທະຍັດ, ຕ້ານການຟູມເຟືອຍ ຮັບປະກັນທາງດ້ານຊີວິດ, ສຸຂະພາບ, ປົກປັກຮັກສາຮີດຄອງປະເພນີອັນດີງາມທີ່ເປັນມູນເຊື້ອ ຂອງຊາດ, ບັນດາເຜົ່າ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທ້ອງຖິ່ນແຂວງຫົວພັນ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ.
ມາດຕາ 2
ການຄຸ້ມຄອງການຈັດງານແຕ່ງດອງ, ງານບາສີສູ່ຂວັນ, ງານລ້ຽງ ແລະ ງານບຸນປະເພນີຕ່າງໆ ການຄຸ້ມຄອງການຈັດງານແຕ່ງດອງ, ງານບາສີສູ່ຂວັນ, ງານລ້ຽງ ແລະ ງານບຸນປະເພນີຕ່າງໆແມ່ນການກຳນົດ ຮູບແບບ, ວິທີການ ແລະ ມາດຕະການໃນການຈັດງານປະເພດຕ່າງໆ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ຮັບປະກັບການປະຫຍັດມັດທະຍັດ ແລະ ຕ້ານການຟູມເຟືອຍ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 44 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ