ຂໍ້ຕົກລົງ ວ່າດ້ວຍການຮັບຮອງລາຄາຫົວໜ່ວຍທົດແທນຄ່າເສຍຫາຍຊັບສິນ ຂອງປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າຫ້ວຍປາຫຼາຍ, ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ

关于核定对受华巴拉水电站工程项目(占巴塞省巴坚乍伦速县及巴松县)影响的群众财产损失补偿单价的决定

Decision on Approving Compensation Rates for Property Losses of People Affected by the Huabala Hydropower Project (Pathoumphone and Bachiengchaleunsouk Districts, Champasak Province)

ບົດສະຫຼຸບ

ຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ສະບັບເລກທີ _/ຈຂ.ຈສ (ປີ 2020), ອະນຸມັດຫຼັກການ, ນະໂຍບາຍ ແລະ ອັດຕາຄ່າຊົດເຊີຍຄວາມເສຍຫາຍຕໍ່ຊັບສິນ (ທີ່ດິນ, ສິ່ງກໍ່ສ້າງ, ຕົ້ນໄມ້, ພືດຜົນ ແລະ ອື່ນໆ) ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫ້ວຍປາຫຼາຍ ຢູ່ເມືອງປາກຈັນເຈີນສຸກ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ, ຮັບປະກັນໃຫ້ຜູ້ໄດ້ຮັບຜົນກະທົບໄດ້ຮັບການຊົດເຊີຍ ແລະ ການຕັ້ງຖິ່ນຖານໃໝ່ທີ່ບໍ່ຕ່ຳກວ່າສະພາບເດີມ ຫຼື ດີກວ່າ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການກ່ຽວກັບລາຄາຫົວຫວຍທົດແທນຄ່າເສຍຫາຍຊັບສິນ ຂອງ ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າຫ້ວຍປາຫຼາຍ, ເມືອງບາຈຽງຈະເລີນສຸກ ແລະ ເມືອງ ປາກຊ່ອງ ແຂວງຈຳປາສັກ ແນໃສ່ປຸກລະດົມປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການດັ່ງກ່າວ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງລັດຖະບານ ໃນການພັດທະນາ, ມີຄວາມຈິງໃຈ ປະກອບສ່ວນສ້າງສາພັດທະນາ ເພື່ອຮັບປະກັນໃຫ້ຜູ້ຖືກຜົນກະທົບ ໄດ້ຮັບການທົດແທນຄ່າເສຍຫາຍ, ການຈັດສັນ-ຍົກຍ້າຍ, ປັບປຸງຊີວິດການ ເປັນຢູ່ ໃຫ້ດີຂຶ້ນກວ່າເກົ່າ ຫຼື ບໍ່ຫຼຸດເກົ່າ ຢ່າງສົມເຫດສົມຜົນ ແລະ ສອດຄ່ອງຕາມດຳລັດ ສະບັບເລກທີ 84/ລບ, ລົງວັນທີ 05 ເມສາ 2016 ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍ-ຈັດສັນປະຊາຊົນ ຈາກໂຄງການ ພັດທະນາ ທີ່ກຳນົດໄວ້. (3 1 ມາດຕາ ຂ ລາຄາຫົວຫ່ວຍທົດແທນຄ່າເສຍຫາຍຊັບສິນ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍຊັບສິນ ແມ່ນ ລາຄາ ຫຼື ມູນຄ່າຂອງຊັບສິນທີ່ເປັນທີ່ດິນ, ສິ່ງປຸກສ້າງ, ຕົ້ນໄມ້, ຜົນລະປູກ ແລະ ຊັບສິນອືນໆ ທີ່ໄດ້ຕັ້ງລາຄາໄວ້ຕາມລະບຽບການສະເພາະເບື້ອງຕົ້ນ, ການກຳນົດໂດຍມີ ການຄິດໄລ່ລາຄາມູນຄ່າວັດຖຸດັ່ງກ່າວ ໃນໄລຍະເສດຖະກິດປັດຈຸບັນ ແລະ ການຕົກລົງເຫັນດີເປັນເອກະພາບກັນ ລະຫວ່າງ ຄະນະກຳມະການຮັບຜິດຊອບການທົດແທນຄ່າເສຍຫາຍ, ເຈົ້າຂອງໂຄງການ ແລະ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົນກະທົບຈາກໂຄງການ ເອົາມາເປັນລາຄາມູນຄ່າຫົວຫພວຍທົດແທນ ໃນແຕ່ລະປະເພດຜົນກະທົບ ຂອງ ໂຄງການນັ້ນໆ. ການທົດແທນຄ່າເສຍຫາຍ ແມ່ນ ການທົດແທນເປັນທີ່ດິນ, ວັດຖຸ ຫຼື ເປັນເງິນ, ສຳລັບທີ່ດິນສິ່ງປຸກສ້າງ, ຜົນລະປູກ, ສັດລ້ຽງ ແລະ ລາຍຮັບ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ດ້ວຍມູນຄ່າປຽນແທນ ຊຶ່ງແມ່ນ ການກຳນົດບັນດາເງືອນໄຂ, ຮູບການ, ວິທີການ ແລະນະໂຍບາຍຕ່າງໆໃຫ້ສອດຄ່ອງກັບນະໂຍບາຍ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດຖະບານ, ຂອງໂຄງການພັດທະນາໃດຫຶ່ງ ແລະການມີສ່ວນຮ່ວມຂອງມວນຊົນໃນການ ກຳນົດ, ຕີລາຄາມຸນຄ່າການທົດແທນຕ່າງໆ ຂອງໂຄງການ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ