ກົດໝາຍ ວ່າດ້ວຍເອກະສານ

档案法

Archives Law

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ລະບຽບການຄຸ້ມຄອງເອກະສານ, ນຳໃຊ້ກັບການເກັບກຳ, ຈັດລຽງ, ເກັບຮັກສາ ແລະ ນຳໃຊ້ເອກະສານປະເພດຕ່າງໆ ທີ່ເກີດຂຶ້ນໃນການເຄື່ອນໄຫວວຽກງານຂອງອົງການລັດ, ອົງການຈັດຕັ້ງ ແລະ ບຸກຄົນ. ກົດໝາຍສະບັບນີ້ກຳນົດອົງການຄຸ້ມຄອງວຽກງານເອກະສານ ແລະ ໜ້າທີ່ຂອງຕົນ, ກຳນົດລະບຽບການເປີດເຜີຍ ແລະ ຮັກສາຄວາມລັບຂອງເອກະສານ, ເພື່ອຮັບປະກັນຄວາມຄົບຖ້ວນ ແລະ ຄວາມປອດໄພຂອງເອກະສານ, ສົ່ງເສີມການນຳໃຊ້ຊັບພະຍາກອນເອກະສານຢ່າງມີເຫດຜົນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງ, ການຄຸ້ມຄອງ,
ການນຳໃຊ້, ການຕິດຕາມ ກວດກາ ວຽກງານເອກະສານ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ເປັນລະ
ບົບ, ມີປະສິດທິພາບ, ເປັນເອກະພາບ ແລະ ທັນສະໄໝ ແນໃສ່ປົກປັກຮັກສາ ແລະ ອະນຸລັກເອກະສານ ທີ່ມີ
ຄຸນຄ່າທາງດ້ານ ປະຫວັດສາດ, ວັດທະນະທຳ, ສັງຄົມ ແລະ ອື່ນໆ ປະກອບເປັນຂໍ້ມູນ ຂ່າວສານ ໃນການສຶກສາ
ຄົ້ນຄວ້າ ແລະ ເປັນຫຼັກຖານອ້າງອີງ.

ມາດຕາ ມາດຕາ 2

ມາດຕາ 2 ເອກະສານ
ເອກະສານ ແມ່ນ ຂໍ້ມູນ ຂ່າວສານ ທີ່ບັນທຶກໃສ່ວັດຖຸທີ່ແຕກຕ່າງກັນດ້ວຍຫຼາຍຮູບແບບ ເຊັ່ນ ເປັນລາຍ
ລັກອັກສອນ, ພາບ, ສຽງ ທີ່ສ່ອງແສງເຖິງເຫດການ ແລະ ປາກົດການໃດໜຶ່ງ, ສ້າງຂຶ້ນໃນຂະບວນການເຄື່ອນ
ໄຫວຂອງອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ,
ອົງການຈັດຕັ້ງສັງຄົມ, ນິຕິບຸກຄົນ ແລະ ບຸກຄົນ ເພື່ອເປັນເຄື່ອງມື ແລະ ພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມ
ຄອງເສດຖະກິດ-ສັງຄົມ ແລະ ຕິດຕໍ່ພົວພັນຊຶ່ງກັນ ແລະ ກັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 100 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ