ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລະຫັດຊື່ອິນເຕີເນັດ
关于互联网域名管理与使用的协议
Agreement on Management and Use of Internet Domain Names
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ອອກໂດຍກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ແຫ່ງ ສປປ ລາວ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ດຳເນີນທຸລະກິດ, ຈົດທະບຽນ ແລະ ນຳໃຊ້ຊື່ໂດເມນລະດັບສູງສຸດຂອງຊາດ ແລະ ຊື່ໂດເມນອື່ນໆທີ່ໃຫ້ບໍລິການຢູ່ພາຍໃນປະເທດ, ກວມເອົາການຈົດທະບຽນ ແລະ ນຳໃຊ້ຊື່ໂດເມນລາວ ແລະ ສາກົນ, ໃບອະນຸຍາດດຳເນີນທຸລະກິດຂອງຜູ້ຈົດທະບຽນ, ສິດ ແລະ ໜ້າທີ່ຂອງທຸກພາກສ່ວນ, ຄ່າທຳນຽມ, ການກະທຳທີ່ຖືກຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ຕິດຕາມ, ພ້ອມທັງມາດຕະການລາງວັນ ແລະ ໂທດ.
ມາດຕາ
ມາດຕາ 1
ການສົ່ງຄືນການນຳໃຊ້ລະຫັດຊື່ອິນເຕີເນັດລາວ ການສົ່ງຄືນລະຫັດຊື່ອິນເຕີເນັດລາວ ມີກໍລະນີ ດັ່ງນີ້: 1. ເຈົ້າຂອງລະຫັດຊື່ອິນເຕີເນັດ ສະເໜີສົ່ງຄືນ; 2. ເຈົ້າຂອງລະຫັດຊື່ອິນເຕີເນັດ ປ່ອຍໃຫ້ລະຫັດຊື່ອິນເຕີເນັດໝົດອາຍຸການນຳໃຊ້; 3. ບໍ່ຊຳລະຄ່າໃຊ້ບໍລິການ ເພື່ອຕໍ່ອາຍຸການໃຊ້ບໍລິການ ຕາມລະບຽບການ. ລະຫັດຊື່ອິນເຕີເນັດລາວ ທີ່ໝົດອາຍຸການນຳໃຊ້ ແລະ ບໍ່ຊຳລະຄ່າບໍລິການ ຈະຖືວ່າບໍ່ມີຄວາມປະສົງຕ້ອງການ ນຳໃຊ້ອີກຕໍ່ໄປ ແລະ ຖືເປັນການສະເໜີຂໍສົ່ງຄືນ. ການສົ່ງຄືນທຸກກໍລະນີລະຫັດຊື່ອິນເຕີເນັດ ຈະຜ່ານບັນດາຂັ້ນຕອນທີ່ກຳນົດໄວ້ ແລະ ຈະກັບໄປສູ່ສະພາບ ປົກກະຕິ ເພື່ອໃຫ້ຜູ້ອື່ນສາມາດຈົດທະບຽນນຳໃຊ້ ຕໍ່ໄປໄດ້.
ມາດຕາ 2
ລະຫັດຊືອິນເຕີເນັດ ລະຫັດຊືອິນເຕີເນັດ ແມ່ນຊືທີ່ຖືກນຳໃຊ້ ເພືອລະບຸແທນທີຢູ່ຂອງເລກບນາຍອິນເຕີເນັດ ([>) ຂອງເຄື່ອງແມ່ຂ່າຍ ເທິງລະບົບອິນເຕີເນັດ ຊຶງຖືກກຳນົດຕາມລຳດັບໂດຍຂັນດ້ວຍເຄືອງບນາຍຈຳເມັດ “.” ເພືອໃຫ້ສາມາດຈົດຈຳໄດ້ງຳຍ. ການຄຸ້ມຄອງລະຫັດຊືອິນເຕີເນັດ ແມ່ນການຕິດຕາມ, ກວດກາ, ອະນຸຍາດໃຫ້ບໍລິການ ແລະ ນຳໃຊ້ ລະຫັດຊືຶ ອິນເຕີເນັດ. 1
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 44 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ