ຄຳສັ່ງແນະນຳ ວ່າດ້ວຍການຢຸດຕິການນຳເຂົ້າ, ຜະລິດ, ແຈກຢາຍ, ບໍລິການ ແລະ ນຳໃຊ້ຜະລິດຕະພັນທີ່ມີສານບາຫຼອດ

卫生部关于停止进口、生产、分销、提供及使用含汞产品的命令指导

Order of the Ministry of Health on Ceasing Import, Production, Distribution, Supply, and Use of Mercury-Containing Products

ບົດສະຫຼຸບ

ກະຊວງສາທາລະນະສຸກ ເພື່ອປະຕິບັດມາດຕາ 19 ຂອງກົດໝາຍວ່າດ້ວຍສຸຂານາໄມ, ການປ້ອງກັນພະຍາດ ແລະ ການສົ່ງເສີມສຸຂະພາບ ແລະ ສົນທິສັນຍາມິນາມາຕ່າວ່າດ້ວຍທາດບາຫຼອດ, ໄດ້ຢຸດຕິການນຳເຂົ້າ, ຜະລິດ, ຈຳໜ່າຍ, ສະໜອງ ແລະ ນຳໃຊ້ອຸປະກອນການແພດ, ວັດສະດຸອຸດແຂ້ວ, ຢາຂ້າເຊື້ອ ແລະ ເຄື່ອງສຳອາງທີ່ມີທາດບາຫຼອດໃນຂະແໜງສາທາລະນະສຸກທົ່ວປະເທດກ່ອນທ້າຍປີ 2020, ພ້ອມທັງກຳນົດມາດຕະການກວດນັບ, ລາຍງານ, ທຳລາຍຢ່າງປອດໄພ, ຊື້ທົດແທນ, ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ອື່ນໆ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ກະຊວງສາທາລະນະສຸກ, ເລກທີ (ເລກທີ)/ສສ, ນະຄອນຫຼວງວຽງຈັນ, ວັນທີ 2020 (ເດືອນ ວັນ). ຄຳສັ່ງແນະນຳ: ກ່ຽວກັບການຢຸດຕິການນຳເຂົ້າ, ຜະລິດ, ຈຳໜ່າຍ, ສະໜອງ ແລະ ນຳໃຊ້ຜະລິດຕະພັນທີ່ມີສານບາຫຼອດ. ເຖິງ: ຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະບໍລິຫານໂຮງໝໍສູນກາງ ແລະ ແຂວງ/ເມືອງ, ຫ້ອງການສາທາລະນະສຸກແຂວງ/ນະຄອນຫຼວງວຽງຈັນ, ຫ້ອງການສາທາລະນະສຸກເມືອງ/ນະຄອນ ແລະ ສະຖານທີ່ບໍລິການສາທາລະນະສຸກພາກລັດ ແລະ ເອກະຊົນ ທົ່ວປະເທດ. ເລື່ອງ: ກ່ຽວກັບການຢຸດຕິການນຳເຂົ້າ, ຜະລິດ, ຈຳໜ່າຍ, ສະໜອງ ແລະ ນຳໃຊ້ຜະລິດຕະພັນທີ່ມີສານບາຫຼອດ ໃນຂົງເຂດສາທາລະນະສຸກພາກລັດ ແລະ ເອກະຊົນ ທົ່ວປະເທດ. ອີງຕາມ ກົດໝາຍວ່າດ້ວຍສຸຂະອະນາໄມ, ການປ້ອງກັນພະຍາດ ແລະ ການສົ່ງເສີມສຸຂະພາບ ສະບັບເລກທີ 08/ສພຊ ລົງວັນທີ 21 ທັນວາ 2011; ອີງຕາມ ສົນທິສັນຍາມິນາມາຕະ ວ່າດ້ວຍສານບາຫຼອດ ທີ່ໄດ້ຮັບຮອງເອົາໃນວັນທີ 12 ກັນຍາ 2017. ເພື່ອຈັດຕັ້ງປະຕິບັດ ແລະ ເຊື່ອມຊຶມ ເນື້ອໃນມາດຕາ 19 ວ່າດ້ວຍສຸຂະອະນາໄມສະຖານທີ່ບໍລິການສາທາລະນະສຸກ ຂອງກົດໝາຍວ່າດ້ວຍສຸຂະອະນາໄມ, ການປ້ອງກັນພະຍາດ ແລະ ການສົ່ງເສີມສຸຂະພາບ, ແລະ ສົນທິສັນຍາມິນາມາຕະ ວ່າດ້ວຍສານບາຫຼອດ ລົງວັນທີ 12 ກັນຍາ 2017, ເພື່ອປົກປ້ອງສຸຂະພາບມະນຸດ ແລະ ສິ່ງແວດລ້ອມ ຈາກການປ່ອຍສານບາຫຼອດ ແລະ ສານປະກອບທີ່ມີສານບາຫຼອດ ທີ່ເກີດຈາກກິດຈະກຳຂອງມະນຸດ, ແລະ ເພື່ອຢຸດຕິການນຳເຂົ້າ, ຜະລິດ, ຈຳໜ່າຍ, ສະໜອງ ແລະ ນຳໃຊ້ຜະລິດຕະພັນທີ່ມີສານບາຫຼອດ ໃນຂົງເຂດສາທາລະນະສຸກທົ່ວປະເທດ ພາຍໃນທ້າຍປີ 2020 ຢ່າງມີປະສິດທິຜົນ, ລັດຖະມົນຕີ ຈຶ່ງອອກຄຳສັ່ງແນະນຳ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 2 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ