ຄຳສັ່ງ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ
关于改进投资许可证及营业许可证签发服务工作的命令
Order on Improving the Issuance of Investment Licenses and Business Operation Licenses
ບົດສະຫຼຸບ
ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເພື່ອເລັ່ງລັດ, ໂປ່ງໃສ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດການບໍລິການແບບປະຕູດຽວ ແລະ ການອຳນວຍຄວາມສະດວກທາງທຸລະກິດ ໂດຍມອບໜ້າທີ່ສະເພາະໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ບັນດາກະຊວງ, ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນຕອນການອອກໃບອະນຸຍາດ, ຫຼຸດເວລາ ແລະ ສ້າງລະບົບຂໍ້ມູນເຊື່ອມຕໍ່ທາງເອເລັກໂຕຣນິກ.
ມາດຕາ
ມາດຕາ 1
ເຖິງ: ທ່ານລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງທົ່ວປະເທດ.
ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 18 ພະຈິກ 2016;
ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 05/ທ, ລົງວັນທີ 5 ມັງກອນ 2018;
ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການລົງທຶນແບບປະສານງານຂັ້ນສູນກາງ ແລະ ໜ່ວຍງານປະສານງານບໍລິການລົງທຶນແບບປະສານງານ ສະບັບເລກທີ 002/ສລທ.ສ, ລົງວັນທີ 20 ສິງຫາ 2018;
ອີງຕາມ ມະຕິກອງປະຊຸມລັດຖະບານ ປະຈຳເດືອນ ພະຈິກ 2019 ສະບັບເລກທີ 12/ລບ, ລົງວັນທີ 16 ທັນວາ 2019;
ອີງຕາມ ໜັງສືສະເໜີຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 3143/ຜທ.ລທ6, ລົງວັນທີ 31 ທັນວາ 2019.
ເພື່ອນຳເນື້ອໃນຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍທີ່ກ່ຽວຂ້ອງ ມາຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ຈະແຈ້ງ, ໂດຍສະເພາະ ການປັບປຸງລະບົບການບໍລິການລົງທຶນ ແລະ ການດຳເນີນທຸລະກິດແບບປະສານງານ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບກວ່າເກົ່າ, ໃຫ້ມີບົດບາດໃນການສົ່ງເສີມ, ຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດພາຍໃນ ແລະ ຕ່າງປະເທດ, ເພີ່ມທະວີປະສິດທິພາບໃນການບັງຄັບໃຊ້ກົດໝາຍ, ເພີ່ມທະວີຄວາມສາມາດໃນການແຂ່ງຂັນດຶງດູດການລົງທຶນ, ເພື່ອໃຫ້ການລົງທຶນຂອງພາກເອກະຊົນ ສາມາດເຂົ້າຮ່ວມຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ບັນລຸການເຕີບໂຕຢ່າງຕໍ່ເນື່ອງ. ນາຍົກລັດຖະມົນຕີ ຈຶ່ງອອກຄຳສັ່ງມາດັ່ງນີ້:
ມອບໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ຮັບຜິດຊອບວຽກງານສົ່ງເສີມການລົງທຶນ, ບັນດາຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ປະຕິບັດວຽກງານບໍລິການລົງທຶນແບບປະສານງານ ທົ່ວປະເທດ, ເລັ່ງລັດແກ້ໄຂບັນດາຂັ້ນຕອນ, ໄລຍະເວລາ ແລະ ອຸປະສັກ ທີ່ເປັນອຸປະສັກຕໍ່ການອະນຸຍາດການລົງທຶນ ແລະ ການດຳເນີນທຸລະກິດ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ