ຂໍ້ຕົກລົງ ວ່າດ້ວຍ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ຳ ແລະ ຜະລິດຕະພັນສັດນ້ຳ
关于水生动物及水生动物产品进口、出口与过境的协议
Agreement on the Import, Export, and Transit of Aquatic Animals and Aquatic Animal Products
ບົດສະຫຼຸບ
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການນຳເຂົ້າ, ສົ່ງອອກ ແລະ ຜ່ານແດນ ສັດນ້ຳ ແລະ ຜະລິດຕະພັນສັດນ້ຳ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດນ້ຳ ແລະ ຊະນິດຕ່າງຖິ່ນ ປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ, ສັດນ້ຳ ແລະ ຊະນິດພັນພື້ນເມືອງ ພ້ອມທັງຄວາມປອດໄພດ້ານສິ່ງແວດລ້ອມ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມການນຳ ເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ຳ ແລະ ຜະລິດຕະພັນສັດນ້ຳ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັນການເຂົ້າມາ, ກໍຕົວ, ແຜ່ກະຈາຍຂອງພະຍາດສັດນ້ຳ ແລະ ການທຳລາຍຈາກສັດນ້ຳຕ່າງແດນ ທີ່ເປັນ ອັນຕະລາຍຕໍ່ຊັບພະຍາກອນສັດນ້ຳພາຍໃນປະເທດ ແນໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ, ສັດນ້ຳ, ພັນ ສັດນ້ຳພື້ນເມືອງ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ສັນຍາ ສຸຂານາໄມສັດ ແລະ ສຸຂານາໄມພືດ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 2
ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ຳ ແລະ ຜະລິດຕະພັນສັດນໍຳ ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນ້ຳ ແລະ ຜະລິດຕະພັນສັດນ້ຳ ແມ່ນການຈັດຕັ້ງປະຕິບັດ ບັນດາລະບຽບການກ່ຽວກັບຂັ້ນຕອນການອະນຸຍາດຂອງ ອົງການຄຸ້ມຄອງການປະມົງ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳສັດນໍຳ ຫຼື ຜະລິດຕະພັນສັດນ້ຳ ເຂົ້າ, ອອກ ຫຼື ສົ່ງຜ່ານ ສປປ ລາວ ໂດຍຜ່ານ ດ່ານກວດກາສັດຕະວະແພດ . 1
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 37 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ