ຂໍ້ຕົກລົງ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນຄອງນ້ຳວຽງຈັນ
关于万象水道保留区开发与管理的协议
Agreement on the Development and Management of the Vientiane Waterway Reserve Zone
ບົດສະຫຼຸບ
ຂໍ້ຕົກລົງນີ້ ກຳນົດນະໂຍບາຍ, ຫຼັກການຄຸ້ມຄອງ ແລະ ແຜນພັດທະນາ ຂອງເຂດສະຫງວນທາງນ້ຳນະຄອນຫຼວງວຽງຈັນ (ມີຄວາມຍາວ 76 ກິໂລແມັດ, ປະກອບດ້ວຍໜອງທາດຫຼວງ ແລະ ໜອງທຳມະຊາດອື່ນໆ), ເພື່ອປ້ອງກັນໄພນ້ຳຖ້ວມໃນຕົວເມືອງ, ພັດທະນາທີ່ດິນກະສິກຳ, ສ້າງເຂດທ່ອງທ່ຽວສີຂຽວແບບຍືນຍົງ ແລະ ປັບປຸງສິ່ງແວດລ້ອມ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດນະໂຍບາຍ, ຫຼັກການ ການຄຸ້ມຄອງ ແລະ ແຜນຜັງການພັດທະນາເຂດສະຫງວນ ຄອງນຳວຽງຈັນ ເພື່ອປ້ອງກັນໄພນຳຖ້ວມຕົວເມືອງ, ນຳໃຊ້ໃຫ້ກາຍເປັນພື້ນທີກະສິກຳ, ເປັນແຫຼງທອງທຽວສີຂຽວ ແຫງໜຶ່ງທີ່ຍືນຍົງ, ທັງເປັນມາດຕະການໜຶ່ງ ເພື່ອບັນເທົາຄວາມຮ້ອນ ແລະ ຮັບປະກັນການປ່ຽນແປງສະພາບດິນ, ພ້າ, ອາກາດ.
ມາດຕາ 2
ນິຍາມ 2.1. ຄອງນ້ຳວຽງຈັນ ແມ່ນຄອງນ້ຳທຳມະຊາດ ສົມທົບກັບຄອງຊຸດໃໝ່ ເຊິ່ງມີຄວາມຍາວທັງໝົດ 76 ກິໂລເມັດ, ເຊິ່ງເລີ່ມແຕ່ບຶງທາດຫຼວງ-ຫ້ວຍໜາກຮຽວ ທີ່ປະກອບດ້ວຍ: ບຶງທາດຫຼວງ, ບຶງຄັດເຄົ່າ, ບຶງນາຄວາຍ, ບຶງສ້າງຫົວບໍ່ ແລະ ຫ້ວຍໜາກຮຽວ (ທິດ ຕາເວັນອອກສຽງໃຕ້); ພ້ອມດຽວກັນນັ້ນ ກໍ່ຍັງມີຄອງບຶງທາດຫຼວງ-ສາລາ ຄາ-ວັງເດືອນຫ້າ ແລະ ຫ້ວຍເດືອ (ທິດຕາເວັນຕົກສຽງໃຕ້) ໂຮມເຂົ້າກັນເອີ້ນເປັນ “ ຄອງນ້ຳວຽງຈັນ ” ແລະ ຊື່ ດັ່ງກ່າວເປັນການໃຫ້ກຽດແກ່ການສະເຫຼີມສະຫຼອງນະຄອນວຽງຈັນ ເປັນນະຄອນຫຼວງ ຂອງ ສປປ ລາວ ຄົບຮອບ 460 ປີ (1560-2020). 2.2. ການຄຸ້ມຄອງ ແລະ ພັດທະນາເຂດສະຫງວນຄອງນ້ຳວຽງຈັນ ແມ່ນການກຳນົດ ແລະ ຈັດຕັ້ງປະຕິບັດ ແຜນຜັງນຳໃຊ້ຊັບພະຍາກອນທຳມະຊາດເຂດພື້ນທີ່ຕາມແຜນຜັງລວມຂອງ ນະຄອນຫຼວງວຽງຈັນ ໃຫ້ສົມເຫດສົມຜົນ , ຖືກກັບຫຼັກວິຊາການສິ່ງແວດລ້ອມ, ໂດຍຖືສິ່ງແວດລ້ອມເປັນຫຼັກຂອງການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນ, ຍຶດຖື ເອົາຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນບຸກຄົນ ແລະ ຜົນປະໂຫຍດໄລຍະຍາວ ເປັນຕົວກຳນົດຜົນ ປະໂຫຍດໄລຍະສະເພາະໜ້າ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ