ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເຂດສະຫງວນທາງຫຼວງ ໃນແຂວງສະຫວັນນະເຂດ

关于沙湾拿吉省公路保留区管理的协议

Agreement on the Management of Road Reserve Zones in Savannakhet Province

ບົດສະຫຼຸບ

ເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ໃນການຄຸ້ມຄອງ ແລະ ປົກປັກຮັກສາເຂດສະຫງວນທາງຫຼວງ ໂດຍກຳນົດຂອບເຂດ, ເສົາຫຼັກໝາຍເຂດ, ອົງປະກອບຂອງທາງຫຼວງ ແລະ ການປົກປັກຮັກສາ, ການອະນຸຍາດໃຊ້ເຂດສະຫງວນ, ສິດ ແລະ ໜ້າທີ່ຂອງຜູ້ໄດ້ຮັບອະນຸຍາດ, ຂໍ້ຫ້າມ, ໜ່ວຍງານຄຸ້ມຄອງ ແລະ ກວດກາທຸກຂັ້ນ ແລະ ການແກ້ໄຂຂໍ້ຂັດແຍ່ງ ເພື່ອປົກປັກຮັກສາເຂດສະຫງວນທາງຫຼວງ ໃຫ້ແກ່ການພັດທະນາ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ກ່ຽວກັບ ການຄຸ້ມຄອງ ປົກປັກຮັກສາ ເຂດສະຫງວນທາງຫຼວງ ໃຫ້ມີປະສິດທິພາບ, ປະສິດທິຜົນ ແນໃສ່ ຮັກສາຂອບ ເຂດສະຫງວນທາງຫຼວງໄວ້ ເພື່ອການພັດທະນາ ປ້ອງກັນຜົນກະທົບດ້ານເສດຖະກິດ-ສັງຄົມ ຕໍ່ການຂະຫຍາຍ ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກຕາມເສັ້ນທາງ, ຮັບປະກັນໃຫ້ມີຄວາມຍືນຍົງ, ເປັນ ລະບຽບຮຽບຮ້ອຍ, ສວຍງາມ, ມີສະພາບແວດລ້ອມທີ່ດີ, ສະດວກໃນການພັດທະນາ, ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ພາຍໃນແຂວງ ໃຫ້ມີຄວາມຈະເລີນສິວິ ໄລ ແລະ ຍຸຕິທຳ.

ມາດຕາ 2

ການຄຸ້ມຄອງເຂດສະຫງວນທາງຫຼວງ ການຄຸ້ມຄອງເຂດສະຫງວນທາງຫຼວງ ແມ່ນການກຳນົດເຂດຄຸ້ມຄອງ ເພື່ອສະຫງວນໄວ້ນຳໃຊ້ ສຳລັບ ກິດຈະການ ສາທາລະນະປະໂຫຍດ ເປັນຕົ້ນ ຮ່ອງລະບາຍນ້ຳ, ທາງຍ່າງ, ຂອບທາງ, ລະບົບຕະຄ່າຍໄຟຟ້າ, ນ້ຳປະປາ, ໂທລະຄົມ-ການສື່ສານ, ລະບົບຍວບຄຸມຄວາມປອດໄພໃນການຈະລາຈອນ, ຕົ້ນໄມ້ປະດັບ, ເຄື່ອງ ອ ປະດັບທາງ, ໄຟສັນຍານ ແລະ ອືນໆ ຢູ່ຫ້າດິນ, ເທິງຫ້າດິນ ແລະ ໃຕ້ດິນ ໃນຂອບເຂດພື້ນທີ່ສະຫງວນທາງ ຫຼວງແຕ່ລະປະເພດ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ ; ການປົກປັກຮັກສາເຂດສະຫງວນທາງຫຼວງ ແມ່ນການຮັກສາພື້ນທີ່ເຂດສະຫງວນ ຢູ່ຫໍ້າດິນ, ເທິງຫ້າ ດິນ ແລະ ໃຕ້ດິນ ຕາມຂອບເຂດທີ່ກຳນົດໄວ້.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 43 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ